ກົມສາມັນສຶກສາ ສສກ ແນະນຳຄະນະກຳມະການ ເພື່ອລົງຊີ້ນຳ ແລະ ຕັດສິນການສອບເສັງຈົບຊັ້ນ ມ.7 ທົ່ວປະເທດ ສົກຮຽນ 2025-2026

 

ໃນວັນທີ 12 ມິຖຸນາ 2026 ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໂອ້ລົມ ແລະ ແນະນຳວຽກງານໃຫ້ແກ່ຄະນະກຳມະການທີ່ຈະລົງຊີ້ນຳລວມ ແລະ ຕິດຕາມການຕັດສິນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026, ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຄະນະກົມ, ຄະນະກຳມະການຊີ້ນຳລວມ, ຄະນະລົງຕິດຕາມການຕັດສິນ ທີ່ມາຈາກກົມຈັດຕັ້ງ ແລະ ພະນັກງານ, ກົມປະກັນຄຸນນະພາບການສຶກສາ, ກົມກວດກາ, ກົມການສຶກສາກ່ອນໄວຮຽນ, ສະຖາບັນພັດທະນາບໍລິຫານການສຶກສາ, ຄະນະພະແນກ ແລະ ວິຊາການຈາກກົມສາມັນສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ເປັນການສືບຕໍ່ຜັນຂະຫຍາຍຈາກການຖະແຫຼງຂ່າວ ແລະ ກອງປະຊຸມເປີດບັ້ນການສອບເສັງຈົບຊັ້ນ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ທີ່ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026 ທີ່ຜ່ານມາ. ທັງນີ້, ກໍເພື່ອແນະນຳໜ້າວຽກ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ແກ່ຄະນະກຳມະການ ກ່ອນທີ່ຈະເດີນທາງໄປປະຈຳການຢູ່ແຕ່ລະແຂວງໃນທົ່ວປະເທດ ໃນລະຫວ່າງວັນທີ 13-14 ມິຖຸນາ 2026 ນີ້ (ອີງຕາມໄລຍະທາງໃກ້ ຫຼື ໄກ) ເພື່ອຕິດຕາມ, ຊຸກຍູ້ ແລະ ຮ່ວມຕັດສິນຜົນການສອບເສັງຈົບຊັ້ນ ມ.7 ທີ່ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 17-19 ມິຖຸນາ 2026.

ໃນໂອກາດດັ່ງກ່າວ, ທ່ານ ນາງ ນວມຄຳ ຈັນທະບູລີ ໄດ້ຕາງໜ້າໃຫ້ຄະນະນຳກົມສາມັນສຶກສາ ແລະ ຄະນະຮັບຜິດຊອບການສອບເສັງຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກໆພາກສ່ວນ ທີ່ໄດ້ເອົາໃຈໃສ່ຫ້າງຫາກະກຽມຄວາມພ້ອມຮອບດ້ານ. ທ່ານໄດ້ເນັ້ນໜັກວ່າ: ການສອບເສັງຈົບຊັ້ນ ມ.7 ເປັນວຽກງານບຸລິມະສິດທີ່ສຳຄັນລະດັບຊາດ ແລະ ເປັນຜົນຕັດສິນຄັ້ງສຸດທ້າຍຂອງການຮຽນໃນສາຍສາມັນສຶກສາ ກ່ອນທີ່ນັກຮຽນຈະກ້າວໄປສູ່ການຮຽນວິຊາຊີບ ຫຼື ມະຫາວິທະຍາໄລ ທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ຜົນການສອບເສັງ ແລະ ການຕັດສິນຕ້ອງອີງໃສ່ລະບຽບການຢ່າງເຂັ້ມງວດ ຮັບປະກັນຄວາມຍຸຕິທຳ, ໂປ່ງໃສ, ກວດສອບໄດ້ ແລະ ຫຼີກເວັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະສ້າງຫາງສຽງບໍ່ດີໃນສັງຄົມ.

ສະນັ້ນ, ເພື່ອຮັບປະກັນໃຫ້ບັ້ນສອບເສັງຄັ້ງນີ້ ດຳເນີນໄປດ້ວຍຄວາມຮຽບຮ້ອຍ ແລະ ມີປະສິດທິຜົນສູງ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຄະນະກຳມະການທຸກທ່ານ ຍຶດໝັ້ນອຸດົມການ ແລະ ຈັນຍາບັນ ໂດຍເອົາໃຈໃສ່ຊຸກຍູ້ ແລະ ຮ່ວມເຮັດວຽກກັບຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ໂຮງຮຽນ ດ້ວຍຄວາມໂປ່ງໃສ, ຮັກສາຄວາມລັບຂອງຫົວບົດສອບເສັງຢ່າງເດັດຂາດ ບໍ່ໃຫ້ມີການຮົ່ວໄຫຼ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ; ຕິດຕາມການເຄື່ອນໄຫວດ້ານຂໍ້ມູນຂ່າວສານ ໂດຍສະເພາະຜ່ານສື່ສັງຄົມອອນລາຍ (Social Media) ທີ່ອາດສົ່ງຜົນກະທົບຕໍ່ການສອບເສັງ ແລະ ລາຍງານຫາກົມສາມັນສຶກສາ ທັນທີ ຫາກພົບເຫັນກໍລະນີຜິດປົກກະຕິ ເພື່ອແກ້ໄຂໃຫ້ທັນການ; ກວດກາຕາຕະລາງການສອບເສັງແຕ່ລະວິຊາຢູ່ແຕ່ລະສູນ ໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມແຈ້ງການຂອງກະຊວງ ສະບັບເລກທີ 1998/ຫກ, ລົງວັນທີ 13 ພຶດສະພາ 2026; ກວດກາຊອງຫົວບົດສອບເສັງໃຫ້ຖືກຕ້ອງຕາມລາຍວິຊາ ແລະ ໂມງເວລາທີ່ກຳນົດ ກ່ອນຈະທຳການຕັດຊອງ, ພ້ອມທັງເພີ່ມຄວາມລະມັດລະວັງໃນການຕັດຊອງ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍຕໍ່ເອກະສານພາຍໃນ; ຕິດຕາມການສອບເສັງ, ການກວດບົດສອບເສັງ ແລະ ການບັນທຶກຄະແນນປະຈຳວັນຂອງແຕ່ລະແຂວງ/ນະຄອນຫຼວງ ໃຫ້ຖືກຕ້ອງຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການສອບເສັງຈົບຊັ້ນມັດທະຍົມສຶກສາ ສະບັບເລກທີ 2769/ສສກ, ລົງວັນທີ 5 ມິຖຸນາ 2024; ສົກຮຽນນີ້ ເປັນປີທີ 2 ທີ່ອະນຸມັດໃຫ້ມີການກວດເຈ້ຍຄຳຕອບດ້ວຍເຄື່ອງສະແກນເອກະພາບທົ່ວປະເທດ. ດັ່ງນັ້ນ, ຄະນະກຳມະການຕ້ອງຮ່ວມມືກັບຂັ້ນທ້ອງຖິ່ນ ກວດກາຄວາມຖືກຕ້ອງຂອງເຈ້ຍຄຳຕອບຂອງນັກຮຽນທຸກຄົນຢ່າງລະອຽດ ກ່ອນຈະນຳເຂົ້າເຄື່ອງສະແກນ; ພາຍຫຼັງສຳເລັດການຕັດສິນຜົນການສອບເສັງ, ຕ້ອງນຳເອົາເອກະສານ ແລະ ຫຼັກຖານທັງໝົດ ກັບຄືນມາສົ່ງໃຫ້ກົມສາມັນສຶກສາ ໃຫ້ຄົບຖ້ວນຕາມທີ່ກຳນົດໄວ້ໃນຄູ່ມືແນະນຳ; ຫາກເກີດມີບັນຫາທີ່ສົ່ງຜົນກະທົບຕໍ່ການສອບເສັງ ຕ້ອງລາຍງານຫາຄະນະຮັບຜິດຊອບຊີ້ນຳລວມ ໂດຍດ່ວນທີ່ສຸດ; ໃຫ້ຮ່ວມມືກັບຂັ້ນທ້ອງຖິ່ນ ເພື່ອແນະນຳກຳມະການຍາມຫ້ອງໃຫ້ປະຕິບັດໜ້າທີ່ຢ່າງເຂັ້ມງວດ; ຫ້າມບໍ່ໃຫ້ນັກຮຽນກ່າຍກັນ, ຫ້າມນອນໃນເວລາສອບເສັງ ແລະ ຕ້ອງກວດກາຢ່າງລະອຽດ ບໍ່ໃຫ້ເອົາໂທລະສັບມືຖືເຂົ້າຫ້ອງສອບເສັງຢ່າງເດັດຂາດ ເພື່ອສະກັດກັ້ນກຸ່ມຄົນບໍ່ດີ ທີ່ສວຍໂອກາດຕົວະຍົວະຫຼອກລວງຂາຍຄຳຕອບປາລະໄນປອມ ເພື່ອຫວັງເອົາເງິນຈາກຜູ້ປົກຄອງ ເຊິ່ງເປັນການສ້າງຄວາມປັ່ນປ່ວນໃນສັງຄົມ ແລະ ເຮັດໃຫ້ນັກຮຽນຂາດຄວາມເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ.

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

721758883_122134741503228259_1481900654967146710_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)