ບໍລິສັດ ພີທີ ເພັດພະຈັນປະເສີດ ລາວ ມອບເຄື່ອງກິລາ ແລະ ນໍ້າມັນເຊື້ອເຄື່ອງ, ໝໍ້ໄຟ ໃຫ້ ປກສ ແຂວງອັດຕະປື ມູນຄ່າ 38 ລ້ານກວ່າກີບ

ໃນຕອນເຊົ້າຂອງວັນທີ 16 ມີນາ 2026 ທີ່ເດີ່ນກິລາບານເຕະ ປກສ ແຂວງອັດຕະປື, ບໍລິສັດ ພີທີ ເພັດພະຈັນປະເສີດ ລາວ ຈໍາກັດຜູ້ດຽວ ໄດ້ຈັດພິທີມອບ-ຮັບ ອຸປະກອນກິລາ ແລະ ນໍ້າມັນເຊື້ອໄຟ ໃຫ້ແກ່ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງອັດຕະປື ລວມມູນຄ່າທັງໝົດ 38.350.000 ກີບ, ໂດຍການກ່າວມອບຂອງ ທ່ານ ລາດຊະພົນ ອິນສີຊຽງໃໝ່ ຫົວໜ້າບໍລິສັດ ພີທີ ເພັດພະຈັນປະເສີດ ລາວ ຈໍາກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ພັນເອກ ສັກສິດ ສີພັນດວງ ຫົວໜ້າ ປກສ ແຂວງ ອັດຕະປື, ມີຄະນະພັກ-ຄະນະບັນຊາການ ປກສ ແຂວງ, ທ່ານ ປອ ວິໄລພອນ ສຸລິວົງ ຕາງໜ້າຄະນະອໍານວຍການ ວິທະຍາໄລ ສັນຕິບານປະຊາຊົນເລກ II ແຂວງຈໍາປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ເຄື່ອງນໍມາມອບໃນຄັ້ງນີ້ ປະກອບມີ: ອຸປະກອນກິລາ ເສື້ອ 50 ໂຕ, ບານເຕະ 2 ໜ່ວຍ, ບານສົ່ງ 2 ໜ່ວຍ, ກະຕໍ້ 2 ໜ່ວຍ, ຕາໜ່າງບານເຕະ 1 ດາງ, ຕາໜ່າງບານສົ່ງ 1 ດາງ ແລະ ຕາໜ່າງກະຕໍ້ 1 ດາງ ຂັ້ນລາງວັນ 3 ຂັນ ເພື່ອນໍາໃຊ້ໃນງານກິລາຂ່ຳນັບຮັບຕ້ອນ-ສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 - 5 ເມສາ 2026), ພ້ອມທັງນໍ້າມັນເຄື່ອງລົດໃຫຍ່ ແລະ ລົດຈັກ ຈໍານວນ 5 ແກັດ ແລະ ໝໍ້ໄຟລົດໃຫຍ່ ຈໍານວນ 5 ໜ່ວຍ ເພື່ອສະໜັບສະໜູນວຽກງານບໍລິຫານ ແລະ ການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ ຂອງ ປກສ ແຂວງ.
ໂອກາດນີ້, ທ່ານ ພັນເອກ ສັກສິດ ສີພັນດວງ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ນໍ້າໃຈອັນດີງາມຂອງບໍລິສັດ ທີ່ໄດ້ເຫັນຄວາມສໍາຄັນ ແລະ ປະກອບສ່ວນຊຸກຍູ້ທັງດ້ານກິລາ ແລະ ວຽກງານວິຊາສະເພາະຂອງ ປກສ ແຂວງ ອັດຕະປື ໃນຄັ້ງນີ້. ພ້ອມນັ້ນ, ທ່ານຫົວໜ້າ ປກສ ແຂວງ ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດ ເພື່ອຢັ້ງຢືນ ແລະ ຈາລຶກຄຸນງາມຄວາມດີໄວ້, ພ້ອມທັງຢືນຢັນວ່າ ເຄື່ອງໄດ້ຮັບທັງໝົດຈະຖືກນໍາໄປໃຊ້ໃຫ້ຖືກຕ້ອງ ແລະ ເກີດປະໂຫຍດສູງສຸດ ຕາມຈຸດປະສົງຂອງການປະກອບສ່ວນໃນຄັ້ງນີ້.
ພາຍຫຼັງສໍາເລັດພິທີ ທັງສອງຝ່າຍໄດ້ຈັດກິດຈະກໍາກິລາມິດຕະພາບ ປະເພດ ບານສົ່ງ ທີມຊາຍ ແລະ ເປຕັງ ທີມຊາຍ, ພ້ອມຮ່ວມພາເຂົ້າສາມັກຄີ ຢ່າງຄຶກຄື້ນ ແລະ ມ່ວນຊື່ນ.
ໂດຍ: ພົມວິຫານ ໄຊຊະນະ (ຂ.ອັດຕະປື)


