Featured

ທົບທວນຄືນເພື່ອປັບປຸງໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາ ໄລຍະIII

 634532331_122111196591228259_4024687523179701378_n.jpg

ກອງປະຊຸມຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ ກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ III (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ GPE III :LEAP) 6 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ ແລະ ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 17 ກຸມພາ ຜ່ານມາ ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ, ໂດຍການເປັນປະທານຮ່ວມຂອງທ່ານ ອານຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາ ໄລຍະIII ແລະ ທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ບັນດາທ່ານທີ່ມາຈາກພະແນກສຶກສາທິການ ແລະ ກິລາ 6 ແຂວງ, ເມືອງເປົ້າໝາຍເຂົ້າຮ່ວມ.

ທ່ານ ວົງວິໄລ ສຸນທະວົງ ຮອງຫົວໜ້າຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ, ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ໄລຍະຜ່ານມາ ແລະ ລາຍງານຜົນຂອງການມາຕິດຕາມຄວາມຄືບໜ້າຂອງໂຄງການ ຂອງທີມງານຈາກທະນາຄານໂລກ ເພື່ອຍົກສູງຜົນການຮຽນຂອງນັກຮຽນໃນຊັ້ນປະຖົມສຶກສາ ຢູ່ບັນດາເມືອງເປົ້າໝາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນ ກໍຄືການຈັດຕັ້ງປະຕິບັດວຽກງານຂອງລະບົບການສຶກສາ ຢູ່ ສປປ ລາວ, ໄລຍະເວລາຂອງໂຄງການ ແມ່ນເລີ່ມແຕ່ເດືອນ ສີງຫາ 2021- ພຶດສະພາ 2029, ໂດຍການໃຫ້ທຶນຈາກທະນາຄານໂລກ. ຄວາມຄືບໜ້າຂອງໂຄງການ ພາຍຫຼັງການຮ່ວມເຮັດວຽກກັບທະນາຄານໂລກ ແມ່ນຢູ່ໃນເກນຄວາມພໍໃຈປານກາງ, ການເຂົ້າຮຽນໃນແຜນງານການສຶກສາກ່ອນໄວຮຽນ ແມ່ນສາມາດບັນລຸໄດ້ອັດຕາການປະລະການຮຽນ ແມ່ນມີທ່າອ່ຽງຫຼຸດລົງ, ເພດຍິງ ທີ່ເຂົ້າຮຽນໃນແຜນງານການສຶກສາກ່ອນໄວຮຽນ ແມ່ນມີອັດຕາເພີ່ມຂຶ້ນ ແລະ ເດັກໄດ້ຮັບການກວດກາຄວາມບົກຜ່ອງ ແມ່ນບັນລຸຕາມເປົ້າຫມາຍ ແລະ ໜ້າວຽກອື່ນໆ ທີ່ສາມາດບັນລຸໄດ້ຕາມແຜນການ.

ເພື່ອທົບທວນຄືນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຈົນເຖີງປັດຈຸບັນ ແລະ ລະບຽບຫຼັກການຂອງໂຄງການ ໃຫ້ແກ່ຂັ້ນພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ໄດ້ແລກປ່ຽນຖອດຖອນບົດຮຽນ ແລະ ປະສົບການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການບັນລຸຕາມແຜນການທີ່ວາງໄວ້. ເພື່ອສ້າງຄວາມເຂັ້ມແຂງ ດ້ານການປະສານງານໃຫ້ມີຄວາມຄ່ອງຕົວ, ໄດ້ຮັບຜົນດີ, ມີປະສິດທິພາບ ແລະ ມີປະສິດທິຜົນ. ກອງປະຊຸມຄັ້ງນີ້, ບັນດາທ່ານທີ່ເຂົ້າຮ່ວມທີ່ມາຈາກແຕ່ລະແຂວງ ແລະ ເມືອງເປົ້າໝາຍ ແມ່ນຈະໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ພ້ອມທັງ ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ໂຄງການ ກອງທືນຮ່ວມມືສາກົນເພື່ອການສຶກສາ ໄລຍະ III (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ GPE III :LEAP) ສຳເລັດຜົນ ແລະ ບັນລຸຕາມເປົ້າຫມາຍທີ່ກຳນົດໄວ້.

ກອງປະຊຸມແມ່ນຈະໄດ້ດຳເນີນໃນລະຫວ່າງວັນທີ 17-19 ກຸມພາ 2026 ຈຶ່ງຈະສຳເລັດ.

(ແຫຼ່ງຂ່າວ: ແຂວງຄໍາມ່ວນ)