
ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີແຂ່ງຂັນຖາມ-ຕອບວິທະຍາສາດ ຊັ້ນມັດທະຍົມສຶກສາຕອນຕົ້ນ ທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2025 ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ ຄົບຮອບ 50 ປີ ເມື່ອວັນທີ 27 ພະຈິກ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 4 ຂອງວິທະຍາໄລເຕັກນິກ-ວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກກົມຄຸ້ມວິທະຍາສາດ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ຫ້ອງການສະພາວິທະຍາສາດ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຮອງຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ, ຫົວ ໜ້າສູນໄອຊີທີພະແນກສຶກສາ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 9 ເມືອງ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພະນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມທັງໝົດ 178 ຄົນ.
https://educationnews.la/wp-content/uploads/2025/11/khaonar2-copy-10-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2-copy-10-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2-copy-10-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />ການຈັດແຂ່ງຂັນຖາມ-ຕອບວິທະຍາສາດຄັ້ງນີ້, ແມ່ນເພື່ອເປັນການເຜີຍແຜ່ ແລະ ປູກຈິດສຳນຶກດ້ານວຽກງານວິທະຍາສາດ ໃຫ້ແກ່ນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານດັ່ງກ່າວຢ່າງກ້ວາງຂວາງ; ເພື່ອເປັນການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ 12 ຕຸລາ ຄົບຮອບ 38 ປີ ແລະ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃຫ້ເປັນຂະບວນການຟົດຟື້ນ; ເພື່ອເປັນການເຜີຍແຜ່ ແລະ ປູກຈິດສຳນຶກດ້ານວຽກງານວິທະຍາສາດ ໃຫ້ແກ່ນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານດັ່ງກ່າວຢ່າງກວ້າງຂວາງ ໃຫ້ມີຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ທົ່ວນະຄອນຫຼວງວຽງຈັນ.
https://educationnews.la/wp-content/uploads/2025/11/khaonar2-13-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2-13-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2-13-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />
https://educationnews.la/wp-content/uploads/2025/11/khaonar2.2-16-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.2-16-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2.2-16-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />ການແຂ່ງຂັນໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ “ຄວາມຄິດສ້າງສັນຂອງຄົນຮຸ່ນໜຸ່ມ ຕໍ່ກັບວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (STEM)” ກິດຈະກໍາຖາມ-ຕອບວິທະຍາສາດ ແມ່ນກິດຈະກຳໜຶ່ງ ທີ່ປິ່ນອ້ອມການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ແລະ ມີຄວາມສຳຄັນຫຼາຍ ໃນການປູກຈິດສຳນຶກ ດ້ານວຽກງານວິທະຍາສາດ ໃຫ້ແກ່ນ້ອງນັກຮຽນ ທຸກຊັ້ນຮຽນ ບໍ່ວ່າຈະເປັນການສຶກສາຊັ້ນອະນຸບານ, ປະຖົມສຶກສາ, ຊັ້ນມັດທະຍົມສຶກສາ ຈົນຮອດຂັ້ນມະຫາວິທະຍາໄລ. ສະນັ້ນ, ຈຸດປະສົງ ທີ່ຄະນະຮັບຜິດຊອບໄດ້ເລືອກເອົາຊັ້ນມັດທະຍົມຕອນຕົ້ນ ກໍເພາະເປັນໝາກຫົວໃຈສຳຄັນ ໃນການສືບຕໍ່ສຶກສາໃນຊັ້ນມັດທະຍົມຕອນປາຍ ແລະ ສາຍວິຊາສະເພາະ ຊຶ່ງປັດຈຸບັນ ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມສໍາຄັນຂອງວິທະຍາສາດ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການສຶກສາດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອໃຫ້ມີຄວາມຮູ້ ແລະ ທັກສະສາມາດຕອບສະໜອງກັບຄວາມຕ້ອງການ ຕໍ່ການພັດທະນາ ທີ່ມີການປ່ຽນແປງ ຢ່າງກ້າວກະໂດດ. ນອກຈາກນີ້, ຍັງສ້າງແຮງຈູງໃຈໃຫ້ເຍົາວະຊົນ, ປັນຍາຊົນ, ນັກຮຽນຮູ້ ໃຫ້ສົນໃຈຮຽນຕໍ່ ດ້ານວິທະຍາສາດ ເຕັກໂນໂລຊີ ວິສະວະກຳ ແລະ ຄະນິດສາດ (STEM).
https://educationnews.la/wp-content/uploads/2025/11/khaonar2.6-13-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.6-13-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2.6-13-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />
https://educationnews.la/wp-content/uploads/2025/11/khaonar2.4-13-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.4-13-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2.4-13-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />ການແຂ່ງຂັນໃນຄັ້ງນີ້, ແມ່ນໄດ້ຄັດເລືອກເອົາຕົວແທນຂອງໂຮງຮຽນທັງພາກລັດ ແລະ ພາກເອກະຊົນ ໃນ 9 ຕົວເມືອງ (ພາກເອກະຊົນ ມີ 7 ເມືອງ) ລວມທັງໝົດ 20 ໂຮງຮຽນ, 20ທີມ, ໂຮງຮຽນລະ 3 ນ້ອງ ລວມນັກແຂ່ງຂັນທັງໝົດຈຳນວນ 60 ນ້ອງຄື: ມສ ວຽງຈັນ, ມສ ມິດຕະພາບ ລາວ-ຫວຽດນາມ, ສຶກສາສົງນະຄອນຫຼວງວຽງຈັນ, ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ (ນັກຮຽນສາມັນວິຊາຊີບ), ມສ ສິນໄຊ, ມສ ເຈົ້າອານຸວົງ, ມສ ສາລາຄຳ, ມສ ເຄເອັນຊີ, ມສ ສີທອງ, ມສ ໂພນທອງ, ມສ ແສງໃສ, ມສ ໜອງດ້ວງ, ມສ ຊັບປັນຍາ, ມສ ປາດຖະໜາ, ມສ ໄຊເຊດຖາ, ມສ ເພຍວັດ, ມສ ວິຣະຖາວອນ, ມສ ສາທິດ, ມສ ວັນໃໝ່ ແລະ ມສ ສົມສະຫວາດ.
https://educationnews.la/wp-content/uploads/2025/11/khaonar2.7-12-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.7-12-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2.7-12-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />
https://educationnews.la/wp-content/uploads/2025/11/khaonar2.5-14-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.5-14-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2.5-14-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />ການແຂ່ງຂັນໄດ້ແບ່ງອອກເປັນ 2 ສາຍ ຄື: ສາຍ ກ ແລະ ສາຍ ຂ, ແຂ່ງຂັນ 3 ຮອບ ຄື: ສາຍ ກ ປະກອບມີ ມສ.ວຽງຈັນ, ມສ.ມິດຕະພາບ ລາວ-ຫວຽດນາມ, ສຶກສາສົງນະຄອນຫຼວງວຽງຈັນ, ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ (ນັກຮຽນສາມັນວິຊາຊີບ), ມສ ເຈົ້າອານຸວົງ, ມສ ສາລາຄຳ, ມສ ສີທອງ, ມສ ໂພນທອງ, ມສ ໜອງດ້ວງ, ມສ ສົມສະຫວາດ; ສາຍ ຂ ປະກອບມີ ມສ ປາດຖະໜາ, ມສ ສິນໄຊ, ມສ ໄຊເຊດຖາ, ມສ ເຄເອັນຊີ, ມສ ແສງໃສ, ມສ ຊັບປັນຍາ, ມສ ວິຣະຖາວອນ, ມສ ວັນໃໝ່, ມສ ສາທິດ ແລະ ມສ ເພຍວັດ.
https://educationnews.la/wp-content/uploads/2025/11/khaonar2.8-9-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.8-9-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2.8-9-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />
https://educationnews.la/wp-content/uploads/2025/11/khaonar2.1-19-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.1-19-1024x640.jpg 1024w, https://educationnews.la/wp-content/uploads/2025/11/khaonar2.1-19-768x480.jpg 768w" alt="" width="1200" height="750" class="attachment-full size-full" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />ຮອບທີ 1: ຮອບຄັດເລືອກ ສາຍ ກ ຄັດເລືອກຈາກ 10 ທີມ ເຫຼືອ 5 ທີມ ແລະ ສາຍ ຂ ຄັດເລືອກຈາກ 10 ທີມເຫຼືອ 5 ທີມ, ຈາກ 20 ທີມ 10 ທີມ; ຮອບທີ 2: ແຂ່ງຂັນຮອບຮອງຊະນະເລີດ ຈໍານວນ 10 ທີມ ເຫຼືອ 4 ທີມ; ຮອບທີ 3: ແຂ່ງຂັນຊີງຊະນະເລີດ ຈໍານວນ 4 ທີມສຸດທ້າຍຄັດເລືອກເອົາອັນດັບທີ 1, 2, 3 ແລະ ທີ 4 ໂດຍມີລາງວັນທັງໝົດ 4 ລາງວັນຄື: ລາງວັນທີ 1 ໄດ້ຮັບເງິນສົດ 3.500.000 ກີບ ພ້ອມດ້ວຍໂລລາງວັນ 1 ໜ່ວຍ ແລະ ໃບຍ້ອງຍໍ; ລາງວັນທີ 2 ໄດ້ຮັບເງິນສົດ 3.000.000 ກີບ ພ້ອມດ້ວຍໂລລາງວັນ 1 ໜ່ວຍ ແລະ ໃບຍ້ອງຍໍ; ລາງວັນທີ 3 ໄດ້ຮັບເງິນສົດ 2.500.000 ກີບ ພ້ອມດ້ວຍໂລລາງວັນ 1 ໜ່ວຍ ແລະ ໃບຍ້ອງຍໍ; ລາງວັນທີ 4 ໄດ້ຮັບເງິນສົດ 2.000.000 ກີບ ພ້ອມດ້ວຍໂລລາງວັນ 1 ໜ່ວຍ ແລະ ໃບຍ້ອງຍໍ. ຜ່ານການແຂ່ງຂັນດັ່ງກ່າວ, ຜົນປາກົດວ່າຮອບຊີງຊະນະເລີດ 4 ທີມສຸດທ້າຍ, ທີມນ້ອງນັກຮຽນໂຮງຮຽນທີ່ໄດ້ຮັບຊະນະເລີດ ອັນດັບທີ 1 ໂຮງຮຽນ ມສ ປາດຖະໜາ; ອັນດັບທີ 2 ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ; ອັນດັບທີ 3 ໂຮງຮຽນ ມສ ວິຣະຖາວອນ ແລະ ອັນດັບທີ 4 ໂຮງຮຽນ ມສ ສິນໄຊ.
https://educationnews.la/wp-content/uploads/2025/11/khaonar2.3-18-300x188.jpg 300w, https://educationnews.la/wp-content/uploads/2025/11/khaonar2.3-18-768x480.jpg 768w, https://educationnews.la/wp-content/uploads/2025/11/khaonar2.3-18.jpg 1200w" alt="" width="1024" height="640" class="attachment-large size-large" style="--uk-inverse: initial; vertical-align: middle; max-width: 100%; height: auto; box-sizing: border-box;" decoding="async" loading="lazy" />ຂ່າວໂດຍ: ບົວລະພາ
