Featured

ທັບນັກກິລາຄົນພິການລາວ ອອກເດີນທາງແລ້ວ ຮ່ວມງານອາຊຽນພາຣາເກມ ຄັ້ງທີ 13 ທີ່ປະເທດໄທ

 616796787_1464208962373574_609938960786336256_n.jpg

ທັບນັກກິລາຄົນພິການລາວ 140 ກວ່າຄົນ ຈາກ 12 ປະເພດກິລາ ໄດ້ອອກເດີນທາງຢ່າງເປັນທາງການແລ້ວ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ ຈັດຂຶ້ນ ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 20-26 ມັງກອນ 2026 ນີ້.
ໃນການອອກເດີນທາງໃນຄັ້ງນີ້ ໄດ້ມີການເຕົ້າໂຮມບັນດາທັບນັກກິລາຄົນພິການລາວ ໃນຕອນເຊົ້າວັນທີ 15 ມັງກອນ 2026 ທີ່ອານຸສາວະລີ ເພື່ອເດີນທາງຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ ນຳໂດຍທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ເຂົ້າຮ່ວມໃຫ້ກຳລັງໃຈ. ຫຼັງຈາກນັ້ນ, ປະທານ ຄພລ ຈຶ່ງຈະເດີນທາງໄປສົມທົບຕາມຫຼັງ.
ໃນການເດີນທາງເຂົ້າຮ່ວມງານດັ່ງກ່າວ ທາງເຈົ້າພາບ ໄທ ໄດ້ນຳໃຊ້ລົດເມໃຫຍ່ ມາຕ້ອນຮັບສະເພາະ ຈຳນວນ 4 ຄັນ ຊຶ່ງໄລຍະເວລາໃນການເດີນທາງ ປະມານ 5-6 ຊົວໂມງ ດ້ວຍໄລຍະທາງ 300 ກວ່າກິໂລແມັດ ຈຶ່ງຈະໄປຮອດ ນະຄອນຣາຊະສີມາ ສຳລັບ 12 ປະເພດກິລາຄົນພິການລາວ ປະກອບມີ: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ບອດເຊຍ, ບານເຕະ, ລົດຖີບ, ຍິງປືນ, ຟັນດາບ, ດອກປີກໄກ່ ແລະ ເທັນນິດ.
615410993_1464209005706903_3094334317508163709_n.jpg
ພາບ-ຂ່າວ ໂດຍ ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •