Featured

ປຶກສາຫາລືແກ້ໄຂ-ກຳນົດບັນດາໜ້າວຽກສຳຄັນ ກຽມຄວາມພ້ອມຈັດງານກິລາ ນະຄອນຫຼວງວຽງຈັນ ເກມ 2025

527806961_1318811090246696_5501746117912216806_n.jpg
ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ III ກຽມຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໃນວັນທີ 4 ສິງຫາ 2025 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຫຼື ນວ ພາຍໃຕ້ການເປັນປະທານຮ່ວມໂດຍທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ມີບັນດາທ່ານຮອງເຈົົ້າຄອງ ນວ, ຮອງລັດຖະມົນຕີ ແລະ ຄະນະຮັບຜິດຊອບລະດັບຊາດ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນ ເປັນຄັ້ງທີ 3 ອີງໃສ່ການທົບທວນຄືນບັນດາໜ້າວຽກທີ່ໄດ້ປຶກສາ ແລະ ເອກະພາບຢູູ່ໃນກອງປະຊຸມຄັ້ງທີ 2 ຜ່ານມາ ເພື່ອກຽມຄວາມພ້ອມຂອງທຸກພາກສ່ວນໄດ້ໄປຕາມແຜນການຄາດໝາຍທີ່ໄດ້ກໍານົດໄວ້ ຊຶ່ງພ້ອມກັນຮັບຟັງການລາຍງານ, ຄົ້ນຄວ້າ ແລະ ໃຫ້ທິດຊີ້ນຳແກ່ບັນດາໜ້າວຽກຂອງກຳມະການຕ່າງໆ. ມາຮອດປັດຈຸບັນເວລາ ແຕ່ນີ້ໄປຫາມື້ຈັດງານຍັງເຫຼືອພຽງແຕ່ 3 ເດືອນປາຍ ເທົ່ານັ້ນ ເປັນສິ່ງທ້າທາຍຫຼາຍສຳລັບການຈັດງານ. ໃນນີ້ຈະມີທັງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກໍາກິລາແຫ່ງຊາດຄົນພິການ ຄັ້ງທີ IV. ເພື່ອເປັນບ່ອນອີງໃຫ້ແກ່ການປະກອບຄຳເຫັນ ແລະ ມີທິດຊີົ້ນໍາ ພວກເຮົາຈະໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກກໍາມະການກອງເລຂາທີ່ໄດ້ສັງລວມຜົນການກະກຽມຈາກກໍາມະການຕ່າງໆ. ພ້ອມດຽວກັນນນີ້, ກໍຍັງໄດ້ຮັບຟັງການລາຍງານລະອຽດກ່ຽວກັບການຈັດຕັ້ງປະຕິບັດຂອງກຳມະ
ການຈຳນວນໜຶ່ງ.
ພ້ອມກັນນັ້ນ, ທ່ານປະທານຈັດງານ ກໍຍັງໄດ້ເນັ້ນໃຫ້ກຳມະການຝ່າຍຕ່າງໆໄດ້ກະກຽມ ແຜນດຳເນີນງານຂອງຕົນ ໂດຍສະເພາະແມ່ນຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ, ກຳມະການເສດຖະກິດ ແລະ ລະດົມທຶນ, ກຳມະການພິທີການເປີດ-ປິດ, ກໍາມະການກອງເລຂາທີ່ ເປັນຜູ້ສັງລວມ ແລະ ຊຸກຍູ້ກຳມະການຝ່າຍຕ່າງໆ ຈະໄດ້ຮັບຮູ້ ແລະ ເຂົົ້າໃຈນໍາກັນວ່າມີວຽກໃດ ທີ່ຕ້ອງໄດ້ເຮັດໄປຄຽງຄູ່ກັນ ໂດຍສະເພາະແມ່ນສະຖານທີ່ຈັດການແຂ່ງຂັນ, ພິທີການເປີດ-ປິດ, ນິຕິກຳດ້ານງົບປະມານ, ຄຳຂວັນ, ໂລໂກ້, ສັນຍາລັກ ສັດນຳໂຊກ, ແລະ ວຽກໃດທີ່ເປັນວຽກສະເພາະຂອງເຕັກນິກ, ທີ່ພັກຂອງຂະບວນນັກກິລາ ແລະ ວຽກສິດທິປະໂຫຍດ ຊຶ່ງຈະຕ້ອງໄດ້ຄົ້ນຄວ້າ ແລະ ຊອກຫາວິທີທາງໃນການປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ໃນກອງປະຊຸມ ກໍໄດ້ມີການລາຍງານວຽກຕ່າງໆຂອງກອງເລຂາ ແລະ ກໍາມະການຕ່າງໆ, ລາຍງານວຽກຕ່າງໆຂອງກໍາມະການສິດທິປະໂຫຍດ ແລະ ລະດົມທືນ, ລາຍງານຄວາມຄືບໜ້າຂອງກໍາມະການ ເຕັກນິກ-ຈັດການແຂ່ງຂັນ, ລາຍງານຄວາມພ້ອມການປັບປຸງ ແລະ ສ້ອມແປງສະໜາມກິລາ, ລາຍງານວຽກຕ່າງໆຂອງກໍາມະການທີ່ພັກ ແລະ ອາຫານ ແລະ ສະເໜີລາຍການສະແດງ ແລະ ວຽກຕ່າງໆໃນພິທີເປີດ - ປິດ ງານມະຫາກໍາກິລາແຫ່ງຊາດ ຄັັ້ງທີ XII. ນອກຈາກນັ້ນ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ກໍຍັງຂຶ້ນລາຍງານຄວາມຄືບໜ້າການກະກຽມຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ເຊັ່ນກັນ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

 

 
 

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •