Featured

ຄະນະປະຈຳພັກກະຊວງ ສສກ ພົບປະ ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ

 597326855_1435028048624999_6553109825820093408_n.jpg

ຄະນະປະຈໍາພັກກະຊວງສຶກສາທິການ ແລະ ກິລາ (ສສກ) ພົບປະຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ III ເມື່ອວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທັງເປັນຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ, ມີປະທານ ແລະ ຄະນະປະທານ, ເລຂາ, ຮອງເລຂາ ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນເປັນຄັ້ງທີ III ເປັນກອງປະຊຸມທີ່ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງ ເພາະຜູ້ແທນກອງປະຊຸມຈະໄດ້ພ້ອມກັນຮັບຟັງການລາຍງານຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ຂໍ້ສະເໜີຕ່າງໆ ໃນການເຄື່ອນໄຫວວຽກງານຂອງ 3 ອົງການຈັດຕັ້ງມະຫາຊົນ ກໍຄື: ຄະນະບໍລິຫານງານຊາວໜຸ່ມ, ສະຫະພັນກໍາມະບານ ແລະ ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ໃນໄລຍະ 1 ໄຕມາດຜ່ານມາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ເພື່ອໃຫ້ຜູ້ແທນກອງປະຊຸມໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລື ຮ່ວມກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ 3 ອົງການຈັດຕັ້ງມະຫາຊົນກະຊວງສຶກສາທິການ ແລະ ກິລາບັນລຸໄດ້ຜົນສໍາເລັດອັນໃໝ່ ທີ່ຍິ່ງໃຫຍ່ກ່ວາເກົ່າ.
ໂອກາດດັ່ງກ່າວ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນພ້ອມກັນເປັນເຈົ້າການໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ເອົາໃຈໃສ່ປະຕິບັດ ແຜນງານ 5 ປີຂອງ 3 ອົງການຈັດຕັ້ງມະຫາຊົນທີ່ວາງໄວ້, ມີອັນໄດທີ່ຈັດຕັ້ງປະຕິບັດໃດ້ແລ້ວ, ອັນໄດທີ່ຍັງບໍສໍາເລັດ, ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ, ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນກະຊວງສຶກສາທິການ ແລະ ກິລາ ຈົ່ງຍົກສູງວຽກງານການເມືອງ-ແນວຄິດເປັນເຄົ້າ ເນື່ອງຈາກວ່າການຕິດຕາມ ສ້າງໜ່ວຍພັກໃຫ້ເປັກໜ່ວຍພັກເຂັ້ມແຂງ ປອດໄສ ໜັກແໜ້ນ ແລະ ໃນໄລຍະໃໝ່ນີ້ ແມ່ນອີງໃສ່ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ແຂ່ງຂັນຂອງ 3 ອົງການຈັດຕັ້ງມະຫາຊົນເປັນຫຼັກ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ພັດທະນາຂຶ້ນເປັນກ້າວໆ.
ໂດຍ: ບົວລະພາ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •