Featured

ອະດີດນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ສສກ ອວຍພອນບັນດາອະດີດທ່ານຄູ ເນື່ອງໃນວັນຄູແຫ່ງຊາດ

 558071326_1371676251626846_3757015031533939019_n.jpg

         ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ ທີ່ຈະມາເຖິງນີ້, ໃນວັນທີ 1 ຕຸລາ ຜ່ານມາ, ທ່ານ ປອ ພັນຄໍາ ວິພາວັນ, ອະດີດນາຍົກລັດຖະມົນຕີ ແລະ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະພັກ, ຄະນະນໍາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ຊຶ່ງນຳໂດຍ ທ່ານ ປອ ວົງເພັດ ອຸດົມລິດ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສວສ ໄດ້ນຳກະຕ່າຂອງຂວັນໄປອວຍພອນ ບັນດາອະດີດການນຳຂັ້ນສູງ ທັງເປັນອະດີດທ່ານຄູຜູ້ສິດສອນເພິ່ນຕັ້ງແຕ່ເຍົາໄວ ຊຶ່ງປະກອບດ້ວຍ: ທ່ານ ທອງສິງ ທໍາມະວົງ ໃນນາມອະດີດຄູສອນໂຮງຮຽນມັດທະຍົມສຶກສາ ແຂວງຫົວພັນ, ທັງເປັນຄູປະຈໍາຫ້ອງຂອງເພິ່ນ ໃນສົກຮຽນ 1963-1964; ທ່ານ ບຸນຄໍ້າ ຈະເລີນສຸກ ອະດີດຫົວໜ້າໂຮງຮຽນສ້າງຄູມັດທະຍົມສູນກາງ (ຖໍ້າຄວາຍ-ນາຄາວ) ຊຶ່ງທ່ານ ປອ ພັນຄໍາ ວິພາວັນ ເຄີຍເປັນນັກຮຽນສ້າງຄູມັດທະຍົມ ຊຸດທີ IV ສົກຮຽນ 1968-1970 ແລະ ທ່ານ ກັນຍາ ສີລາວົງ ອະດີດຄູສອນໂຮງຮຽນສ້າງຄູມັດທະຍົມສູນກາງ (ຖໍ້າຄວາຍ-ນາຄາວ) ຊຶ່ງທ່ານ ປອ ພັນຄໍາ ວິພາວັນ ເຄີຍຮຽນສ້າງຄູມັດທະຍົມ ຊຸດທີ IV ສົກຮຽນ 1968-1970.
ໃນແຕ່ລະບ່ອນທີ່ໄປອວຍພອນ, ບັນດາອະດີດທ່ານຄູ ຕາງກໍປາບປຶ້ມດີໃຈ ແລະ ຕື້ນຕັນໃຈທີ່ໄດ້ເຫັນລູກສິດເກົ່າ ມາສະແດງຄວາມກະຕັນຍູກະຕະເວທີຕໍ່ພວກເພິ່ນ ຊຶ່ງໄດ້ທົບທວນຄວາມຊົງຈຳການເປັນຄູ ແລະ ເປັນນັກຮຽນທີ່ຢູ່ນຳກັນ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນປະເທດຊາດໄດ້ຮັບການປົດປ່ອຍ.
ໃນໂອກຫາດນີ້, ທ່ານ ປອ ພັນຄຳ ວິພາວັນ ກໍໄດ້ອວຍໄຊໃຫ້ພອນບັນດາທ່ານຄູ ທີ່ເປັນທີ່ຮັກ ແລະ ເຄົາລົບຂອງເພິ່ນຕະຫຼອດມາ ຊຶ່ງພວກເພິ່ນໄດ້ອຸທິດຕົນເພື່ອການສຶກສາ, ສ້າງສາ ແລະ ປູກຝັງຄວາມຮູ້ໃຫ້ລູກຫຼານໄດ້ນໍາເອົາເປັນບົດຮຽນສືບທອດ ແລະ ພັດທະນາຕົນເອງໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ, ຈົ່ງມີພະລານາໄມສົມບູນ, ມີອາຍຸໝັ້ນຂວັນຍືນ, ມີຄວາມຜາສຸກໃນຊີວິດ ແລະ ປະສົບຜົນສໍາເລັດທຸກປະການ.
ໃນມື້ດຽວກັນນີ້, ທ່ານ ປອ ວົງເພັດ ອຸດົມລິດ ແລະ ຄະນະພັກ ຄະນະນຳ ສວສ ກໍໄດ້ມີກະຕ່າອວຍພອນ ທ່ານ ປອ ພັນຄໍາ ວິພາວັນ ອະດີດນາຍົກລັດຖະມົນຕີ, ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນອະດີດຄູເຊັ່ນກັນ ເພື່ອສະແດງຄວາມຮູ້ບຸນຄຸນ ພ້ອມທັງອວຍພອນໄຊໃຫ້ທ່ານພ້ອມຄອບຄົວ ຈົ່ງມີພະລານາໄມສົມບູນ, ສຸຂະພາບແຂງແຮງ, ສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ຄົນຮຸ່ນຫຼັງຕໍ່ໄປ. ຂະນະທີ່ ທ່ານ ປອ ພັນຄໍາ ວິພາວັນ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະນໍາສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ອວຍພອນໄຊໃຫ້ຄະນະຈົ່ງສືບຕໍ່ເຮັດສໍາເລັດໜ້າທີ່ວຽກງານທີ່ທາງພັກ-ລັດ ມອບໝາຍໃຫ້ ແລະ ສືບຕໍ່ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາວຽກງານຂະແໜງການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້ມີຄຸນນະພາບສູງຂຶ້ນ ເທົ່າທຽມ ກັບພາກພື້ນ ແລະ ສາກົນ.
ຂ່າວໂດຍ: ຕຸ່ນຄໍາ ພິສະລາດ
ພາບໂດຍ: ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •