ໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ ເປີດກອງປະຊຸມປະຈຳໄຕມາດ 2 ປະຈຳປີ 2026

 

ໃນວັນທີ 15 ພຶດສະພາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກົມກວດກາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ (Focal Group 5 - FG5) ປະຈຳໄຕມາດ 2 ປີ 2026 ເພື່ອປຶກສາຫາລື ແລະ ຕິດຕາມຄວາມຄືບໜ້າວຽກງານບູລິມະສິດຂອງຂະແໜງການ, ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ຈັນທະວົງ ປັນຍາສີລິ ຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມກວດກາ ທັງເປັນປະທານໜ່ວຍງານ FG5, ມີ ທ່ານ ນາງ ເຮເລັນ ໂຄເນເຟຍ (Helen Konefia) ອະນຸເລຂາຂະແໜງການສຶກສາ ແລະ ສັງຄົມ ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານ ຢາສຶມາສະ ນາກາໂອກະ (Yasumasa Nagaoka) ທີ່ປຶກສາດ້ານນະໂຍບາຍການສຶກສາ ຕາງໜ້າຈາກອົງການໄຈກ້າ (JICA) ປະຈຳລາວ, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.
ໃນກອງປະຊຸມ, ທ່ານ ປອ ຈັນທະວົງ ປັນຍາສີລິ ໄດ້ມີີຄຳເຫັນເນັ້ນໜັກເຖິງພາລະບົດບາດຂອງ FG5 ໃນການເປັນເວທີປະສານງານ, ແລກປ່ຽນບົດຮຽນ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ໃຫ້ມີຄວາມກົມກຽວກັນ ລະຫວ່າງການລົງທຶນຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາ. ທ່ານຍັງໄດ້ຍົກໃຫ້ເຫັນຜົນສຳເລັດຈາກໄຕມາດ 1 ທີ່ຜ່ານມາ ເປັນຕົ້ນແມ່ນການປຶກສາຫາລືກ່ຽວກັບການປະຕິຮູບລະບົບການສຶກສາ ສາຍສາມັນ (6+3+3), ວຽກງານການປ່ຽນແປງສະພາບອາກາດ ແລະ ການຈັດສັນງົບປະມານ.
ສຳລັບກອງປະຊຸມໃນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າ ແລະ ປຶກສາຫາລືໃນ 4 ຫົວຂໍ້ສຳຄັນ ຄື: ລາຍງານຄວາມຄືບໜ້າການປັບປຸງກົງຈັກການຈັດຕັ້ງໃນຂັ້ນກະຊວງ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການໃນປັດຈຸບັນ; ລາຍງານກ່ຽວກັບການຍົກລະດັບມາດຕະຖານ ແລະ ຄຸນນະພາບການສຶກສາ; ຂະບວນການສ້າງ ແລະ ພັດທະນາປື້ມອ່ານເສີມ ໂດຍສຳນັກພິມສຶກສາ ແລະ ກິລາ; ລາຍງານແຜນປະຕິບັດງານດິຈິຕອນສຳລັບຂະແໜງການສຶກສາ ແລະ ກິລາ ໄລຍະ 5 ປີ (2026-2030). ພ້ອມນັ້ນ, ກອງປະຊຸມໄດ້ດຳເນີນໄປ ໂດຍມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ເພື່ອສ້າງຄວາມເປັນເອກະພາບ ແລະ ກຳນົດທິດທາງໃນການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພື່ອແນໃສ່ພັດທະນາຂະແໜງການສຶກສາ, ວິທະຍາດ ແລະ ກິລາ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໃນອະນາຄົດ.
ພາບ-ຂ່າວໂດຍ: ການຈະນາ
700189472_122130595293228259_6222950902613175084_n.jpg700997903_122130595017228259_7490437694167379843_n.jpg701123448_122130594999228259_3973072818290873204_n.jpg700070350_122130594993228259_5836895169495936277_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)