ເອສຣາ ໄລ່ຕ້ອນ ກອງທັບ 4-1 ຄວ້າແຊ໋ມບານເຕະຊີງຂັນນາຍົກ ສະໄໝທີ 2 ມາຄອງຢ່າງຍິ່ງໃຫຍ່

ການແຂ່ງຂັນບານເຕະ ຊີງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈໍາປີ 2025-2026 ນັດຊີງຊະນະເລີດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ມັງກອນ 2026 ທີ່ສະໜາມກິລາແຂວງຫຼວງພະບາງ, ຊຶ່ງເປັນການພົບກັນລະຫວ່າງ ສະໂມສອນ ກອງທັບ ເອັບຊີ ແລະ ສະໂມສອນ ເອສຣາ ເອັບຊີ ແຊ໋ມເກົ່າລາຍການນີ້ ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຊະນະເລີດຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ສຮ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິ ລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ບັນດາລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ປະທານສະຫະພັນບານເຕະແຫ່ງຊາດລາວ, ການນໍາແຂວງຫຼວງພະບາງ, ແຂກຖືກເຊີນ ແລະ ມວນຊົນຊາວແຂວງຫຼວງພະບາງ ເຂົ້າຮ່ວມ ຢ່າງຫຼວງຫຼາຍ.
ການແຂ່ງຂັນບານເຕະ ຊີງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງນີ້ ແມ່ນໄດ້ເລີ່ມມາແຕ່ວັນທີ 22 ທັນວາ 2025 ໂດຍມີທັງໝົດ 19 ທີມເຂົ້າຮ່ວມແຂ່ງຂັນ, ໃນນັ້ນ ທີມຈາກລາວລີກ 1 ມີ 9 ທີມ ຄື: ສະໂມສອນ ກອງທັບ, ສະໂມສອນທມັດສະດ້າ ຈີບີ, ສະໂມ ສອນ ເອສຣາ, ສະໂມສອນ ຊ້າງນ້ອຍ, ສະໂມສອນ ຫຼວງພະບາງ ຟຟລ, ສະໂມສອນ ບີໄອເອັດ ມາດເຕີ້, ສະໂມສອນ ນໍ້າທາ ຢູໄນເຕັດ ແລະ ສະໂມສອນ ສະຫວັນນະເຂດ. ສ່ວນທີມຈາກລາວລີກ 2 ປະກອບມີ 10 ທີມ ຄື: ສະໂມສອນ ປກສ ແຂວງບໍ່ແກ້ວ, ສະໂມສອນ ທະຫານແຂວງສະຫວັນນະເຂດ, ສະໂມສອນ ປກສ ແຂວງເຊກອງ, ສະໂມສອນໂຮງງານອາລູຊິ້ງ ແຂວງຊຽງຂວາງ, ສະໂມສອນ ສຸລິຍະວົງ ແຂວງຈຳປາສັກ, ສະໂມສອນ ປກສ ແຂວງສາລະວັນ, ສະໂມສອນ ເອກະລັກ ແຂວງບໍ່ແກ້ວ, ສະໂມສອນ ຮັກແພງ ແຂວງສາລະວັນ, ສະໂມສອນ ພີເອັມ ແຂວງເຊກອງ ແລະ ສະໂມສອນ ໂຮງຫຼໍ່ການໄຊ ແຂວງຈຳປາສັກ.
ການແຂ່ງຂັນຄູ່ຊີງຊະນະເລີດ ແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ຊຶ່ງຜົນການແຂ່ງຂັນ ປະກົດວ່າ ສະໂມສອນ ເອສຣາ ເອັບຊີ ແຊ໋ມເກົ່າ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດເອົາຊະນະສະໂມສອນ ກອງທັບ ເອັບຊີ ໄປໄດ້ 4-1 ປະຕູ ຖືເປັນການໄດ້ແຊ໋ມລາຍການນີ້ ເປັນສະໄໝທີສອງຕິດຕໍ່ກັນ, ຊຶ່ງເອສຣາ ທີ່ໄດ້ແຊ໋ມຄັ້ງນີ້ ແມ່ນໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ 300 ລ້ານກີບ ແລະ ສະໂມສອນ ກອງທັບ ຮອງແຊ໋ມ ໄດ້ຮັບຫຼຽນ ແລະ ເງິນລາງວັນ 100 ລ້ານກີບ.
ສະເພາະລາງວັນບຸກຄົນ: ຄູຝຶກດີເດັ່ນ ແມ່ນທ່ານ ບຽງຊູນາ ຄູຝຶກສະໂມສອນ ເອສຣາ; ນັກກິລາຍິງປະຕູສູງສຸດແມ່ນ ປີເຕີ້ ພັນທະວົງ ຈາກສະໂມສອນ ເອສຣາ ລົງສະໜາມ 5 ນັດ ຍິງໄດ້ 6 ປະຕູ; ຜູ້ຮັກສາປະຕູດີເດັ່ນແມ່ນ ກົບ ໂລກພະທິບ ຈາກສະໂມສອນ ເອສຣາ ລົງສະໜາມ 5 ນັດ ເສຍ 2 ປະຕູ; ນັກກິລາດີເດັ່ນໃນລາຍການນີ້ແມ່ນ ປີເຕີ້ ພັນທະວົງ ຈາກສະໂມສອນ ເອສຣາ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
