ຫາລື ກະກຽມຄວາມພ້ອມງານມະຫາກຳກິລານັກຮຽນ ທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງ ເປັນເຈົ້າພາບ ປີ 2027

ນຕອນເຊົ້າຂອງວັນທີ 17 ກຸມພາ 2027 ທີ່ຫ້ອງປະຊຸມສະໝາມກິລາແຂວງເຊກອງ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມການເປັນເຈົ້າພາບ ຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງ ເປັນເຈົ້າພາບ ໃນປີ 2027 ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ມະໄລເພັດ ມາດມະນີວົງ ຮອງຫົວໝ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມບັນດາພະນັກງານວິຊາການທີ່ຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນທົບທວນ ແລະ ປຶກສາຫາລືກ່ຽວກັບການວາງແຜນ, ກະກຽມການຈັດການແຂ່ງຂັນງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ທີ່ແຂວງເຊກອງ ເປັນເຈົ້າພາບ ໃນປີ 2027; ກະກຽມຄວາມພ້ອມ ໃນການຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII; ລົງກວດກາພື້ນຖານໂຄງລ່າງສະໜາມແຂ່ງຂັນ, ສະໜາມຝຶກຊ້ອມ ແລະ ທີ່ພັກ ຂອງຄະນະນັກກິລາ ທີ່ ເຂົ້າຮ່ວມການແຂ່ງຂັນ; ສົມທົບກັບບໍລິສັດ ທີ່ແຂວງໄດ້ຮັບຮອງ ເປັນບໍລິສັດທີ່ປຶກສາອອກແບບ ລົງປະເມີນ, ກວດກາແບບກໍ່ສ້າງ ແລະ ປູຍາງລານແລ່ນ ສະໜາມກິລາໃຫຍ່ຂອງແຂວງ, ແບບປັບປຸງສ້ອມແປງ ບັນດາສະໜາມແຂ່ງຂັນກິລາປະເພດຕ່າງໆ ແລະ ສະຖານທີ່ພັກຂອງຄະນະນັກກິລາ.ໃຫ້ເປັນໄປຕາມແຜນການທີ່ວາງໄວ້ທຸກປະການ.
ໂອກາດນີ້, ທ່ານ ລັດທະໄຊ ອິນທະວົງ ໄດ້ເນັ້ນໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຫ້ຄວາມສຳຄັນຕໍ່ການຈັດກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ໃນຖານະເປັນເວທີສ້າງຄວາມສາມັກຄີ ແລະ ພັດທະນາທ່າແຮງໄວໜຸ່ມຂອງຊາດ ພ້ອມທັງໄດ້ຊີ້ນຳດ້ານນະໂຍບາຍ ແລະ ທິດທາງການຈັດຕັ້ງປະຕິບັດໃຫ້ບັນລຸຜົນຕາມເປົ້າໝາຍທີ່ວາງໄວ້ . ນອກນັ້ນທ່ານ ລັດທະໄຊ ອິນທະວົງ ຍັງໄດ້ມອບອຸປະກອນກິລາ ຊຸກຍູ້ໃຫ້ແຂວງເຊັ່ນ :ຕາໝ່າງບານຕີ,ຕາໝ່າງກະຕໍ້ ຢ່າງລະ 8 , ບານແຕະ,ບານຕີ ແລະກະຕໍ້ຢ່າງລະ50ໝ່ວຍ.
ສຳລັບກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຕີລາຄາ ແລະ ປຶກສາຫາລືວາງມາດຕະການ ເພື່ອຮັບປະກັນໃຫ້ການແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ປີ 2027 ດຳເນີນໄປດ້ວຍຄວາມຮຽບຮ້ອຍ ແລະ ສຳເລັດຜົນດ້ວຍດີ ຕາມຄາດໝາຍ.
ພາບ-ຂ່າວໂດຍ: ສຸກສະຫວັນ ສກຂ ເຊກອງ
