ໃນຕອນເຊົ້າວັນທີ 17 ພະຈິກ 2025 ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົາແຂວງຜົ້ງສາລີ ໄດ້ຈັດພິທີມອບຮັບເຄື່ອງຊ່ວຍເຫຼືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
ໂດຍໃຫ້ກຽດກ່າວມອບຂອງ ທ່ານ ບຸນສາລີ ຈິດດາພອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ກ່າວຮັບຂອງ ທ່ານ ສະກຸນໄທ ແສງເດືອນ ຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ຕະຫຼອດຮອດຄູ-ອານຈານ ແລະ ນ້ອງນັກຮຽນຕາງໜ້າເຂົ້າຮ່ວມເປັນສັກຂີພະຍານ.
ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ເປັນເຄື່ອງທີ່ໄດ້ຮັບອຸປະຖໍາຈາກ ອົງການຢູນີເຊັບ (UNICEF) ຊຶ່ງປະກອບມີເຄື່ອງອຸປະໂພກ ແລະ ບໍລິໂພກຄື: ຢາຖູແຂ້ວ, ແປງຖູແຂ້ວ, ສະບູກ້ອນ, ຖັງນໍ້າ (ຮ້ອນ-ເຢັນ), ຢາສະຜົມ, ເຈວລ້າງມື, ນໍ້າຢາລ້າງຈານ, ຟອຍລ້າງຖ້ວຍ, ຖົງມືຢາງ, ແຟັບຊັກເຄື່ອງ, ນໍ້າຢາລ້າງຫ້ອງນໍ້າ, ແປງລ້າງຫ້ອງນໍ້າ, ຟອຍປັດເຮືອນ, ຖັງໃສ່ຂີ້ເຫຍື້ອ, ຖົງໃສ່ຂີ້ເຫຍື້ອ ແລະ ຜ້າແຊັດໂຕ ລວມທັງໝົດ 8.563 ຢ່າງ.
ໂອກາດນີ້, ທ່ານຜູ້ອໍານວຍການໂຮງຮຽນ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຕິລາສູງຕໍ່ທີມງານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ທີ່ເຫັນໄດ້ຄວາມຈຳເປັນ ແລະ ນຳເອົາເຄື່ອງດັ່ງກ່າວມາມອບໃຫ້ກັບໂຮງຮຽນໃນຄັ້ງນີ້ ຊຶ່ງມັນສະແດງເຖິງຄວາມເປັນຫ່ວງ ເປັນໃຍທາງດ້ານວຽກງານສຸຂະສຶກສາ ແລະ ສົ່ງເສີມສຸຂະພາບໃນໂຮງຮຽນ ທັງເປັນການບັນເທົາທຸກໃຫ້ກັບນ້ອງນັກຮຽນທີ່ຢູ່ເຂດຫ່າງໄກຈາກຕົວເມືອງ ແລະ ທາງໂຮງຮຽນພວກເຮົາພ້ອມແລ້ວທີ່ຈຳນຳເອົາເຄື່ອງດັ່ງກ່າວມູນໃຊ້ເຂົ້າໃນໂຮງຮຽນໃຫ້ເກີດປະໂຫຍດສູງສຸດ.
ໃນຕອນທ້າຍພິທີ, ທ່ານ ບຸນສາລີ ຈິດດາພອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະອໍານວຍການ ກໍຄືຄູ-ອາຈານ ແລະ ນ້ອງນັກຮຽນ ຈົ່ງນໍາໃຊ້ເຄື່ອງແຕ່ລະປະເພດໃຫ້ຖືກວິທີ, ຖືກຕາມນະໂຍບາຍ, ໃຫ້ໄດ້ຊົມໃຊ້ຢ່າງທົ່ວເຖິງ ແລະ ຍາວນານ.
ຂ່າວໂດຍ: ຄໍາວອນ (ສກຂ ຜົ້ງສາລີ)


