ສະມະຄົມການສຶກສາພາກເອກະຊົນ ເປີດງານມະຫາກຳການສຶກສາພາກເອກະຊົນລາວ ຄັ້ງທີ I

ສະມະຄົມການສຶກສາພາກເອກະຊົນ ໄດ້ຈັດພິທີເປີດງານມະຫາກຳການສຶກສາພາກເອກະຊົນລາວ ຄັ້ງທີ I ເມື່ອວັນທີ 1 ສິງຫາ 2025 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຄຳແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນ ແລະ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ, ຮອງປະທານ, ຄະນະບໍລິຫານງານສະມາຄົມການສຶກສາພາກເອກະຊົນ, ພະນັກງານ ຄູອາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ການຈັດງານໃນຄັ້ງນີ້, ເພື່ອເປັນເວທີໃຫ້ສະຖາບັນການສືກສາເອກະຊົນສະແດງຜົນງານ ແລະ ການພັດທະນາທີ່ໄດ້ຮັບ; ສົ່ງເສີມແລກປ່ຽນແຮງຈູງໃຈ ແລະ ຂະຫຍາຍການມີສ່ວນຮ່ວມລະຫ່ວາງພາກເອກະຊົນກັບພາກລັດ; ເພື່ອສ້າງແຮງຈູງໃຈ ແລະ ຂະຫຍາຍການມີສ່ວນຮ່ວມລະຫວ່າງພາກເອກະຊົນ ກັບ ພາກລັດ; ເພື່ອສົງເສີມການສຶກສາພາກເອກະຊົນໃນລາວໃຫ້ເປັນທາງເລືອກທີມີຄຸນນະພາບ ແລະ ຖືກໃຈຜູ້ປົກຄອງເພື່ອຫັນມາຊົມໃຊ້ການສຶກສາປະເທດຕົນເອງແທນທີສົ່ງເງີນຮຽນຕ່າງປະເທດ. ເພື່ອຫຼຸດການໄຫຼອອກຂອງເງີນຕາຕ່າງປະເທດອອກນອກປະເທດ; ສົ່ງເສີມການຊົມໃຊ້ຜົນງານຂອງຄູ ແລະ ນັກຮຽນໃນປະເທດພ້ອມທັງສົ່ງເສີມສີນຄ້າ ແລະ ການບໍລິການທີ່ມີຄຸນນະພາບຂອງພາກເອກະຊົນລາວ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນວ່າ: ການຈັດງານໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນຫຼາຍ, ເພາະເປັນການຕີລາຄາການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຕົວຈິງ ຊຶ່ງໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ທີ່ສະແດງອອກໃນການຈັດກິດຈະກຳຕ່າງໆພາຍໃນງານ ໂດຍຄະນະພັກ, ຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ຕີລາຄາສູງຕໍ່ການນໍາພາ-ຊີ້ນຳ, ຄວາມພະຍາຍາມບຸກບືນຂອງຄະນະນຳການສຶກສາພາກເອກະຊົນໃນແຕ່ລະຂັ້ນໃນໄລຍະຜ່ານມາ ບັນດາທ່ານ ກໍໄດ້ພ້ອມກັນສຸມສະຕິປັນຍາສູ້ຊົນປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໃນການປະກອບສ່ວນການພັດທະນາການສຶກສາຂອງຊາດ, ນຳພາພັດທະນາຖັນແຖວພະນັກງານ, ຄູ-ອາຈານ, ນັກຮຽນນັກສຶກສາໃນເງື່ອນໄຂໃໝ່ ເພື່ອເປັນກຳລັງແຮງ ແລະ ກຳລັງສືບທອດ ໃນການປົກຮັກສາ ແລະ ພັດທະນາປະເທດຊາດ. ເວົ້າລວມແລ້ວ ສະມາຄົມການສຶກສາພາກເອກະຊົນ ເປັນເສນາທິການໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ມີໜ້າທີ່ຊຸກຍູ້ສົ່ງເສີມເຕົ້າໂຮມຄວາມສາມັກຄີ ສະຖານການສຶກສາພາກເອກະຊົນໃນຂອບເຂດທົ່ວປະເທດ ນັບແຕ່ຊັ້ນລ້ຽງເດັກຈົນເຖິງການສຶກສາຊັ້ນສູງ, ຄະນະສະມາຄົມການສຶກສາພາກເອກະຊົນແຕ່ລະຂັ້ນແມ່ນມີຄວາມຮັບຜິດຊອບສູງ ໃນການປະກອບສ່ວນເຫື່ອແຮງສະຕິປັນຍາທືນຮອນຂອງຕົນເຂົ້າໃນວຽກງານການສຶກສາໃນໄລຍະຜ່ານມາ.
ໂອກາດດຽວກັນນັ້ນ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ເນັ້ນໜັກໃຫ້ສະມະຄົມການສຶກສາພາກເອກະຊົນເອົາໃຈໃສ່ຍົກສູງພາລະບົດບາດຂອງສະມາຄົມການສຶກສາພາກເອກະຊົນ ດ້ວຍການສ້າງຄວາມເຂັ້ມແຂງທາງດ້ານກົນໄກການບໍລິຫານ-ຄຸ້ມຄອງ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ໃຫ້ແຂງແຮງກວ່າເກົ່າ; ສືບຕໍ່ປະສານສົມທົບ, ຮ່ວມມືກັບສະຖານການສຶກສາພາກລັດ, ຍາດແຍ່ງການຮ່ວມດ້ານວິຊາການ ແລະ ທຶນຮອນທັງພາຍໃນ ແລະ ຕ່າງປະເທດ; ສືບຄົ້ນຄວ້າກົນໄກການບໍລິຫານ-ຄຸ້ມຄອງການສຶກສາ, ວິທະຍາສາດ ແລະ ກິລາ ໃນຮູບແບບປະສົມ ພາກລັດ ແລະ ເອກະຊົນຮ່ວມກັນ ທັ້ງນີ້, ກໍເພື່ອເປັນການສືບຕໍ່ ແລະ ເສີມຂະຫຍາຍຮັກສາມູນເຊື້ອດັ່ງກ່າວ ໃຫ້ສືບຕໍ່ອອກໝາກຜົນທີ່ຍິ່ງໃຫຍ່ກວ່າເກົ່າ.
ສຳລັບກິດຈະກຳພາຍໃນງານຄັ້ງນີ້, ປະກອບມີລາຍລາຍການ ເປັນຕົ້ນແມ່ນກິດຈະກຳວາງສະແດງຜົນງານຂອງສະຖານການສຶກສາມີ ຈຳນວນ 75 ບູດ, ກິດຈະກຳກະສະແດງສິລະປະຂອງນ້ອງໆນັກຮຽນ, ນັກສຶກສາ ທົ່ວນະຄອນຫຼວງມີ 72 ລາຍການ; ການຕອບ-ຖາມວິທະຍາສາດມີຊັ້ນມັດທະຍົມຕົ້ນ-ປາຍ; ການມອບລາງວັນພັດທະນາການສຶກສາດີເດັ່ນປະຈຳປີ 2025 ຈຳນວນ 165 ແຫ່ງ ແລະ ການມອບນາມມະຍົດ, ການມອບໃບຍ້ອງຍໍ ຂອງກະຊວງສຶກສາທິການ ແລະ ກິລາ. ນອກນັ້ນ, ພາຍໃນພິທີ ບັນດາຄະນະນໍາ ກໍໄດ້ພ້ອມກັນຂຶ້ນຕັດແຖບຜ້າ ເພື່ອເປີດງານ ແລະ ຢ້ຽມຊົມບູດວາງສະແດງຕ່າງໆ.
ຂ່າວໂດຍ: ບົວລະພາ
