ສກຂ ຄໍາມ່ວນ ປະຖົມນິເທດຄູອາສາສະໝັກ 53 ຄົນ ກຽມຄວາມພ້ອມກ່ອນລົງປະຕິບັດໜ້າທີ່ ສົກຮຽນ 2025-2026

ເພື່ອເປັນການກະກຽມຄວາມພ້ອມດ້ານບຸກຄະລາກອນໃຫ້ແກ່ການເປີດສົກຮຽນໃໝ່, ໃນວັນທີ 16 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມປະຖົມນິເທດຄູອາສາສະໝັກຕາມສັນຍາ ກ່ອນລົງປະຕິບັດໜ້າທີ່ຕົວຈິງໃນສົກຮຽນ 2025-2026 ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ, ມີບັນດາຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍຄູອາສາສະໝັກ ຈຳນວນ 53 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ມີວັດຖຸປະສົງເພື່ອໃຫ້ຄູອາສາສະໝັກໄດ້ຮັບຊາບ ແລະ ເຂົ້າໃຈແຈ້ງກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຮັບຜິດຊອບຂອງຕົນ ລວມໄປເຖິງລະບຽບການຕ່າງໆ ຂອງຂະແໜງການສຶກສາ. ນອກຈາກນີ້, ຍັງເປັນການແນະນຳກ່ຽວກັບການຈັດຕັ້ງປະຕິບັດການຮຽນ-ການສອນ, ຈັນຍາບັນຂອງຄູ ແລະ ການດຳລົງຊີວິດຮ່ວມກັບຊຸມຊົນໃນເຂດທີ່ຕົນເອງຈະໄດ້ລົງໄປປະຕິບັດໜ້າທີ່.
ໃນໂອກາດນີ້, ທ່ານ ນາງ ສຸກຂະເສີມ ສິດທິເດດ ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມຕໍ່ຄູອາສາສະໝັກທັງ 53 ຄົນ ໂດຍທ່ານໄດ້ເນັ້ນໜັກໃຫ້ທຸກຄົນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຄວາມອົດທົນພາກພຽນ ແລະ ອຸທິດສະຕິປັນຍາເຂົ້າໃນການສິດສອນລູກຫຼານນັກຮຽນ.
ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄູອາສາສະໝັກທຸກຄົນ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕໍ່ເນື່ອງ, ຊອກຮູ້ຮ່ຳຮຽນເອົາບົດຮຽນນຳຄູລຸ່ນກ່ອນ ແລະ ພັດທະນາວິທີການສອນໃຫ້ທັນສະໄໝ ເພື່ອຮ່ວມກັນຍົກສູງຄຸນນະພາບການສຶກສາຂອງແຂວງຄໍາມ່ວນ ໃຫ້ດີຂຶ້ນເລື້ອຍໆ.
ພາບ-ຂ່າວ: ສກຂ ຄຳມ່ວນ


