ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕົກລົງ ການແບ່ງຄວາມຮັບຜິດຊອບ ຂອງລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ດັ່ງນີ້: 

1.1 ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ 

        ມີຫນ້າທີ່ຮັບຜິດຊອບລວມໂດຍກົງ ແລະ ຮອບດ້ານຕໍ່ສູນກາງພັກ ແລະ ລັດຖະບານ ກ່ຽວກັບວຽກງານ ພັດທະນາ ຊັບພະຍາກອນມະນຸດ, ວຽກງານສຶກສາ, ວິທະຍາສາດ ແລະ ວຽກງານກິລາ-ກາຍຍະກໍາ ຂອງຊາດ, ຊີ້ນໍາວຽກງານ ການເມືອງ-ແນວຄິດ, ການປັບປຸງ ແລະ ການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ຕາມແນວທາງນະໂຍບາຍ ຂອງ ພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ຂອງລັດຖະບານ. ມີຫນ້າທີ່ ຕາງຫນ້າໃຫ້ຄະນະລັດຖະມົນຕີ ລາຍງານ ຜົນສໍາເລັດ, ຂໍ້ຄົງຄ້າງ ແຜນພັດທະນາຊັບພະຍາກອນມະນຸດ ແລະ ແຜນ ພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ແຕ່ ລະໄລຍະຕໍ່ສູນກາງພັກ ແລະ ລັດຖະບານ.

        - ຊີ້ນໍາໂດຍກົງພາກສ່ວນຕ່າງໆລຸ່ມນີ້ : 

          1) ກົມຈັດຕັ້ງ ແລະ ພະນັກງານ

          2) ກົມການເງິນ 

          3) ກົມແຜນການ 

          4) ກົມການສຶກສາຊັ້ນສູງ 

          5) ວິທະຍາໄລເຕັກນິກລາວ-ເຢຍລະມັນ; 

          6) ວິທະຍາໄລເຕັກນິກປາກປ່າສັກ; 

          7) ວິທະຍາໄລເຕັກນິກສັບພະວິຊາ; 

          8) ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ;

          9) ວິທະຍາໄລເຕັກນິກວິຊາຊີບການລົດໄຟ; 

                 - ຮັບຜິດຊອບວຽກງານສະເພາະກິດລະດັບຊາດດັ່ງນີ້:

                         1)ປະທານຄະນະກໍາມາທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ; 

                         2) ຮອງປະທານສະພາວິທະຍາສາດແຫ່ງຊາດ; 

                         3) ປະທານຄະນະກໍາມະການ ເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ; 

                         4) ປະທານຄະນະກໍາມາທິການແຫ່ງຊາດເພື່ອອົງການອຸຍແນສໂກ; 

                         5) ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ;

                         6) ປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; 

                         7) ປະທານກອງທຶນສະຫວັດດີການຄູແຫ່ງຊາດ; 

                         8) ປະທານກອງທຶນກິລາ-ກາຍຍະກໍາ; 

                         9) ປະທານກອງທຶນພັດທະນາອາຊີວະສຶກສາ; 

                       10) ຮອງປະທານຄະນະກໍາມະການສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ;

                       11) ປະທານສະພາທີ່ປຶກສາການສຶກສາຊັ້ນສູງແຫ່ງຊາດ; 

                       12) ປະທານສະພາທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ; 

                       13) ປະທານຄະນະປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກະຊວງສຶກສາທິການ ແລະ ກິລາ;

                       14) ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ; 

                       15) ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ(ປພຍ).

1.2 ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ

        ມີຫນ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຊ່ວຍລັດຖະມົນຕີຊີ້ນໍາຂົງເຂດ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂອງຊາດ, ເປັນຜູ້ຮັບຜິດຊອບຊີ້ນໍາວຽກງານກິລາ-ກາຍຍະກໍາ ແລະ ວິຊາການອື່ນໆ ຕາມການມອບຫມາຍ ຂອງລັດຖະມົນຕີ ແລະ ມີສິດຮຽກໂຮມປະຊຸມ ແລະ ສ່ອງແສງລາຍງານ ພາກສ່ວນທີ່ ຕົນເອງຊີ້ນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ. 

        - ຊີ້ນໍາໂດຍກົງພາກສ່ວນຕ່າງໆລຸ່ມນີ້

         1) ກົມຮ່ວມມືກັບຕ່າງປະເທດ; 

         2) ກົມກິລາລະດັບສູງ; 

         3) ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ; 

         4) ກົມກິດຈະການນັກສຶກສາ; 

         5) ສະຖາບັນກິລາ-ກາຍຍະກໍາ; 

         6) ສູນເຕັກໂນໂລຊີຂ່າວສານ ແລະ ສື່ສານສໍາລັບການສຶກສາ ແລະ ກິລາ;

         7) ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້; 

         8) ຫ້ອງການຄຸ້ມຄອງສະຫນາມກິລາແຫ່ງຊາດ (ຫຼັກ 16);

         9) ວິທະຍາໄລພະລະສຶກສາ;

       10) ວິທະຍາໄລສິລະປະສຶກສາ.

               - ຮັບຜິດຊອບວຽກງານສະເພາະກິດລະດັບຊາດດັ່ງນີ້:

                      1) ຮອງປະທານກອງທຶນກິລາ-ກາຍຍະກໍາ; 

                      2) ຄະນະກໍາມະການແຫ່ງຊາດ ເພື່ອຄວບຄຸມຢາສູບແຫ່ງຊາດ; 

                      3) ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ; 

                      4) ຄະນະກໍາມະການແຫ່ງຊາດ ວ່າດ້ວຍສິດທິມະນຸດ; 

                      5) ຄະນະກໍາມະການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; 

                      6) ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ); 

                      7) ຄະນະກໍາມະການແຫ່ງຊາດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ລະດັບຊາດ; 

                      8) ຄະນະກໍາມະການວຽກງານສານຕ້ອງຫ້າມໃນກິລາ; 

                      9) ຄະນະກໍາມະການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຂັ້ນສູນກາງ; 

                     10) ຄະນະກໍາມະການ ເອດສ໌ ແຫ່ງຊາດ; 

                     11) ຄະນະກໍາມະການຮ່ວມມືລາວ-ຈີນ; 

                     12) ຄະນະກໍາມະການຮ່ວມມືລາວ-ໄທ; 

                     13) ຄະນະກໍາມະການ ຄວາມປອດໄພຕາມທ້ອງຖະຫນົນ;

                     14) ປະຕິບັດວຽກງານອື່ນໆຕາມການມອບຫມາຍຂອງລັດຖະມົນຕີ.

1.3 ທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີ 

        ມີຫນ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຊ່ວຍລັດຖະມົນຕີຊີ້ນໍາຂົງເຂດ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂອງຊາດ, ເປັນຜູ້ຮັບຜິດຊອບຊີ້ນໍາວຽກງານກວດກາພັກ, ກວດ ກາລັດ ແລະ ວິຊາການອື່ນໆ ຕາມການມອບຫມາຍ ຂອງລັດຖະມົນຕີ ແລະ ມີສິດຮຽກໂຮມປະຊຸມ ແລະ ສ່ອງແສງລາຍງານ ພາກສ່ວນທີ່ຕົນເອງຊີ້ນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ;

          - ຊີ້ນໍາໂດຍກົງພາກສ່ວນຕ່າງໆລຸ່ມນີ້: 

            1) ກົມກວດກາ; 

            2) ກົມຄຸ້ມຄອງວິທະຍາສາດ; 

            3) ຫ້ອງການສະພາວິທະຍາສາດແຫ່ງຊາດ; 

            4) ກົມປະກັນຄຸນນະພາບການສຶກສາ; 

            5) ສະຖາບັນພັດທະນາການບໍລິຫານການສຶກສາ 

            6) ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ; 

           7) ສໍານັກພິມສຶກສາ ແລະ ກິລາ; 

           8) ຫ້ອງການກໍາມາທິການສຶກສາສົງສູນກາງ; 

           9) ວິທະຍາໄລສົງ ອົງຕື້; 

          10) ບໍລິສັດລັດວິສາຫະກິດໂຮງພິມສຶກສາ; 

          11) ບໍລິສັດລັດວິສາຫະກິດຜະລິດ ແລະ ສະຫນອງອຸປະກອນການສຶກສາ;

           - ຮັບຜິດຊອບວຽກງານສະເພາະກິດລະດັບຊາດດັ່ງນີ້: 

                  1) ຮອງປະທານຄະນະກໍາມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ; 

                  2) ຮອງປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; 

                  3) ຮອງປະທານຄະນະໂຄງການຊັບສິນມະນຸດຂອງ ສປປ ລາວ; 

                  4) ຮອງປະທານຄະນະກໍາມະການ ເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ; 

                  5) ຄະນະກໍາມະການ ສູນກາງແນວລາວສ້າງຊາດ; 

                  6) ຄະນະກໍາມະການຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າແລະ ຄ່າບໍລິການ; 

                  7) ຄະນະກໍາມະການປະສານງານລະດັບຊາດວຽກງານປະຊາກອນ ແລະ ການພັດທະນາ; 

                  8) ປະທານຄະນະກໍາມະການແຜນການ ແລະ ການເງິນ ຂອງກະຊວງ ສສກ; 

                  9) ປະທານຄະນະກໍາມະການຈັດສັນ, ບັນຈຸ ແລະ ສັບຊ້ອນຄູ; 

                10) ຄະນະກໍາມະການຮ່ວມມືລາວ-ຫວຽດນາມ; 

                11) ປະຕິບັດວຽກງານອື່ນໆຕາມການມອບຫມາຍຂອງລັດຖະມົນຕີ.

1.4 ທ່ານ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ 

         ມີຫນ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຊ່ວຍລັດຖະມົນຕີຊີ້ນໍາຂົງເຂດການພັດທະນາຊັບພະຍາກອນມະນຸດ, ການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂອງຊາດ, ເປັນຜູ້ຮັບຜິດຊອບຊີ້ນໍາວຽກງານ ວິທະຍາສາດ ແລະ ວິຊາການອື່ນໆ ຕາມການມອບຫມາຍ ຂອງລັດຖະມົນຕີ ແລະ ມີສິດຮຽກໂຮມປະຊຸມ ແລະ ສ່ອງແສງລາຍງານພາກສ່ວນ ທີ່ ຕົນເອງຊີ້ນໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ.

        - ຊີ້ນໍາໂດຍກົງພາກສ່ວນຕ່າງໆລຸ່ມນີ້: 

          1) ຫ້ອງການກະຊວງ; 

           2) ກົມການສຶກສາກ່ອນໄວຮຽນ; 

           3) ກົມສາມັນສຶກສາ; 

           4) ກົມການສຶກສານອກໂຮງຮຽນ; 

           5) ກົມສ້າງຄູ; 

           6) ກົມອາຊີວະສຶກສາ; 

           7) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ; 

           8) ສະຖາບັນພັດທະນາອາຊີວະສຶກສາ; 

           9) ວິທະຍາໄລຄູດົງຄໍາຊ້າງ; 

          10) ສູນພັດທະນາການສຶກສານອກໂຮງຮຽນ; 

          11) ສູນສົ່ງເສີມການສຶກສາຮຽນຮ່ວມ; 

          12) ສູນຜູ້ປະກອບກິດຈະການລາວ-ອິນເດຍ; 

          13) ໂຮງຮຽນອະນຸບານສຶກສາ. 

              - ຊ່ວຍທ່ານລັດຖະມົນຕີຊີ້ນໍາ 

                        1) ກົມການສຶກສາຊັ້ນສູງ; 

                        2) ວິທະຍາໄລເຕັກນິກລາວ-ເຢຍລະມັນ; 

                        3) ວິທະຍາໄລເຕັກນິກປາກປ່າສັກ; 

                        4) ວິທະຍາໄລເຕັກນິກສັບພະວິຊາ; 

                        5) ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ; 

                        6) ວິທະຍາໄລເຕັກນິກ ວິຊາຊີບການລົດໄຟ;

               - ຮັບຜິດຊອບວຽກງານສະເພາະກິດລະດັບຊາດ ດັ່ງນີ້: 

                       1) ຮອງປະທານສະພາການສຶກສາຊັ້ນສູງແຫ່ງຊາດ; 

                       2) ຮອງປະທານກອງທຶນພັດທະນາອາຊີວະສຶກສາ;

                       3) ຮອງປະທານກໍາມະການແຫ່ງຊາດຂອງໂຄງການບ້ານຊ່ວຍເຫຼືອເດັກ SOS; 

                       4) ຄະນະກໍາມາທິການຄວບຄຸມໄພພິບັດລະດັບຊາດທັງເປັນປະທານຄະນະກໍາມາການຄຸ້ມຄອງໄພພິບັດ ກະຊວງສຶກສາທິການ ແລະ ກິລາ; 

                       5) ຄະນະກໍາມາທິການ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່ - ເດັກ ແຫ່ງຊາດ, ທັງເປັນປະທານ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ ່- ເດັກ ຂອງກະຊວງ ສສກ; 

                       6) ຮອງຫົວຫນ້າຄະນະຮັບຜິດຊອບຈັດງານບຸນມະໂຫລານປື້ມ ແລະ ສົ່ງເສີມການອ່ານແຫ່ງຊາດ; 7) ຄະນະກໍາມະການ ເພື່ອຄົນພິການ ຂັ້ນສູນກາງ; 

                       8) ຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການແຫ່ງຊາດ; 

                       9) ຄະນະກໍາມະການວຽກງານສະຖິຕິແຫ່ງຊາດ; 

                     10)ຄະນະກໍາມະການສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ; 11)ປະຕິບັດວຽກງານອື່ນໆຕາມການມອບຫມາຍຂອງລັດຖະມົນຕີ.