ລາວ-ອັງກິດ ປຶກສາຫາລື ສືບຕໍ່ຂອບການຮ່ວມມືວຽກງານ ພັດທະນາການສຶກສາ

 528427372_1320649200062885_2062506140128165089_n.jpg

ທ່ານ ນາງ ເມວ ບາໂລ ເອກອັກຄະຣາຊະທູດອັງກິດ ປະຈຳ ສປປລາວ ພ້ອມດ້ວຍຄະນະ ໄດ້ຂົ້າຢ້ຽມພົບປະ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນວັນທີ 6 ສິງຫາ 2025 ທີ່ສຳນັກກະຊວງສຶກສາທິ ການ ແລະ ກິລາ ຫຼື ສສກ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເຂົ້າພົບປະຄັ້ງນີ້ ນອກຈາກຈະເປັນການຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ 2 ປະເທດທີ່ມີມູນເຊື້ອຍາວນານແລ້ວຍັງເປັນການປຶກສາຫາລືເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ເສີມຂະຫຍາຍວຽກງານການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະ ກິລາ ລະຫວ່າງ ສປປ ລາວ ແລະ ອັງກິດ ແລະ ອຽກລັງເໜືອ ທີ່ຫາກໍສິ້ນສຸດການຮ່ວມມືໃນປີ 2024 ຜ່ານມານີ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອການສຶກສາລາວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນວຽກງານສະໜອງທຶນການສຶກສາລະດັບປະລິນຍາໂທ "Chevening Scholarship" ທີ່ໄດ້ຮັບການສະໜັບໜູນຈາກລັດຖະບານອັງກິດ 100% ຊຶ່ງມີນັກສຶກສາລາວໄດ້ຮັບທຶນການສຶກສາແລະ ຈົບມາແລ້ວ 99 ຄົນ. ພ້ອມກັນນັ້ນ, ທັງສອງຝ່າຍກໍຍັງໄດ້ປຶກສາຫາລືກ່ຽວກັບການການສະໜັບສະໜູນເພື່ອການພັດທະນາຂະແໜງການສຶກສາຂອງລາວ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານການຄ້າ ແລະ ການລົງທຶນເພື່ອເສີມຂະຫຍາຍການປະດິດສ້າງໃນຂະແໜງການສຶກສາ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວໃຫ້ຮູ້ ເຖິງວຽກງານບູລິມະສິດຂອງກະຊວງ ສສກ ປະກອບມີ ການສຶກສາ, ວິທະຍາສາດ ແລະ ກິລາ ທີ່ຕ້ອງໄດ້ພັດທະນາໄປພ້ອມໆກັນ. ນອກຈາກນັ້ນ, ກໍຍັງມີວຽກງານການປັບປຸງຫຼັກສູດການຮຽນການສອນ, ແກ້ໄຂການປະລະການຮຽນ, ແກ້ໄຂການຂາດແຄນຄູສອນ ແລະ ປັບປຸງພື້ນຖານໂຄງລ່າງການສຶກສາລາວ ໃນປັດຈຸບັນ, ການຍົກລະດັບການສຶກສາພາກເອກະຊົນ ແລະ ພາກລັດໃນ ສປປ ລາວ ໃຫ້ຝ່າຍອັງກິດໄດ້ຮັບຊາບ ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານອັງກິດ ທີ່ໄດ້ໃຫ້ການຮ່ວມມືວຽກງານພັດທະນາການສຶກສາຂອງລາວດ້ວຍດີຕະຫຼອດມາ ແລະ ຂໍໃຫ້ຝ່າຍລັດຖະບານອັງກິດ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານການຮ່ວມມືໃນຕໍ່ໜ້າໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.