ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ II ຢູ່ແຂວງບໍລິຄຳໄຊ

ວັນທີ 26 ກັນຍາ 2025 ທີ່ສະໜາມກິລາເປຕັງໃນຮົ່ມ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ II ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມມີທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ທ່ານ ປອ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດານັກກິລາ, ຕົວແທນຈາກແຕ່ລະແຂວງ, ກະຊວງ ແລະ ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ທ່ານ ຄຳແຫວນ ປັນຍານູວົງ ຮອງເລຂາພັກແຂວງບໍລິຄຳໄຊ ໄດ້ລາຍງານການກະກຽມການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ II ໃນຄັ້ງນີ້, ແຂວງບໍລິຄຳໄຊ ໄດ້ເຊີນສະຫະພັນກິລາເປຕັງ 17 ແຂວງ ແລະ 1 ນະຄອນຫຼວງ, ອົງການທຽບເທົ່າຂັ້ນສູນກາງ, ສະໂມສອນກິລາເປຕັງທົ່ວປະເທດ ແລະ ພາກສ່ວນຕ່າງໆ ເພື່ອເຂົ້າຮ່ວມການແຂ່ງຂັນ; ມາຮອດປັດຈຸບັນ ມີນັກກິລາ 16 ແຂວງ, 5 ກະຊວງ ເຂົ້້າຮ່ວມ ລວມມີ 21 ພາກສ່ວນ ແລະ 21 ສະໂມສອນ, ມີ 235 ທີມ, ຊຶ່ງມີການນໍາ, ຄູຝຶກ, ນັກກິລາເຂົ້້າຮ່ວມທັງໝົດ 443 ຄົນ ແຂວງທີ່ສົ່ງທີມນັກກິລາເຂົ້້າຮ່ວມຫຼາຍກວ່າໝູ່ ແມ່ນແຂວງເຈົ້້າພາບ ແຂວງບໍລິຄໍາໄຊ 46 ທີມ, ຮອງລົງມາ ຄະນະໂຄສະນາອົບຮົມສູນກາງພັກ 19 ທີມ, ແຂວງສາລະວັນ 15 ທີມ, ສ່ວນແຂວງຄໍາມ່ວນ ແລະ ສະຫວັນນະເຂດ ແຂວງລະ 12 ທີມ. ສຳລັບການແຂ່ງຂັນໃນຄັ້ງນີ້ ມີການຊີງໄຊທັງໝົດ 7 ຫຼຽນຄຳ, 7 ຫຼຽນເງິນ ແລະ 7 ຫຼຽນທທອງ ໃນ 7 ລາຍການ ຄື: ລາຍການຊຸດຕິ້ງຊາຍ-ຍິງ, ດ່ຽວຊາຍ-ຍິງ, ທີມຄູ່ຊາຍ, ທີມຄູ່ປະສົມຊາຍ-ຍິງ ແລະ ທີມຄູ່ VIP (ອາຍຸ 50 ປີຂຶ້ນໄປ ບໍ່ຈໍາກັດເພດ).

ທ່ານ ຄຳແຫວນ ປັນຍານຸວົງ ກໍໄດ້ກ່າວເປີດການແຂ່ງຂັນຢ່າງເປັນທາງການ ຊຶ່ງການແຂ່ງຂັນໃນຄັ້ງນີ້ ແມ່ນເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ທັງເປັນການສົ່ງເສີມການທ່ອງທ່ຽວ ແລະ ພັດທະນາວຽກງານກິລາ-ກາຍະກໍາ ແລະ ເປັນການຜູກແໜ້ນຄວາມສາມັກຄີ, ດຶງດູດການທ່ອງທ່ຽວຕິດພັນກັບການສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນວາ ທີ່ໃກ້ຈະມາເຖິງນີ້. ພ້ອມດຽວກັນນີ້ ກໍເປັນການຫັນເອົາວຽກງານກິລາ-ກາຍະກຳລົງສູ່ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມເຂັ້ມແຂງ, ມີພະລານາໄມສົມບູນ, ປຸກລະດົມຊຸກຍູ້ທົ່ວສັງຄົມ, ໂດຍສະເພາະແມ່ນເຍົາວະຊົນຊາວໜຸ່ມ ແລະ ທຸກຊັ້ນຄົນໃຫ້ຫັນມາຫລິ້ນກິລາຢ່າງກວ້າງຂວາງ ເພື່ອຫຼີກຫ່າງຈາກສິ່ງເສບຕິດອື່ນໆ ທີ່ເປັນປະກົດການຫຍໍ້ທໍ້ໃຫ້ແກ່ສັງຄົມ.
ໂອກາດທີ່ມີຄວາມໝາຍທ່ານຮອງນານົກ ຍັງໄດ້ເປັນກຽດ ລັ່ນຄ້ອງ 9 ບາດ ແລະ ໂຍນລູກບຸ່ນເພື່ອເປັນສັນຍາລັກເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ II ທີ່ແຂວງບໍລິຄຳໄຊຢ່າງເປັນທາງການ.
ຂ່າວ-ພາບ : ວຽງສະຫວັນ
