ສສກ ປະກາດແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຫົວໜ້າກົມ 7 ທ່ານ

 529482543_1320611050066700_2208775894192909323_n.jpg

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜງບໍລິຫານ ຂັ້ນຫົວໜ້າກົມ ເມື່ອວັນທີ 5 ສິງຫາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາແລະ ກິລາ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ ສະຖາບັນ, ວິທະຍາໄລ ແລະ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ທັງໝົດ 7 ທ່ານ ໂດຍນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ທ່ານ ສີທອງ ສີຂາວ ເປັນຫົວໜ້າກົມແຜນການ, ທ່ານ ນາງ ດອກແກ້ວ ພົນທະຈິດ ເປັນຫົວໜ້າກົມກິດຈະການນັກສຶກສາ, ທ່ານ ສີຈັນ ຈິດຕະປັນຍາ ເປັນຫົວໜ້າກົມກິລາລະດັບສູງ, ທ່ານ ນາງ ນວມຄຳ ຈັນທະບູລີ ເປັນຫົວໜ້າກົມສາມັນສຶກສາ, ທ່ານ ວິໄລພອນ ພົມມະຫາໄຊ ເປັນຫົວໜ້າກົມອາຊີວະສຶກສາ, ທ່ານ ຮສ ນາງ ວົງເດືອນ ໂອໃສ ເປັນຫົວໜ້າກົມສ້າງຄູ ແລະ ທ່ານ ນາງ ພິລານີ ພິດສະໄໝ ເປັນຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຊົມເຊີຍນໍາບັນດາທ່ານທີ່ໄດ້ຮັບຕຳແໜງຂັ້ນຫົວໜ້າກົມຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນຳແຕ່ລະທ່ານ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ວຽກງານແນວຄິດການເມືອງໃຫ້ໜັກແໜ້ນ, ມີຄວາມສາມັກຄີພາຍໃນ, ພາຍນອກໃຫ້ກວ້າງຂວາງ, ເອົາໃຈໃສ່ນໍາພາ-ຊີ້ນຳວຽກພັກ-ວຽກລັດໃຫ້ໄດ້ດີ, ເອົາໃຈໃສ່ກວດກາ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ, ໃຫ້ລາຍງານສ່ອງແສງຢ່າງເປັນປະຈຳ, ໃຫ້ແຕ່ລະພາກສ່ວນປັບ ແຜນວິທີການເຮັດວຽກ ໃຫ້ມີແຜນການປະຈຳອາທິດ, ແຜນປະຈຳເດືອນ,ແຜນການປະຈຳງວດ ແລະ 6 ເດືອນທ້າຍປີ ຕາມແຕ່ໄລຍະໃຫ້ລະອຽດ, ໃຫ້ພ້ອມກັນປຶກສາຫາລືແຕ່ລະວຽກງານໃຫ້ລະອຽດ ເພື່ອເຮັດໃຫ້ວຽກງານໃນຂະແໜງການສຶກສາ ເວົ້າລວມ ເວົ້າສະເພາະວຽກງານພາຍໃນກົມກອງຂອງຕົນ ແລະ ວຽກງານອື່ນໆທີ່ປິ່ນອ້ອມໃຫ້ນັບມື້ມີການພັດທະນາ ແລະ ກ້າວໜ້າຂຶ້ນເທື່ອລະກ້າວ.
ຂ່າວໂດຍ: ບົວລະພາ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ