ໃນຕອນແລງວັນທີ 17 ພະຈິກ 2025 ທີ່ສະໜາມກິລາເປຕັງແຫ່ງຊາດ (ວິທະຍາເຂດດົງໂດກ) ເມືອງໄຊທານີ ນະຄອນຫຼວງວຽງຈັນ
ໄດ້ມີການແຂ່ງຂັນກິລາເປຕັງປະເພດດ່ຽວຍິງ ຮອບຊີງຊະນະເລີດ ເປັນການໂຄຈອນມາພົບກັບ ລະຫວ່າງ ນາງ ໂບວິລັກ ເທບພະກັນ ນັກກິລາຕົວແທນຈາກກະຊວງປ້ອງກັນຄວາມສະຫງົບ ທີ່ມີປະສົບການຢ່າງຫຼວງຫຼາຍທັງລາຍການລະດັບຊາດ, ພາກພື້ນ ແລະ ສາກົນ ໃນນາມທີມຊາດລາວ ຊຶ່ງໃນຮອບຮອງຊະນະເລີດ ສາມາດເອົາຊະນະ ນາງ ສຸກຈິນດາ ດາວລືໄຊ ຈາກແຂວງບໍ່ແກ້ວມາໄດ້ ພົບກັບ ນາງ ຈິນດາວອນ ສີສະຫວັດ ນັກກິລາຕົວແທນຈາກແຂວງຄຳມ່ວນ ທີ່ໃນຮອບຮອງຊະນະເລີດ ເອົາຊະນະ ນາງ ສົມພະໄທ ທອງທິດາ ນັກກິລາຕົວແທນຈາກແຂວງຫົວພັນ. ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງຄົນຫຼິ້ນກັນໄດ້ຢ່າງສູສີ ກ່ອນທີ່ສຸດທ້າຍຈະເປັນຝ່າຍ ໂບວິລັກ ເທບພະກັນ ທີ່ເຂົ້າໄດ້ດີ ແລະ ຕີໄດ້ແມ້ນກວ່າ ເອົາຊະນະ ຈິນດາວອນ ສີສະຫວັດ ໄປໄດ້ 11-8 ຄະແນນ ຄວ້າຫຼຽນຄຳ ໃຫ້ກັບທັບນັກກິລາກະຊວງປ້ອງກັນຄວາມສະຫງົບ ໄດ້ຕາມເປົ້າໝາຍ. ສ່ວນຫຼຽນເງິນຕົກເປັນຂອງ ຈິນດາວອນ ສີສະຫວັດ ຈາກແຂວງຄຳມ່ວນ. ຂະນະທີ່ຫຼຽນທອງຮ່ວມ ໄດ້ແກ່ ນາງ ສຸກຈິນດາ ດາວລືໄຊ ຈາກແຂວງບໍ່ແກ້ວ ແລະ ນາງ ສົມພະໄທ ທອງທິດາ ຈາກແຂວງຫົວພັນ.


ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
