Featured

 

ໃນໂອກາດທີ່ທັບນັກກິລາແຂວງຜົ້ງສາລີ ຊຸດເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເດີນທາງກັບມາເຖິງບ້ານເກີດເມືອງນອນ ໄດ້ສ້າງຂະບວນ ແລະ ຈັດພິທີຕ້ອນຮັບຢ່າງສົມກຽດ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ພາກພູມໃຈ ໃນຕອນເຊົ້າຂອງວັນທີ 27 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ອູຄໍາ ຕຸລາພັນ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ບຸນຈັນ ໄມ່ຕ່ວນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະນຳ, ຄູຝຶກ, ນັກກິລາ, ພະນັກງານວິຊາການພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ຄູ-ອາຈານ, ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ພາຍຫຼັງໄດ້ແຫ່ຂະບວນອ້ອມເທດສະບານແຂວງ ໃນພິທີ, ທ່ານ ສົມຈິດທອງ ຈຸມມາລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ຊີ້ນໍາວຽກງານກິລາ-ກາຍະກໍາ ແລະ ສິລະປະສຶກສາ ໄດ້ຕາງໜ້າທັບນັກກິລາລາຍງານສະພາບໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວເຂົ້າຮ່ວມແຂ່ງຂັນກິລາໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເປັນເຈົ້າພາບ ໂດຍແຂວງຜົ້ງສາລີ ໄດ້ເຂົ້າຮ່ວມຊີງໄຊລວມມີ 7 ປະເພດກິລາ ຄື: ກິລາໝາກແລ້ຍິງ-ຊາຍ, ແລ່ນ-ລານຍິງ-ຊາຍ, ຍິງປືນຊາຍ, ເປຕັງຍິງ-ຊາຍ, ໜ້າເກັກຍິງ-ຊາຍ, ໝາກຂ່າງຍິງ-ຊາຍ ແລະ ກິລາກັອບຍິງ-ຊາຍ, ສົ່ງຕົວແທນນັກກິລາທັງໝົດ 85 ທ່ານ, ຍິງ 25 ທ່ານ ແລະ ສາມາດຊີງໄຊຄວ້າຫຼຽນໄດ້ທັງໝົດ 11 ຫຼຽນ. ໃນນັ້ນ, ມີ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ.​ ທ່ານໄດ້ກ່າວອີກວ່າ ເປັນຜົນສໍາເລັດເກີນຄາດໝາຍທີ່ກໍານົດໄວ້ໃນເບື້ອງຕົ້ນ ແລະ ເປັນທີ່ເພິ່ງພໍໃຈຂອງທັບນັກກິລາ ກໍຄືຊາວແຂວງຜົ້ງສາລີເປັນຢ່າງຍິ່ງ.

ໃນໂອກາດດັ່ງກ່າວ, ທ່ານ ອູຄໍາ ຕຸລາພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ກໍຄືໄຊຊະນະທີ່ທັບນັກກິລາແຂວງຜົ້ງສາລີສາມາດຍາດມາໄດ້. ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບແຕ່ລະພາກສ່ວນ ລວມທັງນັກກິລາແຕ່ລະປະເພດ ຈົ່ງຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນສໍາເລັດອັນດີງາມໄວ້ ເພື່ອເປັນບ່ອນອີງໃນການພັດທະນາທາງດ້ານການບໍລິຫານຂອງສະຫະພັນກິລາແຕ່ລະປະເພດ, ພັດທະນາຄວາມສາມາດຂອງນັກກິລາ ໂດຍສະເພາະແມ່ນການນໍາພາ-ຊີ້ນໍາຂອງພະແນກສຶກສາທິການ ແລະ ກິລາແຂວງ. ນັກກິລາທຸກຄົນຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມດ້ານຄຸນສົມບັດ, ຈັນຍາບັນການແຂ່ງຂັນ; ສືບຕໍ່ຝຶກຊ້ອມຢ່າງເປັນປົກກະຕິ-ຕໍ່ເນື່ອງ ເພື່ອກຽມຄວາມພ້ອມຮອບດ້ານເຂົ້າຮ່ວມແຂ່ງຂັນໃນທຸກລະດັບ, ທຸກຂົງເຂດ ແລະ ສ້າງຜົນງານໃຫ້ນັບມື້ດີຂຶ້ນເລື້ອຍໆ.

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •