ຄະນະນຳ ສສກ ຮ່ວມກັບ ທະນາຄານໂລກ ລົງຕິດຕາມໂຄງການ GPE III-LEAP ຢູ່ແຂວງສະຫວັນນະເຂດ

 

ໃນລະຫວ່າງວັນທີ 13-16 ພຶດສະພາ 2026, ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍ ທ່ານ ຮສ.ປອ ຫລ້າວັນ ວົງຄໍາສານ, ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການ ກະຊວງ ສສກ ແລະ ທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງ ສສກ, ທ່ານ ໄມເຄິນ ດຣາບໂບ (Michael Drabble) ນັກເສດຖະສາດອາວຸໂສ ແລະ ທ່ານ ລໍຣີ ບິນໂນເນັນ (Lauri Binonen) ຊ່ຽວຊານອາວຸໂສດ້ານການສຶກສາ ຈາກທະນາຄານໂລກ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3 ຫຼື ໂຄງການ "ການຮຽນຮູ້ ແລະ ຄວາມເທົ່າທຽມ" (GPE III-LEAP) ຢູ່ບັນດາເມືອງເປົ້າໝາຍໃນແຂວງສະຫວັນນະເຂດ.
ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າ ແລະ ປະເມີນຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການໃນພາກປະຕິບັດຕົວຈິງ. ພ້ອມກັນນັ້ນ ກໍເພື່ອຮັບຟັງບັນຫາ, ສິ່ງທ້າທາຍຈາກພື້ນທີ່ ເພື່ອຮ່ວມກັນປຶກສາຫາລືຫາແນວທາງປັບປຸງໃຫ້ການດຳເນີນໂຄງການມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງໃນໄລຍະຍາວ. ເຊິ່ງການໄດ້ລົງຕິດຕາມກິດຈະກຳຢູ່ 4 ໂຮງຮຽນ ໃນ 2 ເມືອງ ເປົ້າໝາຍ ຄື: ເມືອງພະລານໄຊ ມີໂຮງຮຽນປະຖົມນາໂພວັດ ແລະ ໂຮງຮຽນປະຖົມພະລານໃຕ້ ແລະ ເມືອງພີນ ມີໂຮງຮຽນປະຖົມທ່າອຸດົມ ແລະ ໂຮງຮຽນປະຖົມສະລອຍ.
ໃນການລົງຢ້ຽມຢາມ, ຄະນະດັ່ງກ່າວ ໄດ້ສັງເກດການຮຽນ-ການສອນໃນຫ້ອງຮຽນ ແລະ ຕິດຕາມກິດຈະກຳສຳຄັນທີ່ໂຄງການສະໜັບສະໜູນ ເປັນຕົ້ນແມ່ນການປຸກສ້າງຫ້ອງຮຽນສຳລັບກຸ່ມພັດທະນາເດັກໃນຊຸມຊົນ, ກິດຈະກຳກຽມຄວາມພ້ອມດ້ານການອ່ານ ແລະ ການສົ່ງເສີມໂພຊະນາການ (ອາຫານທ່ຽງໃນໂຮງຮຽນ) ແລະ ການຄຸ້ມຄອງດ້ານສິ່ງແວດລ້ອມ-ສັງຄົມ ແລະ ການນຳໃຊ້ເງິນບໍລິຫານສະຖານການສຶກສາ.
ນອກຈາກການຕິດຕາມກິດຈະກຳແລ້ວ, ຄະນະຍັງໄດ້ສົນທະນາແລກປ່ຽນກັບຄະນະອຳນວຍການ, ຄູສອນ, ຜູ້ປົກຄອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບຟັງສິ່ງທ້າທາຍໃນພື້ນທີ່ຫ່າງໄກ ເຊັ່ນ: ການຂາດແຄນສື່ການຮຽນ-ການສອນ ແລະ ຄວາມຕ້ອງການໃນການພັດທະນາທັກສະການສອນຂອງຄູ.
ໃນໂອກາດນີ້, ທີມງານທະນາຄານໂລກ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງຄູອາຈານ ແລະ ຊຸມຊົນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນພັດທະນາການສຶກສາໃຫ້ແກ່ເດັກນ້ອຍ. ພ້ອມທັງໄດ້ມອບອຸປະກອນການຮຽນ-ການສອນຈຳນວນໜຶ່ງໃຫ້ແກ່ໂຮງຮຽນ ເພື່ອນຳໃຊ້ເຂົ້າໃນການພັດທະນາທັກສະການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນ.
ການລົງຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ເປັນການຕິດຕາມວຽກງານເທົ່ານັ້ນ ແຕ່ຍັງເປັນການຢັ້ງຢືນເຖິງສາຍພົວພັນອັນແໜ້ນແຟ້ນ ແລະ ຄວາມຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານໂລກ ໃນການຍົກລະດັບຄຸນນະພາບການສຶກສາຂອງ ສປປ ລາວ ໃຫ້ມີຄວາມທົ່ວເຖິງ ແລະ ເທົ່າທຽມ.
ພາບ-ຂ່າວຈາກ: ກົມແຜນການ ກະຊວງ ສສກ
701325910_122130587073228259_354818966931715678_n.jpg701681554_122130587013228259_4787736775542958314_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)