ການກະກຽມຄວາມພ້ອມດ້ານພິທີການທູດ ຮັບໃຊ້ກອງປະຊຸມລັດຖະມົນຕີວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22

 

ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 22 -26 ມິຖຸນາ 2026 ນີ້, ຄະນະອະນຸກຳມະການຕິດຕາມຜູ້ແທນ ໄດ້ຈັດຕັ້ງການຝຶກອົບຮົມດ້ານຄວາມຮູ້ພື້ນຖານກ່ຽວກັບວຽກງານພິທີການທູດຂຶ້ນຢ່າງເປັນທາງການ ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເປັນປະທານຂອງ ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຫົວໜ້າຄະນະອະນຸກຳມະການຕິດຕາມຜູ້ແທນ, ມີບັນດາແຂກຖືກເຊີນ, ນັກວິທະຍາກອນ ແລະພະນັກງານ, ຄູ-ອາຈານ ແລະ ນັກສຶກສາ (LO ແລະ VO) ເຂົ້າຮ່ວມ.

ຈຸດປະສົງຫຼັກຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ແລະ ໃຫ້ຄວາມຮູ້ພື້ນຖານດ້ານວຽກງານພິທີການທູດແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາ ທີ່ເຮັດໜ້າທີ່ໃນຄະນະອະນຸກຳມະການຕິດຕາມຜູ້ແທນ (LO ແລະ VO). ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ້ອນຮັບຄະນະຜູ້ແທນທີ່ເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວໄດ້ຮັບຜົນດີ ແລະ ມີປະສິດທິພາບສູງສຸດ.

ກອງປະຊຸມຄັ້ງນີ້ ດໍາເນີນລາຍການໂດຍ ທ່ານ ອຈ.ປອ ນາງ ໃບສີ ວາເນັງຈື ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີ ແລະ ບັນຍາຍກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານພິທີການທູດ ໂດຍໃຫ້ກຽດເປັນວິທະຍາກອນ ຂອງ ທ່ານ ນາງ ຕະນາວິລັດ ແກ້ວດວງດີ, ຮອງຫົວໜ້າພະແນກ ກົມພິທີການທູດ ກະຊວງການຕ່າງປະເທດ. ເນື້ອໃນການບັນຍາຍໄດ້ກາຍເປັນບົດຮຽນອັນລ້ຳຄ່າ ທີ່ຜູ້ເຂົ້າຮ່ວມຈະສາມາດນຳໄປຈັດຕັ້ງປະຕິບັດໃນວຽກງານຮັບໃຊ້ກອງປະຊຸມ ທີ່ກຳລັງຈະມາເຖິງ ແລະ ກອງປະຊຸມອື່ນໆໃນອະນາຄົດໄດ້ເປັນຢ່າງດີ.

ນອກຈາກການຮຽນຮູ້ ພາກທິດສະດີແລ້ວ, ໃນຕອນບ່າຍຂອງມື້ດຽວກັນ ຄະນະຜູ້ເຂົ້າຮ່ວມການຝຶກອົບຮົມທຸກຄົນ ຍັງໄດ້ລົງພື້ນທີ່ເພື່ອຖອດຖອນບົດຮຽນຢູ່ສະຖານທີ່ຕົວຈິງ ທີ່ສະໜາມບິນສາກົນວັດໄຕ. ການລົງພື້ນທີ່ແມ່ນເນັ້ນໜັກໃສ່ 3 ຈຸດສຳຄັນ ຄື: ຫ້ອງຮັບຮອງແຂກພິເສດ (VIP), ຈຸດຮັບເອົາກະເປົາສຳພາລະ, ຈຸດຜ່ານເອກະສານກັບເຈົ້າໜ້າທີ່ກວດຄົນເຂົ້າເມືອງ (ຕມ) ລວມເຖິງຈຸດບໍລິການອື່ນໆຕາມຄວາມເໝາະສົມ.

📸✍️ : ກະດານຂ່າວ ມຊ

722454563_122134854945228259_5233259315049388367_n.jpg

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງບໍລິການ ການຜະລິດ ວິດີໂອ YouTube ເພື່ອການຝຶກອົບຮົມກ່ຽວກັບການນໍາໃຊ້ EMIS, LESMIS, School Meal App, LIST ແລະ TETH, ສູນສະຖິຕິການສຶກສາ ແລະ ກິລາ (ESSC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 01 – 15 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)

ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງຊຸດ VDO Conference ເພື່ອສະໜອງໃຫ້ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາພາຍໃຕ້ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12-26 ມິຖຸນາ 2026, ດັ່ງລາຍລະອຽດ ໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.

ເອກະສານປະກາດ (1 ສະບັບ)


♦ ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງອຸປະກອນໄອທີ ປະເພດຄອມພີວເຕີ ເພື່ອສະໜອງໃຫ້ 19 ເມືອງ, 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນ ຊຸມຊົນ (Shelter) ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ (GPE III-LEAP). ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກ ສາທິການ ແລະ ກິລາ ໃນວັນທີ 09 24 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:  ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.ເອກກະສານຄັດຕິດ


♦ ກົມແຜນການ, ໂຄງການ GPE III LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງເຟີນິເຈີໃຫ້ ຫ້ອງການປະສານງານສາກົນເພື່ອການສຶກສາ ແລະ ໜ່ວຍຈັດຕັ້ງປະຕິບັດງານໂຄງການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP). ກົມແຜນການ ສະນັ້ນ, ຈຶ່ງຮຽນສະເໜີມາຍັງທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 11-26 ມິຖຸນາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ


ກົມແຜນການ, ໂຄງການ GPE III - LEAP ມີຈຸດປະສົງຂໍລົງປະກາດເຊີນຜູ້ສົນໃຈສະໜອງ ລົດຈັກ 110 ຊີຊີ, ຈໍານວນ 19 ຄັນ ໃຫ້ 19 ເມືອງ ໃນ 10 ແຂວງ ເປົ້າໝາຍໃນການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນ (Shelter) ພາຍ ໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP. ສະນັ້ນ, ຈຶ່ງຮຽນສະເໜີມາຍັງ ທ່ານ ຊ່ວຍລົງປະກາດທາງເວບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນວັນທີ 09 - 24 ມິຖຸນາ 2026, ດັ່ງລາຍ ລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153
e-mail: This email address is being protected from spambots. You need JavaScript enabled to view it.  

ເອກະສານປະກາດ (1 ສະບັບ)