Featured

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງສປປ ລາວ 3 ລະດູການ ເກືອບ 5 ຕື້ກີບ

 

ໃນວັນທີ 4 ສິງຫາ 2025 ທີ່ຮ້ານອາຫານ ຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜັບສະໜູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 3 ລະດູການ ເຖິງ 4.950.000.000 ກີບ ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ແລະ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງໜ້າບັນດາສະໂມສອນ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາສື່ມວນຊົນ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດ ເບຍລາວ ຈຳກັດ ຊຶ່ງເວລາໃດກໍໄດ້ຄຽງຄູ່ກັບການພັດທະນາກິລາບານເຕະຕະຫຼອດມາ ໂດຍສະເພາະປີນີ້ ກໍສືບຕໍ່ເຊັນສັນຍາສົ່ງເສີມການແຂ່ງຂັນລີກສູງສຸດຂອງປະເທດລາວ ດ້ວຍໄລຍະ 3 ລະດູການ ນັບແຕ່ ປີ 2025 ຫາ 2028 ປີນີ້ ເປັນປີທີ 2 ທີ່ພວກເຮົາໄດ້ປັບປະຕິທິນ ການແຂ່ງຂັນໃຫ້ສອດຄ່ອງກັບການແຂ່ງຂັນຂອງ ສະຫະພັນບານເຕະອາຊີ (AFC) ຊຶ່ງໄດ້ເພີ່ມຈຳນວນສະໂມສອນ ເຂົ້າຮ່ວມການແຂ່ງຂັນຈາກ 8 ສະໂມສອນ ມາເປັນ 10 ສະໂມສອນ ຊຶ່ງມີ 2 ສະໂມສອນ ນ້ອງໃໝ່ ມາຈາກແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ເຂົ້າຮ່ວມ ສະນັ້ນ ແນ່ນອນ ຈຳນວນນັດແຂ່ງຂັນ ຈະເພີ່ມຈາກ 56 ນັດ ມາເປັນ 90 ນັດ ແຕ່ລະສະໂມສອນ ຈະໄດ້ແຂ່ງຂັນ 18 ນັດຕໍ່ລະດູການ ແລະ ລະດູການນີ້ ທາງ ສຕລ ໄດ້ມີການປັບປຸງກົດລະບຽບການແຂ່ງຂັນໃຫ້ມີຄວາມຮັດກຸມ ແລະ ຊັດເຈນຍິ່ງຂຶ້ນ ໂດຍສະເພາະແມ່ນລະບຸຈຳນວນໂຄຕ້ານັກກິລາຕ່າງປະເທດ ເພື່ອເຮັດໃຫ້ການແຂ່ງຂັນມີຄວາມເຂັ້ມຂຸ້ນ, ເຮັດໃຫ້ນັກກິລາບຸກບືນພັດທະນາຕົນເອງ, ພ້ອມທັງເປັນສີສັນໃນສະຫນາມແຂ່ງຂັນລະດັບລີກສູງສຸດຂອງປະເທດ, ນອກຈາກນັ້ນ ກໍຈະເປັນການດຶງດູແຟນບານມາຕິດຕາມ, ມາຊົມ-ມາເຊຍ ເພີ່ມຂຶ້ນອີກ.
ເປບຊີ ລາວລີກ ລະດູການນີ້ ຈະນຳໃຊ້ 7 ສະໜາມ ຄື: ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມນອກ), ສະໜາມກິລາກອງທັບ ຫຼັກ 5, ສະໜາມກິລາແຂວງຈຳປາສັກ, ສະໜາມກິລາແຂວງຫຼວງພະບາງ, ສະໜາມກິລາແຂວງຫຼວງນ້ຳທາ, ສະໜາມກິລາແຂວງສາລະວັນ ແລະ ສະໜາມກິລາແຂວງສະຫວັນນະເຂດ.
ບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ຈະເລີ່ມການແຂ່ງຂັນໃນວັນທີ 16 ສິງຫາ 2025 ເປັນຕົ້ນໄປ. ສຳລັບແຊ໋ມ ບານເຕະ ເປບຊີ ລາວລີກ 1 ລະດູການນີ້ ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມແຂ່ງຂັນລະດັບ AFC CHALLENGE LEAGUE 2026/2027 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີ ຈຶ່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •