ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີ ຫ້ອງຮຽນ 2 ພາສາລາວ-ຝຣັ່ງ ເມື່ອບໍ່ດົນມານີ້ ທີ່ ມສ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,

ທ່ານ ຊິວ-ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ພະແນກສຶກສາທິການ ແລະ ກິລາແຂວງກ່ຽວຂ້ອງ, ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ຜູ້ຮັບຜິດຊອບວຽກງານວັດທະນະທໍາ ແລະ ການຮ່ວມມື ສະຖານທູດຝຣັ່ງ ປະຈໍາ ສປປ ລາວ, ຕະຫຼອດຄູອາຈານ, ແຂກທີ່ຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມ.

 500343387 1258027329658406 1925445987787831655 n  500763212 1258027466325059 8065431740474267771 n


          ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວຕີລາຄາສູງຕໍ່ກັບການຮ່ວມມື 2 ຝ່າຍ ລະຫວ່າງ ສປປ ລາວ ແລະ ປະເທດຝຣັ່ງ ຊຶ່ງສ່ວນຫຼາຍແມ່ນເປັນການຮ່ວມມືທີ່ມີລັກສະນະມູນເຊື້ອ ແລະ ຍຸດທະສາດ ໂດຍມີຈຸດປະສົງເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ພັດທະນາເສດຖະກິດ-ສັງຄົມ ຕະຫຼອດຮອດການພັດທະນາແບບຍືນຍົງໃນຂົງເຂດຕ່າງໆເຊັ່ນ: ການສຶກສາ, ການທູດ, ວັດທະນະນະທໍາ, ມໍລະດົກ, ສາທາລະນະສຸກ, ການຄ້າ, ການລົງທຶນ, ການກະສິກຳ, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້ ໃນເດືອນຕຸລາ 2024 ການນໍາຂັ້ນສູງຂອງສອງປະເທດເຮົາຍັງໄດ້ພົບກັນ ການພົບປະດັ່ງກ່າວເປັນຂີດໝາຍ ແລະ ເປັນສັນຍະລັກອັນດີງາມໃນການເພີ່ມທະວີການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນອະນາຄົດ. ສະເພາະວຽກງານສຶກສາ ການຮຽນການສອນພາສາຝຣັ່ງໃນ ສປປ ລາວ ແມ່ນມີມາຕັ້ງແຕ່ກ່ອນປະເທດຊາດໄດ້ຮັບການປົດປ່ອຍ, ໃນນັ້ນ ລັດຖະບານຝຣັ່ງ ໄດ້ເອົາໃຈໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ຈໍານວນຫຼວງຫຼາຍ ຊຶ່ງບຸກຂະລາກອນດັ່ງກ່າວໄດ້ປະກອບສ່ວນເຂົ້າວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ເປັນທ່າແຮງການໃນພັດທະນາເສດຖະກິດ-ສັງຄົມ, ໂດຍເຫັນໄດ້ຄວາມສໍາຄັນ ແລະ ເປັນການເສີມຂະຫຍາຍວຽກງານດັ່ງກ່າວ, ສະນັ້ນ ໃນປີ 1995 ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຮັບເອົາໂຄງການຫ້ອງຮຽນສອງພາສາລາວ-ຝຣັ່ງ ຊຶ່ງໃນເບື້ອງຕົ້ນໄດ້ຈັດຕັ້ງການຮຽນ ການສອນຢູ່ນະຄອນຫຼວງວຽງຈັນ (ກຳແພງນະຄອນໃນເວລານັ້ນ) ຕໍ່ມາຈຶ່ງໄດ້ຂະຫຍາຍໄປແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ ຈົນເທົ່າທຸກວັນນີ້.

500738881 1258027422991730 2190360730375804075 n
           ຕະຫຼອດໄລຍະເວລາ 30 ປີຂອງການສ້າງຕັ້ງລະບົບການຮຽນການສອນດັ່ງກ່າວ ຄູ່ຮ່ວມພັດ
ທະນາໄດ້ມີການຜັດປ່ຽນກັນຮັບຜິດຊອບຫຼາຍຫຼົບຫຼາຍຕ່າວເຊັ່ນ: ອົງການຈັດຕັ້ງສາກົນຝຣັ່ງໂກໂຟນີ່, ອົງການມະຫາວິທະຍາໄລແຫ່ງຊາດ, ສະຖານທູດຝຣັ່ງປະຈໍາ ສປປ ລາວ ແລະ ເລີ່ມແຕ່ປີ 2015 ຈົນເຖິງ, ລະບົບການຮຽນການສອນດັ່ງກ່າວ ໄດ້ຢູ່ໃນຄວາມຮັບຜິດຊອບຂອງກະຊວງສຶກສາທິການ ແລະ ກິລາ ໂດຍແມ່ນກົມສາມັນສຶກສາເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດ. ໃນປັດຈຸບັນໄດ້ຈັດຕັ້ງການຮຽນການສອນ ໃນ 13 ໂຮງຮຽນ ໃນນັ້ນ ໂຮງຮຽນ ປະຖົມ 9 ແຫ່ງ ແລະ ມັດທະຍົມ 4 ແຫ່ງ (ຫຼວງພະບາງ ປະຖົມ 3 ແຫ່ງ ແລະ ມັດທະຍົມ 1, ສະຫວັນນະເຂດ ປະຖົມ 2 ແຫ່ງ ແລະ ມັດທະຍົມ 1, ຈໍາປາສັກ ປະຖົມ 2 ແຫ່ງ ແລະ ມັດທະຍົມ 1 ແຫ່ງ ແລະ ນະຄອນຫຼວງວຽງຈັນ ປະຖົມ 2 ແຫ່ງ ມັດທະຍົມ 1 ແຫ່ງ). ໃນແຕ່ລະປີສະຖິຕິນັກຮຽນ ແລະ ຄູສອນແມ່ນມີລັກສະນະສະຖຽນຄື: ຄູສອນ ປະມານ 100 ຄົນ ແລະ ນັກຮຽນປະມານ 3000 ຄົນ (ປະຖົມ ປະມານ 1700 ຄົນ ແລະ ມັດທະຍົມ ປະມານ 1300 ຄົນ). ຕາມການລາຍງານເຫັນວ່າ ນັກຮຽນທີ່ຮຽນຈົບຈາກຫ້ອງຮຽນສອງພາສາລາວ-ຝຣັ່ງ ສ່ວນຫຼາຍມີຄວາມຮູ້ພື້ນຖານທີ່ຄົບຖ້ວນ ຊຶ່ງໄດ້ສະແດງອອກວ່າ ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນປາຍ ສາມາດເຂົ້າຮຽນຕໍ່ການສຶກສາລະດັບສູງທັງພາຍໃນ ແລະ ຕ່າງປະເທດ ແລະ ຈໍານວນໜຶ່ງກໍ່ສາມາດສະໝັກເອົາທຶນການສຶກສາລະດັບພາກພື້ນ ແລະ ສາກົນໄດ້.
ການທີ່ຫ້ອງຮຽນສອງພາສາລາວ-ຝຣັ່ງ ມີຄວາມຢືນຍົງ ແລະ ມີຜົນງານໃນການກໍ່ສ້າງບຸກຂະລາກອນຢ່າງຕໍ່ນັ້ນ ກໍ່ຍ້ອນການຮ່ວມມື ແລະ ການສະໜັບສະໜູນຢ່າງຕັ້ງໜ້າຂອງລັດຖະບານຝຣັ່ງ ກໍ່ຄືສະຖານທູດຝຣັ່ງ ປະຈໍາ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ລຸກຊໍາບວກ, ການາດາ, ອົງການຈັດຕັ້ງສາກົນຝຣັ່ງໂກໂຟນີ, ອົງການມະຫາວິທະຍາໄລແຫ່ງຊາດ ແລະ ຄູ່ຮ່ວມພັດທະນາອື່ນໆທັງພາຍໃນ ແລະ ຕ່າງປະເທດ. ຕໍ່ກັບຜົນສໍາເລັດຂອງການຮ່ວມມືໃນດ້ານດັ່ງກ່າວ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງທຸກພາກສ່ວນ ລວມທັງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ; ຄະນະພັກ ຄະນະນໍາໂຮງຮຽນ, ຄູສອນ ແລະ ນ້ອງນັກຮຽນ ຕະຫຼອດຮອດຜູ້ປົກຄອງທີ່ໄດ້ຕັດສິນໃຈ, ເອົາໃຈໃສ່ວຽກງານດັ່ງກ່າວ ຈົນເຮັດໃຫ້ພວກເຮົາມີຜົນສໍາເລັດ, ສໍາລັບທິດທາງຕໍ່ໜ້າ ແມ່ນພ້ອມກັນເອົາໃຈໃສ່ປະກອບສ່ວນເຂົ້າໃນວຽກງານການສຶກສາ, ຕີຖອຍທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກ, ສາມັກຄີກັນເປັນຈິດໜຶ່ງໃຈດຽວ ເພື່ອສຸມໃສ່ການສຶກສາ ໃຫ້ນັບມື້ນັບມີຄຸນນະພາບ, ສໍາລັບຄູ່ຮ່ວມພັດທະນາ ສະເໜີໃຫ້ສືບຕໍ່ຊ່ວຍເຫຼືອທາງດ້ານວິຊາການ, ວິທີການ, ສ້າງແຮງຈຸງໃຈເຊັ່ນ: ກິດຈະກຳໃນລະດັບຕ່າງໆທັງໃນ ແລະ ນອກໂຮງຮຽນ, ປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການຮຽນ ການສອນ, ໃຫ້ທຶນການສຶກ, ຝຶກອົບຮົມຄູສອນ ແລະ ຄະນະຮັບຜິດຊອບ ໃຫ້ມີຄວາມເຂັ້ມແຂງ ບໍ່ວ່າຈະເປັນການຮຽນ ການສອນ ຫ້ອງຮຽນສອງພາສາ ແລະ ການສອນພາສາຝຣັ່ງທີ່ເປັນພາສາທີ 2.

500707624 1258027536325052 593068325191013104 n          ສໍາລັບຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແມ່ນໃຫ້ເອົາໃຈໃສ່ ຊ່ວຍເຫຼືອ, ສະໜັບສະໜູນ, ຕິດຕາມ, ສົ່ງເສີມຢ່າງຕັ້ງໜ້າ ເພື່ອກຳໄດ້ສະພາບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອເປັນບ່ອນອີງໃນການພັດທະນາໃນອະນາຄົດ; ສໍາລັບຂັ້ນໂຮງຮຽນ ແມ່ນໃຫ້ເອົາໃຈໃສ່ປົກປ້ອງຄວາມສາມັກຄີປຶກແຜ່ນ ກຳໄດ້ສະພາບການຈັດການຮຽນການສອນ ລວມທັງການປະຕິບັດໜ້າວຽກຂອງຄູ, ຂອງໂຮງຮຽນ, ຫ້ອງຮຽນ ຕະຫຼອດຮອດນັກຮຽນ ໂດຍສະເພາະແມ່ນນັກຮຽນທີ່ມີຄວາມຫຍຸ້ງຍາກ ມີຄວາມຕ້ອງການພິເສດ; ສໍາລັບຄູສອນ ແມ່ນໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ສິດສອນ, ກະກຽມບົດສອນ, ແຜນການສອນ, ປະດິດສ້າງສື່ການຮຽນ ການສອນ ແລະ ຂຶ້ນຫ້ອງສອນຢ່າງເປັນປົກກະຕິ, ປະຕິບັດລະບຽບລັດຖະກອນ, ປະຕິບັດຈັນຍາບັນ-ຈັນຍາທໍາຂອງຢ່າງເຄັ່ງຄັດ ຫຼີກລ້ຽງການຂຶ້ນຫ້ອງແບບບໍ່ມີຄວາມຮັບຜິດຊອບ, ຂຶ້ນຊ້າ ລົງໄວ ສອນພໍແລ້ວມື້ແລ້ວວັນ, ມີຄວາມສາມັກຄີຮັກແຮງ, ມີຄວາມຕື່ນຕົວໃນການພັດທະນາຕົນເອງທາງດ້ານວິຊາສະເພາະ, ພາສາ, ວິທີສິດສອນ ແລະ ໄອຊີທີ; ສໍາລັບນັກຮຽນ ແມ່ນໃຫ້ເອົາໃສ່ຄົ້ນຄ້ວາຮໍ່າຮຽນ, ປະຕິບັດກົດລະບຽບຂອງໂຮງຮຽນ, ປະຕິບັດໜ້າທີ່ຂອງນັກຮຽນ, ເປັນລູກສິດທີ່ດີຂອງຄູອາຈານ ແລະ ເປັນລູກທີ່ດີຂອງພໍ່ແມ່ ແລະ ສັງຄົມ; ສໍາລັບຜູ້ປົກຄອງ ແມ່ນສະເໜີຊ່ວຍຕິດຕາມ ຊຸກຍູ້ ສົ່ງເສີມບຸດ ຫຼານ, ຊາວໜຸ່ມພາຍໃນບ້ານ, ຊຸມຊົນໃຫ້ມາໂຮງຮຽນປົກກະຕິ.
         ນອກນັ້ນ, ໃນພິທີພິທີຍັງໄດ້ມີການມອບລາງວັນການແຂ່ງຂັນກ່ຽວກັບຮູບພາບ ຊັ້ນປະຖົມສຶກສາ, ມອບລາງວັນການແຂ່ງຂັນກ່ຽວກັບຮ້ອງເພງ ຊັ້ນມັດທະຍົມສຶກສາ, ມອບປະກາສະນິຍະບັດພາສາຝຣັ່ງ 2025 A2 ແລະ ພິທີມອບປະກາສະນິຍະບັດພາສາຝຣັ່ງ 2025 B1 ອີກດ້ວຍ.

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.