ສຳເລັດງານຊ່ວງເຮືອທີ່ທ່າວັດຈັນ ປະຈໍາປີ 2025

ງານບຸນຊ່ວງເຮືອປະເພນີ ໃນບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຢ່າງເປັນທາງການໃນວັນທີ 8 ຕຸລາ 2025 ໂດຍການເຂົ້າຮ່ວມຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ແກ້ວປະເສີດ ໄຊປັນຍາ ເລຂາຄະນະພັກເມືອງຈັນທະບູລີ, ມີການນໍາພັກ-ລັດ ນະຄອນຫຼວງວຽງຈັນ, ເມືອງ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນ.
ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ໄດ້ກ່າວເປີດພິທີວ່າ: ການແຂ່ງຂັນເຮືອ ຫຼັງມື້ບຸນອອກພັນສາຂອງທຸກປີ ແມ່ນເປັນກິລາທາງໜ້ານໍ້າປະເພດໜຶ່ງ, ແມ່ນຮີດ 12 ຄອງ 14 ປະເພນີອັນດີງາມຂອງຊາດລາວ ທີ່ໄດ້ສືບທອດມາແຕ່ບູຮານນະການ. ຊຶ່ງການແຂ່ງຂັນເຮືອຄັ້ງນີ້ ມີເຮືອເຂົ້າຮ່ວມທັງໝົດ 12 ລໍາ ໃນນັ້ນ ມີເຮືອປະເພນີຍິງ, ປະເພນີຊາຍ ແລະ ເຮືອສູດຊາຍ 55 ສີພາຍ.
ຜົນການແຂ່ງຂັນເຮືອປະເພນີຊາຍ 55 ສີພາຍ ຊະນະເລີດ ໄດ້ແກ່ເຮືອຊ່ວງທະນາຄານຮ່ວມພັດທະນາ, ອັນດັບທີ 2 ເຮືອພັນທະມິດກຣຸບ ແຂວງໄຊຍະບູລີ, ອັນດັບທີ 3 ເຮືອ ບໍລິສັດ ອີຊູຊຸ ບໍລິການ ຈໍາກັດ-ຈໍາປາເຮືອຊ່ວງ ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ອັນດັບທີ 4 ເຮືອວິນລາທຣາ ກຸ່ມບໍລິສັດ ໄຊດາລາ ແຂວງຫຼວງພະບາງ.
ສໍາລັບເຮືອປະເພນີຍິງ 55 ສີພາຍ ຊະນະເລີດ ເຮືອ ກຸ່ມບໍລິສັດ 3B ເທບນະຄອນ ບ້ານທ່ານາ, ອັນດັບທີ 2 ເຮືອບໍລິສັດ ຕາວັນໃຕ້ຟ້າ ບ້ານຫາດສວນ ເມືອງທຸລະຄົມ ແຂວງວຽງຈັນ, ອັນດັບທີ 3 ເຮືອບ້ານຫາດກ້ຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ສ່ວນເຮືອສູດຊາຍ 55 ສີພາຍ ຊະນະເລີດ ເຮືອ ກຸ່ມບໍລິສັດ ແສງຈະເລີນໄຊ-ແຟມິລີ ບ້ານເກີນ ແຂວງບໍລິຄໍາໄຊ, ອັນດັບທີ 2 ເຮືອບໍລິສັດ ພັນທະມິດ ກຣຸບ ແຂວງບໍລິຄໍາໄຊ, ອັນດັບທີ 3 ເຮືອທະນາຄານຮ່ວມພັດທະນາ ແລະ ອັນດັບທີ 4 ເຮືອເພັດມີໄຊ-ຕາວັນໃຕ້ຟ້າ ບ້ານໂຄກຊາຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
