Featured

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະມີຜູ້ແທນເຂົ້າຮ່ວມ ທັງໝົດ 834 ສະຫາຍ

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ທີ່ຫໍປະຊຸມແຫ່ງຊາດ ໃນຕອນບ່າຍວັນທີ 4 ມັງກອນ 2026 ວ່າ: ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນ ທີ່ຮັກແພງທັງຫຼາຍ. ຂ້າພະເຈົ້າ ຂໍອະນຸຍາດຕາງໜ້າໃຫ້ກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ຂໍແຈ້ງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມດ້ວຍປະເທດເພື່ອນມິດໃກ້-ໄກ ຊາບທົ່ວເຖິງກັນ ວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6 ມັງກອນ 2026 ແລະ ຈະດໍາເນີນໄປຈົນເຖິງວັນທີ 8 ມັງກອນ 2026 ໃຊ້ເວລາ 3 ວັນເຕັມ ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມຄັ້ງນີ້, ມີຜູ້ແທນເຂົ້າຮ່ວມ ທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ນອກນີ້ ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ.
#ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນ ແລະ ຈະກາຍເປັນເຫດການການເມືອງ ແລະ ປະຫວັດສາດອັນໃຫຍ່ຫຼວງ ຂອງພັກ ແລະ ຂອງຊາດ, ຊຶ່ງຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ຈະປະກອບດ້ວຍວາລະສໍາຄັນ ຄື:
1). ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ 4 ເອກະສານສໍາຄັນ ຄື: ຮ່າງໂຄງການການເມືອງ ສະບັບທີ 03 ຂອງພັກ, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີX (2026-2030); ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຊຶ່ງເອກກະສານເຫຼົ່ານັ້ນ ຈະໄດ້ກໍານົດຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກ, ແນວທາງພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ ເພື່ອຮັບປະກັນໃຫ້ການກະກຽມບັນດາເອກະສານສໍາຄັນ ຂອງກອງປະຊຸມໃຫຍ່ ມີເນື້ອໃນທີ່ອຸດົມສົມບູນ, ເລິກເຊິ່ງ, ໜັກແໜ້ນ, ມີປະຊາທິປະໄຕ… ອະນຸກໍາມະການທີ່ກ່ຽວຂ້ອງ ໄດ້ສຸມໃສ່ຄົ້ນຄວ້າ, ກັ່ນກອງ, ປຶກສາຫາລື ແລະ ນໍາເອົາເນື້ອໃນເອກະສານດັ່ງກ່າວ ລົງທາບທາມ, ລະດົມຄວາມເຫັນ ຢ່າງກວ້າງຂວາງ ດ້ວຍຫຼາກຫຼາຍຮູບແບບ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ທັງໄດ້ໄປແລກປ່ຽນ ນໍາປະເທດເພື່ອນມິດຍຸດທະສາດ ແລ້ວປັບປຸງຫຼາຍຫຼົບຫຼາຍຕ່າວ ເພື່ອເຮັດໃຫ້ເອກະສານຂອງກອງປະຊຸມໃຫຍ່ ກາຍເປັນຄັງສາງແຫ່ງສະຕິປັນຍາຂອງທົ່ວປວງຊົນລາວທັງຊາດຢ່າງແທ້ຈິງ.
2).ກອງປະຊຸມ ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ຕະຫຼອດສະໄໝ ທີ XII ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ກໍຄື ປະຊາຊົນໄດ້ມອບໝາຍໃຫ້. ບົນຈິດໃຈ ທີ່ຕ້ອງຮັບປະກັນການກະກຽມດ້ານບຸກຄະລາກອນ ກອງປະຊຸມໃຫຍ່ດໍາເນີນ ໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ແລະ ມີປະຊາທິປະໄຕ. ອະນຸກໍາມະການຮັບຜິດຊອບ ໄດ້ເປັນເຈົ້າການຄົ້ນຄວ້າ, ອອກນິຕິກໍາທີ່ກ່ຽວຂ້ອງ ແລະ ນໍາພາການທາບທາມບຸກຄະກອນ ຢ່າງເປັນລະບົບຕໍ່ເນື່ອງ ແຕ່ຮາກຖານຂຶ້ນມາ ດ້ວຍວິທີການ ແລະ ຮູບແບບທີ່ເໝາະສົມ ເພື່ອ ຮັບປະກັນ ໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ປ່ຽມລົ້ນໄປດ້ວຍສະຕິປັນຍາ, ຊື່ສັດບໍລິສຸດຜຸດຜ່ອງ, ຈົງຮັກພັກດີ, ນໍາພາ ທົ່ວພັກ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.
#ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!
ໂດຍລວມແລ້ວ ຜ່ານຂະບວນການຫ້າງຫາກະກຽມຢ່າງເປັນລະບົບ ແຕ່ປີ 2023 ເປັນຕົ້ນມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງຈົດຈໍ່ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ. ສາມາດເວົ້າໄດ້ວ່າ ການກະກຽມກອງປະຊຸມໃຫຍ່ ຂອງພັກເຮົາ ແມ່ນຂະບວນການອັນກວ້າງຂວາງຂອງມະຫາຊົນ, ຊຶ່ງເປັນໝາກຜົນ ແລະ ການປະກອບສ່ວນອັນສໍາຄັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ທີ່ໄດ້ດໍາເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດ ສໍາຄັນໃຫຍ່ຫຼວງ ຫຼາຍດ້ານຜ່ານມາ, ສ້າງພື້ນຖານທີ່ໜັກແໜ້ນ ໃຫ້ກັບບາດກ້າວ ກໍຄືຍ່ານທາງສືບຕໍ່ຈັດຕັ້ງປະຕິບັດ ໃນສະໄໝທີ XII ຂອງພັກ.
ມາຮອດເວລານີ້ ຖືເປັນເວລາອັນມີສະຫງ່າລາສີ, ເປັນເວລາທີ່ມີຄວາມສຸກງອມ ແລະ ເປັນເວລາທີ່ພວກເຮົາໄດ້ມີຄວາມພ້ອມຢ່າງຮອບດ້ານແລ້ວ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ກໍາລັງຈະໄຂຂຶ້ນ ຢ່າງເປັນທາງການໃນວັນທີ 6-8 ມັງກອນ 2026 ທີ່ຈະມາເຖິງນີ້. ໃນນາມຕາງໜ້າກອງເລຂາກອງປະຊຸມໃຫຍ່ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນອອກແຮງ 3 ແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ດ້ວຍຄວາມພາກພູມໃຈ ແລະ ເປັນຂະບວນຟົດຟື້ນ.
ໃນໄລຍະດໍາເນີນກອງປະຊຸມໃຫຍ່,ຍັງຈະມີຂ່າວປະຈໍາວັນ ເພື່ອແຈ້ງໃຫ້ທົ່ວປວງຊົນລາວ ທັງຊາດ ໄດ້ຮັບຊາບຜົນຂອງການດໍາເນີນກອງປະຊຸມໃຫຍ່ ໃນແຕ່ລະວັນ ແລະ ພາຍຫຼັງສໍາເລັດການດໍາເນີນກອງປະຊຸມໃຫຍ່, ຂ້າພະເຈົ້າ ຍັງຈະລາຍງານຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ສໍານັກຂ່າວ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮັບຊາບຢ່າງເປັນທາງການຕື່ມອີກ. ການຖະແຫຼງຂ່າວ ໃນໄລຍະກ່ອນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ມາຮອດນີ້ ໄດ້ສິ້ນສຸດລົງ ຂໍອວຍພອນໃຫ້ບັນດານັກຂ່າວ, ສື່ມວນຊົນ ຈົ່ງມີສຸຂະພາບເຂັ້ມແຂງ ເຮັດສໍາເລັດໜ້າທີ່ຂອງຕົນ.

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •