ສສກ ຍ້ອງຍໍ ເລຂາເອກ ສະຖານທູດອົດສະຕຣາລີ ປະຈໍາລາວ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການສຶກສາ ແລະ ກິລາ

ພິທີມອບໃບຍ້ອງຍໍໃຫ້ແກ່ ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ມີຂຶ້ນເມື່ອວັນທີ 15 ມັງກອນ 2026 ທີ່ຫ້ອງປະຊຸມສໍານັກງານກະຊວງສຶກສາທິການ ແລະ ກິລາ ໂດຍເປັນກຽດມອບຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ສີທອງ ສີຂາວ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານກ່ຽວກັບຜົນງານຂອງທ່ານ ນາງ ວາເນັດຊາ ເຮັກກາທີ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາວຽກງານສຶກສາຢ່າງຫຼວງຫຼາຍ ລວມທັງວຽກງານຕອບໂຕ້ໄພພິບັດຂອງຂະແໜງການສຶກສາ, ຜົນງານໂດຍລວມແມ່ນໄດ້ປະກອບສ່ວນເຂົ້າໃນການປະສານງານທີ່ເຂັ້ມແຂງໃນຂະແໜງການສຶກສາ ແລະ ກິລາ ແລະ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ເປັນຕົ້ນແມ່ນການປັບປຸງວຽກງານການສຶກສາໃນຂະແໜງການຍ່ອຍປະຖົມສຶກສາ ແລະ ການສຶກສາຄູ.
ສໍາລັບຜົນງານທີ່ພົ້ນເດັ່ນ ແມ່ນໄດ້ຊີ້ນຳການຈັດຕັ້ງປະຕິບັດແຜນງານການປັບປຸງຄຸນນະນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ບີຄວາ) ໄລຍະທີ 2 ລວມທັງການຂະຫຍາຍໄລຍະເວລາການຈັດຕັ້ງປະຕິບັດແຜນງານອອກໄປຈົນເຖິງເດືອນມິຖຸນາ 2028 ມີມູນຄ່າຫຼາຍກວ່າ 52 ລ້ານໂດລາອົດສະຕຣາລີ. ໃນນັ້ນ, ຍ້ອນຜົນງານອັນໂດດເດັ່ນຂອງແຜນງານບີຄວາ ແລະ ການເລັງເຫັນຄວາມສຳຄັນຂອງການຮ່ວມມືລະຫວ່າງຄູ່ຮ່ວມພັດທະນາ, ແຜນງານບີຄວາໄລຍະ 2 ໄດ້ດຶງດູດທຶນປະກອບສ່ວນຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິການ (USAID) 2.4 ລ້ານໂດລາສະຫະລັດ ເຂົ້າໃນແຜນງານບີຄວາ.
ໂອກາດດັ່ງກ່າວ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຕົກລົງ ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ່ແກ່ ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ນັບແຕ່ວັນທີ 27 ມັງກອນ 2023 ຫາ 23 ມັງກອນ 2026 ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ວຽກງານຕອບໂຕ້ໄພພິບັດຂອງຂະແໜງການສຶກສາ ແລະ ກິລາ.

ຂ່າວໂດຍ: ບົວລະພາ
