ອົງການໄຈກ້າ ພ້ອມຈະສືບຕໍ່ສົ່ງເສີມການພັດທະນາວຽກງານການສຶກສາ-ກິລາ ໃນສປປ ລາວ

 528370236_1320692930058512_8471569894649802851_n.jpg

ອົງການໄຈກາ ປະຈຳສປປ ລາວ ພ້ອມຈະສືບຕໍ່ຊຸກຍູ້ສົ່ງເສີມການພັດທະນາຂົງເຂດວຽກງານການສຶກສາ ແລະ ກິລາ ໃນສປປ ລາວ ໂດຍສະເພາະບັນດາໂຄງການທີ່ຕິດພັນກັບຂະແໜງສຶກສາ ແລະ ກິລາ ຊຶ່ງມີຫຼາຍວຽກງານເຊັ່ນ ການຮ່ວມມື ແລະ ແລກປ່ຽນການສຶກສາ, ທຶນການສຶກສາ, ຝຶກອົບຮົມ ແລະ ທັດສະນະສຶກສາ, ການຮຽນການສອນ, ວຽກງານການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງດ້ານການສຶກສາ ແລະ ກິລາ ນຳອີກ.
ໃນວັນທີ 5 ສິງຫາ 2025 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາ ປະຈຳລາວ ພ້ອມດ້ວຍຄະນະ ຊຶ່ງມີບັນດາຫົວໜ້າກົມ, ພະແນກ ແລະ ຜູ້ຮັບຜິດຊອບວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ກໍໄດ້ກ່າວສະແດງຄວາມຍິນດີຕໍ່ທ່ານລັດຖະມົນຕີ ເນື່ອງໃນໂອກາດທີ່ທ່ານໄດ້ດຳລົງຕຳແໜ່ງໃໝ່ ພ້ອມທັງໄດ້ລາຍງານການຊ່ວຍເຫຼືອຂອງອົງການໄຈກ້າໃນໄລຍະຜ່ານມາໃນຫຼາຍໆໂຄງການ ແລະ ຈະສືບຕໍ່ສົ່ງເສີມບັນດາກິດຈະກຳທີ່ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນໃຫ້ມີຜົນສຳເລັດ ໂດຍສະເພາະບັນດາໂຄງການທີ່ຕິດພັນກັບຂະແໜງສຶກສາ ແລະ ກິລາ ຊຶ່ງມີຫຼາຍວຽກງານເຊັ່ນ: ການຮ່ວມມື ແລະ ແລກປ່ຽນການສຶກສາ, ທຶນການສຶກສາ, ຝຶກອົບຮົມ ແລະ ທັດສະນະສຶກສາ, ການຮຽນການສອນ, ວຽກງານການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງດ້ານການສຶກສາ ແລະ ກິລາ ນຳອີກ.
ໂອກາດດຽວກັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ນາງ ມິຢາໂກະ ໂຄບາຢາຊິ ທີ່ໄດ້ມາສະແດງຄວາມຍິນດີ ແລະຊົມເຊີຍຕໍ່ໜ້າທີ່ໃໝ່ໃນຄັ້ງນີ້ ພ້ອມທັງໄດ້ລາຍງານໃຫ້ຮູ້ສະພາບການຈັດຕັ້ງປະຕິບັດວຽກງານດ້ານການສຶກສາ, ວິທະຍາສາດ ແລະ ກິລາ ກໍຄື ວຽກງານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ທີ່ຜ່ານມາ ແລະ ປັດຈຸບັນໃນຂອບການຊ່ວຍເຫຼືອຂອງອົງການໄຈກ້າ ຊຶ່ງມີທ່າກ້າວທີ່ພົ້ນເດັ່ນຫຼາຍດ້ານ, ພ້ອມທັງຮຽກຮ້ອງໃຫ້ອົງການໄຈກ້າ ສືບຕໍ່ເອົາໃຈໃສ່ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ວຽກງານການສຶກສາ-ກິລາຂອງສປປ ລາວ ເພື່ອໃຫ້ມີການພັດທະນາດີຍິ່ງໆຂຶ້ນ.
ພາບໂດຍ: ພັດສອນ
ຂ່າວໂດຍ: ສົງການ ພັນແພງດີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ