ເປີດສາກແລ້ວ ງານກິລາອາຊຽນ ພາຣາເກມ ຄັ້ງທີ 13, ສປປ ລາວ ສົ່ງທັບນັກກິລາຮ່ວມຊີງໄຊ 160 ກວ່າຄົນ ພ້ອມຕັ້ງເປົ້າຈະສູ້ຊົນຍາດໄດ້ 1 ຫຼຽນຄຳ

ເປີດສາກຂຶ້ນຢ່າງເປັນທາງການ ງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 (ASEAN Para Games 2025) ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນຕອນຄ່ຳວັນທີ 20 ມັງກອນ 2026 ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ, ໂດຍພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ໄດ້ມອບໝາຍໃຫ້ ທ່ານ ພົນເອກ ພະວໍລະວົງເທີ ພະອົງເຈົ້າ ສະເຫຼີມສຶກ ຢຸຄົນ ເປັນຕົວແທນເຂົ້າຮ່ວມເປັນປະທານໃນພິທີເປີດ. ສ່ວນ ສປປ ລາວເຮົາ ນຳໂດຍ ທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ). ນອກນີ້ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກຊາດສະມາຊິກອາຊຽນ ເຂົ້າຮ່ວມ ບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍ ທີ່ຂໍຖອນຕົວຈາກການແຂ່ງຂັນ.
ຂະນະທີ່ ຖືທຸງຊາດລາວ ນຳຂະບວນເດີນສວນສະໜາມຂອງ ທ້າວ ບຸນເພັດ ເທບທິດາ ນັກກິລາແລ່ນ-ລານຄົນພິການທີມຊາດລາວ ໂດມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງຫົວໜ້າຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍຄະນະນັກກິລາລາວກ້າວເຂົ້າສູ່ສະໜາມ.
ພິທີເປີດງານແມ່ນຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ໜ້າຕື່ນຕາຕື່ນໃຈ ຊຶ່ງມີການສະແດງທັງແສງ ແລະ ສີສຽງຢ່າງອະລັງການ ສະແດງໃຫ້ເຫັນເຖິງສິລະປະ, ວັດທະນະທຳ ແລະ ເອກະລັກຂອງໄທ ຊຶ່ງນຳສະເໜີຕໍ່ປະຊາຄົມອາຊຽນ ແລະ ທົ່ວໂລກ ໄດ້ມີການສະແດງຄອນເສີດ 3 ລາຍການ ຄື: “ຄວາມກົມກຽວຂອງຫົວໃຈ”, ເພງປ໊ອບອີສານ ແລະ ຈັງຫວະແຫ່ງຄວາມຝັນ ນຳສະເໜີໂດຍສິລະປິນແຫ່ງຊາດທີ່ມີຊື່ສຽງເຊັ່ນ: ສຸນາຣີ ຣາຊະສີມາ, ອາພາພອນ ນະຄອນສະຫວັນ, “ມິລີ” ດານຸພາ ການາທີຣາກຸນ, ເກງ ຕາຊາຍາ ປະທຸມວັນ ແລະ ກຳ ວິຊະຍານີ ປຽກລິນ
ສຳລັບງານແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ມີນັກກິລາຈາກ 10 ຊາດ ອາຊຽນເຂົ້າຮ່ວມ 1.166 ຄົນ, ໃນນັ້ນ ບໍ່ມີພຽງແຕ່ ຣາຊະອານາຈັກກຳປູເຈຍ ທີ່ຂໍຖອນຕົວ ແລະ ມີການຊີງໄຊຫຼຽນຄຳ ທັງໝົດ 493 ຫຼຽນ ຈາກ 19 ປະເພດກິລາ ແລະ ມີການສາທິດກິລາ 2 ປະເພດ ຄື ກິລາອີສະປອດ ແລະ ໂລນບານ. ສະເພາະສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ຊຶ່ງຈະເລີ່ມແຂ່ງຂັນຢ່າງເປັນທາງການ ລະຫວ່າງວັນທີ 20-26 ມັງກອນ 2026.

