ໃນລະຫວ່າງ ວັນທີ 14-18 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ຜູ້ດູແລເດັກ
ກ່ຽວກັບການນໍາໃຊ້ຄູມືການຮຽນ ການສອນຜ່ານການຫຼິ້ນເຂົ້າໃນການຈັດຕັ້ງກຸ່ມພັດທະນາເດັກໃນຊຸມຊົນສໍາລັບເປົ້າໝາຍ 2 ເມືອງຄື: ເມືອງຂວາ ແລະ ເມືອງສໍາພັນ ໂດຍໃຫ້ກຽດເຂົ້າຮ່ວເປັນປະທານຂອງ ທ່ານ ສອນ ທອງປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນຮຽງ ສີງວົງສາ ຫົວໜ້າພະແນກອະນຸບານສຶກສາ ພ້ອມດ້ວຍແຂກຂັ້ນກະຊວງ-ຂັ້ນແຂວງ ຕະຫຼອດຮອດພະນັກງານວິຊາການຂັ້ນເມືອງ ແລະ ຄູສອນ-ຜູ້ດູແລເດັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ທົບທວນຄືນພາບລວມຂອງການຈັດຕັ້ງປະຕິບັດກຸ່ມພັດທະນາເດັກໃນຊຸມຊົນ, ກິດຈະກໍາການຮຽນ ການສອນ ແລະ ສົ່ງເສີມວິທີການຮຽນໃນຫ້ອງ, ໄດ້ສົນທະນາແລກປ່ຽນບົດຮຽນ ຢ່າງເປັນຂະບວນຟົດຟື້ນ ແລະ ສ້າງສັນ ກ່ຽວກັບເນື້ອໃນບັນດາເອກະສານຄື: ຄວາມສໍາຄັນຂອງການຫຼິ້ນ, ລະດັບການຫຼິ້ນຂອງເດັກນ້ອຍ, ກິດຈະກໍາຜ່ານການຫຼິ້ນໃນຫ້ອງຮຽນ, ວິທີການນໍາໃຊ້ຄູ່ມືການຮຽນ ການສອນຜ່ານການຫຼິ້ນ, ການນໍາໃຊ້ປຶ້ມຕິດຕາມ, ການນໍາໃຊ້ອຸປະກອນ, ປະຕິບັດຕົວຈິງກ່ຽວກັບວິທີການຫຼິ້ນໃນແຕ່ລະແບບໃນປຶ້ມຄູ່ມື.
ໃນໂອກາດນີ້, ປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສ່ວນທີ່ຮ່ວມກັນຈັດຕັ້ງປະຕິບັດດ້ວຍຄວາມພະຍາຍາມສູງ ແລະ ສາມາດບັນຜົນຕາມຈຸດປະສົງທີ່ວາງໄວ້. ພ້ອມດຽວກັນນີ້, ທ່ານ ຍັງໄດ້ຮຽກຮ້ອງຜູ້ບໍລິຫານການສຶກສາ ກໍຄືຄະນະຮັບຜິດຊອບທຸກຂັ້ນສືບຕໍ່ຊຸກຍູ້ ສົ່ງເສີມ ແລະ ຕິດຕາມກວດກາໃນການຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນຢ່າງໃກ້ຊິດຕິດແທດເປັນປົກກະຕິ ແລະ ຕໍ່ເນື່ອງ, ພາກສ່ວນຈັດຕັ້ງປະຕິບັດຕົວຈິງ ຕ້ອງສືບຕໍ່ສຶກສາຄົ້ນຄວ້າບັນດາເນື້ອໃນເອກະສານໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອໃຫ້ການຈັດຕັ້ງປະຕິບັດໃນແຕ່ລະທ້ອງຖິ່ນທີ່ຕົນຮັບຜິດຊອບ ມີຄວາມຄ່ອງແຄ້ວ, ຊໍານິຊໍານານ ແລະ ມີປະສິດທິພາບ-ປະສິດທິຜົນສູງ.
ຂ່າວໂດຍ: ຄໍາວອນ (ສກຂ ຜົ້ງສາລີ)
