ທີ່ຕັ້ງ ແລະ ພາລະບົດບາດ:
ກະຊວງສຶກສາທິການ ແລະ ກິລາ ຂຽນເປັນຕົວອັກສອນຫຍໍ້ວ່າ “ສສກ” ແມ່ນກົງຈັກການຈັດຕັ້ງໜຶ່ງ ຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກກ່ຽວກັບ ວຽກງານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ວຽກງານກິລາ-ກາຍຍະກຳ ໃນຂອບເຂດທົ່ວປະເທດ, ເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ຕາມສາມລັກສະນະ ແລະ ຫ້າຫຼັກມູນ ຂອງການສຶກສາ ແຫ່ງຊາດ.
ໜ້າທີ່ຂອງກະຊວງສຶກສາທິການ ແລະ ກິລາ:
1. ປະຕິບັດລັດຖະທຳມະນູນ, ກົດໝາຍແລະມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດດໍາລັດແລະມະຕິຂອງລັດຖະບານ;
2. ຄົ້ນຄວ້າ ແລະ ຫັນເອົາແນວທາງນະໂຍບາຍຂອງພັກ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງ ຂອງ ລັດຖະບານກ່ຽວກັບ ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດ ຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ປະກົດຜົນເປັນຈິງ;
3. ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ຂອງຂະແໜງການສຶກສາທິການ ແລະ ກິລາ;
4. ກໍານົດຂອບ ວຸດທິການສຶກສາແຫ່ງຊາດ ແລະ ມາດຕະຖານຄຸນນະພາບການສຶກສາທຸກຊັ້ນ ແລະ ທຸກ ສາຍ ໃຫ້ເທົ່າທຽມກັບມາດຕະຖານ ຂອງພາກພື້ນ ແລະ ສາກົນ;
5. ໂຄສະນາ, ເຜີຍແຜ່ນະໂຍບາຍ, ກົດໝາຍ, ນິຕິກຳລຸ່ມກົດໝາຍ, ແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ;
6. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ການສຶກສາກ່ອນໄວຮຽນ ເພື່ອໃຫ້ເດັກໄດ້ຮັບການເບິ່ງແຍງດູແລ ທາງດ້ານ ໂພຊະນາການ ແລະ ສຸຂະພາບ ໃຫ້ມີການຂະຫຍາຍຕົວ ທາງດ້ານຮ່າງກາຍ ແລະ ມັນສະໝອງ ເພື່ອກຽມ ຄວາມພ້ອມເຂົ້າຮຽນໃນຊັ້ນປະຖົມສຶກສາ;
7. ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມ ການສຶກສາສາຍສາມັນ ເພື່ອພັດທະນາຜູ້ຮຽນ ໃຫ້ມີການຂະຫຍາຍຕົວ ຮອບດ້ານ ທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ, ມີຄວາມຮູ້ພື້ນຖານ ທາງດ້ານວິທະຍາສາດທຳມະຊາດ ສັງຄົມ ແລະ ວິຊາຊີບ;
8. ຊີ້ນຳ, ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງວຽກງານ ການລົບລ້າງຄວາມບໍ່ຮູ້ໜັງສື, ການບຳລຸງຍົກລະດັບ ເພື່ອປະຕິບັດແຜນການສຶກສາພາກບັງຄັບ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ກຸ່ມເປົ້າໝາຍ ຂອງ ການສຶກສານອກໂຮງຮຽນ ພ້ອມທັງສົ່ງເສີມການຮຽນຮູ້ຕະຫຼອດຊີວິດ;
9. ຊີ້ນຳ, ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງ ວຽກງານອາຊີວະສຶກສາ ເພື່ອສ້າງ ແລະ ພັດທະນາຜູ້ຮຽນ ໃຫ້ມີ ວິຊາຊີບ, ວິຊາສະເພາະ ແລະ ເປັນນັກວິຊາການ ແນໃສ່ຕອບສະໜອງຄວາມຕ້ອງການ ຂອງຕະຫຼາດແຮງງານ;
10. ຊີ້ນໍາ, ຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງ ວຽກງານການສຶກສາຊັ້ນສູງ ເພື່ອຄຸ້ມຄອງການຮຽນ-ການສອນ, ການທົດລອງ, ການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ, ການພັດທະນາເຕັກໂນໂລຊີ, ນະວັດຕະກຳ ແລະ ຊັບສິນທາງປັນຍາ, ການກໍ່ສ້າງນັກວິຊາການ, ນັກຊ່ຽວຊານລະດັບສູງ, ນັກຄົ້ນຄວ້າ, ນັກວິທະຍາສາດ ແນໃສ່ຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ;
11. ຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມ ວຽກງານພະລະ ແລະ ສິລະປະສຶກສາ ໃນໂຮງຮຽນ ແລະ ກິລາ-ກາຍະກຳ 01 ມວນຊົນ ໃຫ້ທົ່ວປວງຊົນມີຄວາມສົນໃຈໃນການຝຶກແອບ ແລະ ອອກກຳລັງກາຍ ໂດຍຕິດພັນກັບການ ດໍາລົງຊີວິດ, ສ້າງຄວາມສາມັກຄີ ແລະ ຄວາມມ່ວນຊື່ນ ເພື່ອເສີມສ້າງສຸຂະພາບ ທາງດ້ານຮ່າງກາຍ ແລະ ຈິດໃຈ ໃຫ້ແຂງແຮງ;
12. ຊີ້ນໍາ, ຊຸກຍູ້ ແລະ ສົ່ງເສີມ ວຽກງານກິລາ-ກາຍຍະກຳລະດັບສູງ ໃນການສ້າງ ແລະ ພັດທະນານັກກິລາ ອາຊີບ ເພື່ອເຂົ້າຮ່ວມແຂ່ງຂັນໃນພາກພື້ນ ແລະ ສາກົນ;
13. ຄຸ້ມຄອງບັນດາ ມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ, ສູນ, ໂຮງຮຽນ ແລະ ສະໜາມກິລາ ຕາມລະບຽບການ;
14. ຊຸກຍູ້, ສົ່ງເສີມ, ປະສານງານ, ຕິດຕາມ ແລະ ປະເມີນຜົນ ວຽກງານກໍ່ສ້າງ, ພັດທະນາຄູ ແລະ ບຸກຄະລາກອນ ຂອງຂະແໜງການສຶກສາທິການ ແລະ ກິລາ ແລະ ການພັດທະນາຊັບພະຍາກອນມະນຸດ ຂອງ ບັນດາຂະແໜງການຕ່າງໆ ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
15. ສ້າງ ແລະ ພັດທະນາ ຫຼັກສູດ, ອຸປະກອນ, ສື່ການຮຽນ-ການສອນ ແລະ ສິ່ງອໍານວຍຄວາມສະດວກ ຕ່າງໆ ເພື່ອຮັບໃຊ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ;
16. ຄົ້ນຄວ້າ, ວິໄຈ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ການສຶກສາ ແລະ ກິລາ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງການພັດທະນາການສຶກສາ ແລະ ກິລາແຫ່ງຊາດ, ພາກພື້ນ ແລະ ສາກົນ ໃນແຕ່ລະໄລຍະ;
17. ຊຸກຍູ້, ສົ່ງເສີມ, ຄົ້ນຄວ້າ ແລະ ພັດທະນາຫຼັກສູດ ກ່ຽວກັບວຽກງານການບໍລິຫານ-ຄຸ້ມຄອງ ແລະ ຝຶກອົບຮົມ ໃຫ້ແກ່ຜູ້ບໍລິຫານ ພາຍໃນຂະແໜງການສຶກສາທິການ ແລະ ກິລາ ແລະ ຂະແໜງການອື່ນ ທັງພາກ ລັດ ແລະ ເອກະຊົນ ພ້ອມທັງ ຕິດຕາມ ແລະ ປະເມີນຜົນ ໃນແຕ່ລະໄລຍະ;
18. ສ້າງ ແລະ ປັບປຸງ ກົງຈັກການຈັດຕັ້ງ, ກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ກຳນົດ ຕຳແໜ່ງງານ ຂອງພະນັກງານ-ລັດຖະກອນ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງ;
19. ຄຸ້ມຄອງ, ສ້າງແຜນ ບຳລຸງ, ກໍ່ສ້າງ, ບັນຈຸ, ສັບຊ້ອນ, ຕິດຕາມ ແລະ ປະເມີນຜົນງານ ຂອງພະນັກງານ-ລັດຖະກອນ ລວມທັງການສົ່ງເສີມບົດບາດ ຍິງ-ຊາຍ, ການປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ວິໄນ ຕໍ່ພະນັກງານ-ລັດຖະກອນ ຂອງຂະແໜງການສຶກສາທິການ ແລະ ກິລາ ຕາມລະບຽບການທີ່ກຳນົດໄວ້;
20. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານທາງລັດຖະການ ພ້ອມທັງຂື້ນແຜນງົບປະມານ, ສະຫຼຸບ ແລະ ລາຍງານ ເປັນແຕ່ລະໄລຍະ;
21. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ, ຢັ້ງຢືນຜົນງານ, ຫົວຄິດປະດິດສ້າງ ແລະ ພອນສະຫວັນ ຂອງນັກຮຽນຮູ້-ປັນຍາຊົນ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າ ທາງດ້ານວິທະຍາສາດ ແລະ ຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ແລະ ລັງສີ-ນິວເຄຼຍ ຕາມກົດໝາຍ ແລະ ລະບຽບການ. ພ້ອມທັງ ໂຄສະນາເຜີຍແຜ່, ສ້າງຈິດສໍານຶກ ແລະ ສ້າງຄວາມສົນໃຈ ໃຫ້ແກ່ສັງຄົມ ເຫັນໄດ້ເຖິງຄວາມສໍາຄັນ ຂອງວຽກງານວິທະຍາສາດ ແລະ ຄວາມ ປອດໄພດ້ານເຕັກໂນໂລຊີຊີວະພາບ ແລະ ລັງສີ-ນິວເຄຼຍ;
22. ຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ກອງທຶນຄົ້ນຄວ້າພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ສັງລວມ ແລະ ຄັດເລືອກຫົວຂໍ້ການຄົ້ນຄວ້າ ວິທະຍາສາດ ໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ ພ້ອມທັງ ເປັນຈຸດປະສານງານ ຂອງ ສປປ ລາວ ໃນຂົງເຂດວຽກງານການຄົ້ນຄວ້າວິທະຍາສາດ ກັບພາກພື້ນ ແລະ ສາກົນ;
23. ຄົ້ນຄວ້າ ສ້າງ ແລະ ພັດທະນາ ຫຼັກສູດ, ສື່ການຮຽນ-ການສອນ, ຄົ້ນຄວ້າ ນະໂຍບາຍ ແລະ ຫຼັກການໃນການນໍາໃຊ້ຫຼັກພາສາລາວ, ຄົ້ນຄວ້າ-ວິໄຈ ວິທະຍາສາດ ໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ, ໃຫ້ບໍລິການທາງດ້ານວິຊາການ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບວຽກງານວິທະຍາສາດ ແລະ ນະວັດຕະກຳ. ພ້ອມທັງ ຈັດຕັ້ງການຝຶກອົບຮົມ ໃຫ້ແກ່ພະນັກງານ-ລັດຖະກອນ, ນັກຄົ້ນຄວ້າ ແລະ ນັກວິຊາການ ໃຫ້ມີຄວາມຮູ້ ແລະ ຄວາມສາມາດ ສະເພາະດ້ານ;
24. ພົວພັນ, ຮ່ວມມື, ປະສານງານ ແລະ ແລກປ່ຽນບົດຮຽນ ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາ;
25. ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ, ກວດການ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ກົດໝາຍ, ນິຕິກຳລຸ່ມກົດໝາຍ, ແຜນຍຸດທະສາດ, ແຜນງານ, ແຜນການ, ໂຄງການ ແລະ ບັນດາກິດຈະກຳ ຂອງກະຊວງ ສຶກສາທິການ ແລະ ກິລາ;
26. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງລັດຖະບານ.
ຂອບເຂດສິດ ຂອງກະຊວງສຶກສາທິການ ແລະ ກິລາ:
1. ສະເໜີລັດຖະບານພິຈາລະນາຮັບຮອງ ນະໂຍບາຍ, ແຜນຍຸດທະສາດ, ດຳລັດ, ໂຄງການ ແລະ ແຜນ ພັດທະນາ ຂອງຂະແໜງການສຶກສາທິການ ແລະ ກິລາ;
2. ສະເໜີລັດຖະບານພິຈາລະນາຮັບຮອງ ການປັບປຸງກົງຈັກການຈັດຕັ້ງ, ການກໍານົດຕຳແໜ່ງງານ, ການ ບັນຈຸ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນ ຂອງຂະແໜງການສຶກສາທິການ ແລະ ກິລາ;
3. ສະເໜີລັດຖະບານພິຈາລະນາ ອະນຸມັດ ການຈັດຕັ້ງການແຂ່ງຂັນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ລະດັບຊາດ, ພາກພື້ນ ແລະ ສາກົນ;
4. ສະເໜີ ແຜນງົບປະມານ, ສ້າງແຜນລາຍຮັບ-ລາຍຈ່າຍ ແລະ ດັດແກ້ງົບປະມານ ຂອງກະຊວງສຶກສາທິການ ແລະ ກິລາ;
5. ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານຂະແໜງການສຶກສາທິການ ແລະ ກິລາ, ພ້ອມທັງສົ່ງ ໂຈະ, ຍົກເລີກ ແລະ ລົບລ້າງ ນິຕິກຳ ທີ່ຂັດກັບ ກົດໝາຍ ແລະ ລະບຽບການ;
6. ອະນຸມັດ ແລະ ຮັບຮອງ ຫຼັກສູດການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ ລະດັບຕ່າງໆ ຕາມ ກົດໝາຍ ແລະ ລະບຽບການ ທີ່ກຳນົດ;
7. ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ອະນຸມັດ ກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ານການ ສຶກສາ, ວິທະຍາສາດ ແລະ ກິລາ ບົນພື້ນຖານກົດໝາຍ, ຂໍ້ກຳນົດ ແລະ ລະບຽບການ ທີ່ລັດຖະບານປະກາດໃຊ້ ໃນແຕ່ລະໄລຍະ;
8. ອະນຸມັດຈັດການແຂ່ງຂັນດ້ານ ວິທະຍາສາດ, ວິຊາການ, ການຄົ້ນຄວ້າ-ວິໄຈ, ເຕັກໂນໂລຊີ, ນະວັດຕະກຳ ແລະ ອື່ນໆ ກ່ຽວກັບການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນປະເທດ;
9. ອະນຸມັດ ກົງຈັກການຈັດຕັ້ງ, ກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ ພ້ອມທັງ ບັນຈຸ, ສັບຊ່ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ພະນັກງານ-ລັດຖະກອນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ນັບແຕ່ ຂັ້ນສູນກາງ ລົງຮອດທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງ;
10. ອອກໃບອະນຸຍາດທາງດ້ານວິຊາການ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບ ວຽກງານວິທະຍາສາດ ແລະ ນະວັດຕະກຳ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ;
11. ອອກໜັງສືຢັ້ງຢືນ, ມອບນາມມະຍົດ, ໃບຍ້ອງຍໍ ແລະ ໃຫ້ບຳເນັດລາງວັນແກ່ ບຸກຄົນ, ນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຄົ້ນຄວ້າ ແລະພັດທະນາວິທະຍາສາດ ແລະ ນະວັດຕະກຳ ຕາມລະບຽບການ ທີ່ກຳນົດ;
12. ຊີ້ນໍາ, ຄຸ້ມຄອງຕາມສາຍຕັ້ງ ທາງດ້ານ ເຕັກນິກ ແລະ ວິຊາການ ໂດຍມີການແບ່ງຂັ້ນຄຸ້ມຄອງ, ແບ່ງ ຄວາມຮັບຜິດຊອບ ແລະ ສິດຕົກລົງບັນຫາ ໃຫ້ອົງການປົກຄອງທ້ອງຖິ່ນຢ່າງລະອຽດ;
13. ຮຽກໂຮມ ພະນັກງານນໍາພາ-ຄຸ້ມຄອງ ແລະ ນັກວິຊາການ ຂອງຂະແໜງການສຶກສາທິການ ແລະ ກິລາ ເຂົ້າຮ່ວມປະຊຸມ ຫຼື ລາຍງານສ່ອງແສງວຽກງານເປັນແຕ່ລະໄລຍະ;
14. ອະນຸມັດໃຫ້ ຫ້ອງການ, ບັນດາກົມ, ສະຖາບັນ, ສູນ ຈັດກອງປະຊຸມ ຫຼື ຝຶກອົບຮົມ ຫຼື ສຳມະນາ ທາງວິຊາການ;
15. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ງົບປະມານ ໃນຂະແໜງການສຶກສາທິການ ແລະ ກິລາ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ;
16. ພົວພັນ, ຮ່ວມມື, ເຊັນສັນຍາ, ອະນຸສັນຍາ, ຮັບເອົາການຊ່ວຍເຫຼືອ, ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແລະ ວຽກງານອື່ນໆ ຕາມການມອບ ໝາຍ ຫຼື ຕາມການຕົກລົງ ຂອງລັດຖະບານ ບົນພື້ນຖານກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້;
17. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງ ລັດຖະບານ.
