ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2024-2025 ເມື່ອວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ

ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

504208016 1265175815610224 2064391946900336061 n

         ໂອກາດນີ້, ທ່ານ ນາງ ນວມຄໍາ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2024-2025 ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ມີນັກສອບເສັງລວມທົ່ວປະເທດ ທັງໝົດ 69.164 ຄົນ, ຍິງ 34.585 ຄົນ (ໃນນີ້ມີນັກສອບເສັງບີແລັງ 271 ຄົນ, ຍິງ 157 ຄົນ, ນັກສອບເສັງສົງ 951 ອົງ) ທຽບໃສ່ສົກຮຽນ 2023-2024 ເຫັນວ່ານັກສອບເສັງ ເພີ່ມຂືຶ້ນ 341 ຄົນ; ມີຈໍານວນສູນສອບເສັງທັງໝົດ 585 ສູນ, ຖ້າທຽບໃສ່ ສົກຮຽນ 2023-2024 ເພີ່ມຂຶ້ນ 6 ສູນ; ມີຈໍານວນຫ້ອງສອບເສັງທັງໝົດ 3.449 ຫ້ອງ, ຖ້າທຽບໃສ່ ສົກຮຽນ 2023-2024 ຫຼຸດລົງ 130 ຫ້ອງ. ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ມີນັກສອບເສັງລວມທົ່ວປະເທດທັງໝົດ 41.758 ຄົນ; ຍິງ 20.055 ຄົນ (ໃນນີ້ມີນັກສອບເສັງບີແລັງ 195 ຄົນ, ຍິງ 111 ຄົນ; ນັກສອບເສັງສົງ 469 ອົງ) ຖ້າທຽບໃສ່ສົກຮຽນ 2023-2024 ເຫັນວ່ານັກສອບເສັງຫຼຸດລົງ 4.986 ຄົນ; ມີຈໍານວນສູນສອບເສັງທັງໝົດ 262 ສູນ ທຽບໃສ່ສົກຮຽນ 2023-2024 ຫຼຸດລົງ 30 ສູນ; ມີຈໍານວນຫ້ອງສອບເສັງທັງໝົດ 2.004 ຫ້ອງ ທຽບໃສ່ສົກຮຽນ 2023-2024 ຫຼຸດລົງ 333 ຫ້ອງ.

503868776 1265176055610200 6005201514434377303 n 503949967 1265176105610195 6682274758266117888 n

       ສໍາລັບເວລາ ແລະ ໄລຍະເວລາດໍາເນີນການສອບເສັງ ແລະ ສະຫຼຸບຜົນການສອບເສັງ ວັນທີ 11-13 ມິຖຸນາ 2025 ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4; ວັນທີ 18-20 ມິຖຸນາ 2025 ສອບເສັງຄືນ ສໍາລັບນັກຮຽນຂັ້ນ ມ.4 ທີ່ຂາດສອບເສັງມີເຫດຜົນ; ວັນທີ 18-20 ມິຖຸນາ 2025 ສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7; ວັນທີ 25-27 ມິຖຸນາ 2025 ສອບເສັງຄືນ ສໍາລັບນັກຮຽນ ມ.7 ທີ່ຂາດສອບເສັງມີເຫດຜົນ.  ໃນສົກຮຽນ 2024-2025 ທົ່ວປະເທດມີໂຮງຮຽນມັດທະຍົມທັງໝົດ 1.861 ແຫ່ງ, ເອກະຊົນ 153 ແຫ່ງ, ໃນນັ້ນ ໂຮງຮຽນມັດທະຍົມຕອນຕົ້ນ 1.000 ແຫ່ງ ເອກະຊົນ 75 ແຫ່ງ, ໂຮງຮຽນມັດທະຍົມຕອນປາຍ 30 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 831 ແຫ່ງ ເອກະຊົນ 78 ແຫ່ງ, ຖ້າທຽບໃສ່ສົກຮຽນຜ່ານ 2023-2024 ເຫັນວ່າໂຮງຮຽນມັດທະຍົມເພີ່ມຂຶ້ນ 9 ແຫ່ງ.

503801576 1265175918943547 1088828277369303351 n
      ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກໃຫ້ຄະນະກຳມະການເປີດຫົວບົດສອບເສັງ, ຍາມຫ້ອງເສັງ, ກວດບົດສອບເສັງ ຕ້ອງປະຕິບັດລະບຽບທີ່ກຳນົດໄວ້, ໂປ່ງໃສ, ຍຸຕິທຳ, ໂດຍສະເພາະໃຫ້ປະຕິບັດຕາມຕາຕະລາງລາຍວິຊາການໃນໄລຍະການສອບເສັັງຢ່າງເຂັ້ມງວດ; ກຳມະການຈາກກະຊວງລົງຕິດຕາມການສອບເສັງຕ້ອງປະຕິບັດຕາມກົດລະບຽບທຸກມາດຕາທີ່ກຳນົດໄວ້, ພ້ອມທັງນຳເອົາເອກະສານທຸກຢ່າງທີ່ຕ້ອງເອົາກັບມາກົມສາມັນໃຫ້ຄົບທຸກຢ່າງ; ແຕ່ລະສູນທີ່ມີຄະນະສະເພາະກິດປະຈຳຢູ່ຂໍໃຫ້ເອົາໃຈໃສ່ຢ່າງເຂັ້ມງວດ; ໄລຍະເວລາສອບເສັງໃຫ້ປະສານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ປິດບັນດາຮ້ານບັນເທີງ, ຮ້ານກິນດື່ມ ທີ່ຈະກໍ່ໃຫ້ເກີດຄວາມສ່ຽງຕ່າງໆພ້ອມທັງປະກາດຫ້າມບໍ່ໃຫ້ນັກຮຽນເຊັນໃສ່ເສື້ອ.

ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.