ສສກ ປະກາດພະນັກງານການນໍາຂັ້ນສູງ ແລະ ຂັ້ນຫົວໜ້າກົມອອກພັກການຮັບອຸດໜູນບໍານານ ພ້ອມແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ


ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີພິທີປະກາດພະນັກງານການນໍາຂັ້ນສູງ ແລະ ຂັ້ນຫົວໜ້າກົມອອກພັກການຮັບອຸດໜູນບໍານານ ພ້ອມແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ໃນວັນທີ 8 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ4 ຕຶດໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ບັນດາທ່ານຫົວໜ້າຫ້ອງການຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ, ສຳນັກພິມ, ລັດວິສາຫະກິດອຸປະກອນການສຶກສາ, ໂຮງພິມສຶກສາ, ວິທະຍາໄລ, ໂຮງຮຽນອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ແລະ ຂັ້ນຫົວໜ້າກົມ ອອກພັກການ-ຮັບອຸດໜູນບໍານານ ແລະ ຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂັ້ນລັດຖະມົນຕີ ສສກ ຈໍານວນ 2 ທ່ານ ໂດຍນາຍົກລັດຖະມົນຕີອອກດຳລັດອະນຸມັດໃຫ້ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຂົ້າສັງກັດລັດວັນທີ 01/10/1987 ລວມອາຍຸການ 38 ປີ ແລະ ທ່ານນາງ ພິລານີ ພິດສະໄໝ ຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ເຂົ້າສັງກັດລັດວັນທີ 01/10/1991 ລວມອາຍຸການ 34 ປີ ອອກພັກການ-ຮັບອຸດໜູນບໍານານ. ພ້ອມດຽວກັນນັ້ນ, ຍັງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດແຕ່ງຕັ້ງ ພະນັກງານຂັ້ນຫົວໜ້າກົມ ໂດຍລັດຖະມົນຕີອອກດໍາດັດແຕ່ງຕັ້ງທ່ານ ນາງ ດອກແກ້ວ ພົນທະຈິດ ເປັນຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ທີ່ພະນັກງານທີ່ອອກພັກການ-ຮັບອຸດບໍານານ ຈຳນວນ 2 ທ່ານ ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ. ຊຶ່ງທ່ານ ປອ ສໍາລານ ພັນຄະວົງ ກໍເປັນການນໍາຜູ້ໜຶ່ງທີ່ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງພັກ-ລັດ ຕັ້ງແຕ່ເປັນພະນັກງານໜຸ່ມນ້ອຍຈົນເຖິງຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລ້ວນແລ້ວເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານໃນຂະແໜງການສຶກສາໃຫ້ມີຜົນສຳເລັດຫຼາຍຂຶ້ນ ມາຮອດວາລະນີ້ທ່ານທັງສອງກໍໄດ້ພ້ອມກັນເຮັດໜ້າທີ່ຂອງຕົນເອງໂດຍມີຜົນສຳເລັດແລ້ວ. ແນວໃດກໍຕາມ ທັງສອງທ່ານຈະອອກພັກການ-ຮັບອຸດໜູນບໍານານໄປແລ້ວກໍຕາມ; ທັງສອງກໍສາມາດໄປມາຫາສູ່ ແລະ ເປັນທີ່ປຶກໃຫ້ກັບຮຸ່ນສືບທອດໃນການຈັດຕັ້ງປະຕິບັດວຽກງານໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນເວລາຈຳເປັນ. ສໍາລັບຜູ້ທີ່ໄດ້ຮັບການແຕ່ງດໍາລົງຕໍາແໜ່ງໃໝ່ກໍຂໍໃຫ້ພ້ອມກັນສືບຕໍ່ປະຕິບັກໜ້າທີ່ວຽກງານໃຫ້ປະສົບຜົນສໍາເລັດ ຕາມການມອບໝາຍຂອງການຈັດຕັ້ງ ເພື່ອເຮັດໃຫ້ການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ມີຄຸນນພາບສູງຂຶ້ນເທື່ອລະກ້າວ.
ຂ່າວໂດຍ: ບຸນທະວີ ນະວົງສາ
