ບານບ້ວງລໍ້ເລື່ອນຍິງ ຄວ້າຫຼຽນທຳອິດ ໃຫ້ທັບນັກກິລາຄົນພິການລາວ ໃນອາຊຽນ ພາຣາເກມ 2025

ທີມນັກກິລາບານບ້ວງລໍ້ເລື່ອນຍິງຄົນພິການທີມຊາດລາວ ປະເພດ 3x3 ກາຍເປັນປະເພດກິລາທຳອິດ ທີ່ສາມາດຄວ້າຫຼຽນ ໃຫ້ແກ່ທັບນັກກິລາຄົນພິການທີມຊາດລາວ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນ ພາຣາເກມ 2025 ຈັດຂຶ້ນ ລະຫວ່າງວັນທີ 20-26 ມັງກອນ 2026 ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ.
ການແຂ່ງຂັນກິລາບານບ້ວງລໍ້ເລື່ອນປະເພດທີມຍິງ ຖືເປັນປະເພດກິລາທຳອິດ ທີ່ໄດ້ແຂ່ງຂັນກ່ອນໝູ່ ໃນງານກິລາອາຊຽນ ພາຣາເກມ ຈາກທັງໝົດ 19 ປະເພດກິລາ ຊຶ່ງມີການຊີງໄຊທັງໝົດ 4 ຫຼຽນຄຳ ກໍຄື ປະເພດ 3x3 ຍິງ, ປະເພດ 5x5 ຍິງ ແລະ ປະເພດ 3x3 ຊາຍ ແລະ ປະເພດ 5x5 ຊາຍ ຊຶ່ງກິລາດັ່ງກ່າວ ຈະແຂ່ງຂັນສຳເລັດ ໃນວັນທີ 25 ມັງກອນນີ້ ສຳລັບ ສປປ ລາວ ແມ່ນສົ່ງຮ່ວມຊີງໄຊ 2 ລາຍການ ຄື ລາຍການ 3x3 ຍິງ ແລະ ປະເພດ 5x5 ຍິງ.
ຜ່ານການແຂ່ງຂັນ ໃນວັນທີ 19 ມັງກອນ ຜ່ານມາ ສາວນັກກິລາຄົນພິການລໍ້ເລື່ອນທີມຊາດລາວ 3x3 ສາມາດຍາດໄດ້ພຽງຫຼຽນທອງ ແລະ ເປັນຫຼຽນທຳອິດ ໃຫ້ກັບທັບນັກກິລາຄົນພິການລາວ ຫຼັງຈາກລົງສະໜາມ 4 ນັດ ໃນຮອບຄັດເລືອກ ຊະນະພຽງ 1 ນັດ ແລະ ເສຍ 3 ນັດ ກໍຄື ນັດທຳອິດ ລາວ ເສຍໃຫ້ ເຈົ້າພາບ ໄທ 5-16 ຄະແນນ, ນັດທີ 2 ລາວ ຊະນະ ຟິລິບປິນ 8-5 ຄະແນນ, ນັດທີ 3 ລາວ ເສຍໃຫ້ ເຈົ້າພາບ ໄທ 2-14 ຄະແນນ ແລະ ນັດສຸດທ້າຍ ລາວ ເສຍໃຫ້ ຟິລິບປິນ 4-8 ຄະແນນ.
ສົ່ງຜົນເຮັດໃຫ້ ຄະແນນເທົ່າກັນ ຟິລິບປິນ ແຕ່ ຟິລິບປິນ ມີຄະແນນໄດ້ເສຍດີກວ່າພຽງຄະແນນດຽວ ຈຶ່ງເຮັດໃຫ້ ຟິລິບປິນ ໄດ້ຜ່ານເຂົ້າຊີງຫຼຽນຄຳ ກັບ ເຈົ້າພາບ ໄທ ໃນວັນທີ 21 ມັງກອນ 2026.
ສຳລັບທີມບານບ້ວງລໍ້ເລື່ອນຄົນພິການທີມຊາດລາວ ຍັງເຫຼືອລຸ້ນແຕ່ບານບ້ວງລໍ້ເລື່ອນປະເພດ 5x5 ຊຶ່ງຈະສືບຕໍ່ແຂ່ງຂັນໃນວັນທີ 21 ມັງກອນ 2026.
