ກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ມອບທຶນການສຶກສາໃຫ້ນັກສຶກສາວິທະຍາໄລເຕັກນິກວິຊາຊີບ ແບບປະສົມແຂວງອຸດົມໄຊ

ພິທີມອບທຶນການສຶກສາຂອງ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳແຂວງຫຼວງພະບາງ ໃຫ້ແກ່ນັກສຶກສາ ແລະ ວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ຕາງໜ້າກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ ມອບໂດຍ ທ່ານ ຈຳປາ ສີດາຄຳ ຫົວໜ້າພະແນກການຕ່າງປະເທດແຂວງອຸດົມໄຊ, ມີ ທ່ານ ສີທອງ ທັນຂັນຕິ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາອຸດົມໄຊ ແລະ ທ່ານ ຈັນທີ ວິລະໄຊພອນ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບແບບປະສົມ ແຂວງອຸດົມໄຊ ຕະຫຼອດຮອດ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນ ເຂົ້າຮ່ວມ.
ການມອບທຶນການສຶກສາ ແມ່ນປະຕິບັດຕາມ ແຈ້ງການຂອງພະແນກການຕ່າງປະເທດ ໃນການຄັດເລືອກເອົານັກສຶກສາ ຕາມເປົ້າຫມາຍ ກໍຄື ເປັນນັກສຶກສາທີ່ມີຄວາມດຸຫມັ່ນ, ຕັ້ງໃຈໃນການສຶກສາຮ່ຳຮຽນ ແລະ ມີຜົນການຮຽນລະດັບດີ, ມີຄຸນສົມບັດ, ປະຕິບັດກົດລະບຽບຂອງວິທະຍາໄລ, ບໍ່ພົວພັນກັບສິ່ງເສບຕິດ ແລະ ສິ່ງຜິດກົດຫມາຍອື່ນໆ ແຕ່ຕ້ອງເປັນຄອບຄົວທີ່ຫຍຸ້ງຍາກທາງດ້ານເສດຖະກິດ, ຄອບຄົວມີລາຍຮັບຕ່ຳ ແລະ ອາໄສຢູ່ເຂດຫ່າງໄກສອກຫຼີກ ເພື່ອຮັບທຶນການຊ່ວຍເຫລືອ ຈາກ ກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ. ໃນນີ້ ນ້ອງນັກສຶກສາ ທີ່ຜ່ານການຄັດເລືອກ ຈາກ ຄະນະກຳມະການ ຂອງວິທະຍາໄລ ແລະ ໄດ້ຮັບທຶນການຊ່ວຍເຫຼືອດັ່ງກ່າວ ປະກອບມີທັງໝົດ 4 ຄົນ ຊຶ່ງມາຈາກ ສາຂາ ເຕັກໂນໂລຊີ ກົນຈັກ 2 ຄົນ ຄື: ທ້າວ ນົງ ຊົງ ບ້ານພູຫວດ ເມືອງງາ ແລະ ທ້າວ ລີຫວັດ ວິໄລຄຳ ບ້ານປາງດູ່ ເມືອງໄຊ ແລະ ມາຈາກ ສາຂາ ກໍ່ສ້າງ-ເຄຫາສະຖານ 2 ຄົນ ຄື: ທ້າວ ສີ ແສງມາລີ ບ້ານຫ້ວຍຮ່າ ເມືອງນາໝໍ້ ແລະ ທ້າວ ໄມ ສຸລິຄຳ ບ້ານແກ ເມືອງໄຊ.
ນອກຈາກມອບທຶນການສຶກສາແລ້ວ ຍັງໄດ້ນຳເອົາຄອມພິວເຕີ ໂນດບຸກ ຈຳນວນ 5 ຊຸດ ແລະ ເຄື່ອງພິມເອກະສານ ຈຳນວນ 5 ຊຸດ ລວມເປັນມູນຄ່າທັງໝົດ 2,822.18 ໂດລາສະຫະລັດ ຫຼື ປະມານ 50 ລ້ານກວ່າກີບ ຕື່ມອີກດ້ວຍ.
ພາບ-ຂ່າວໂດຍ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ
