ເຜີຍແຜ່ບົດລາຍງານລະດັບຊາດ ແລະ ຜົນການວິເຄາະຂໍ້ສອບການປະເມີນຜົນການຮຽນຂອງນັກຮຽນ ຊັ້ນປະຖົມສຶກສາ ປີທີ 5 SEA-PLM ໃນລາວ

 

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານລະດັບຊາດ ແລະ ຜົນການວິເຄາະຂໍ້ສອບການປະເມີນຜົນການຮຽນຂອງນັກຮຽນ ຊັ້ນປະຖົມສຶກສາ ປີທີ5 SEA-PLM ໃນ ສປປ ລາ ເມື່ອວັນທີ 24 ມີນາ 2026 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຄູ່ຮ່ວມພັດທະນາ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ໂຄງການ SEA-PLM ແມ່ນການຮ່ວມມືລະຫວ່າງ ກອງເລຂາ SEAMEO ແລະ ອົງການ UNICEF, ຫຼັງຈາກຜົນສໍາເລັດໃນຮອບປີ 2019, ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມໃນຮອບທີສອງ ປີ 2024 ເພື່ອເກັບກຳຂໍ້ມູນຜົນການຮຽນຂອງນັກຮຽນຊັ້ນປະຖົມສຶກສາ ປີທີ 5 ໃນດ້ານການອ່ານ, ການຂຽນ ແລະ ຄະນິດສາດ ຊຶ່ງບົດລາຍງານລະດັບພາກພື້ນໄດ້ເປີດໂຕສໍາເລັດແລ້ວ ໃນທ້າຍປີ 2025 ທີ່ມະນີລາ ປະເທດຟີລິບປິນ ແລະ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ນໍາມາເຜີຍແຜ່ໃນກອງປະຊຸມ ສໍາມະນາວິທະຍາສາດການສຶກສາ ໃນເດືອນທ້າຍເດືອນມັງກອນ 2026 ແລະ ກອງປະຊຸມຄັ້ງນີ້ ແມ່ນການຢືນຢັນເຖິງຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການສ້າງລະບົບການສຶກສາທີ່ເຂັ້ມແຂງ ແລະ ມີຄຸນນະພາບ ໃຫ້ແກ່ລູກຫຼານຂອງພວກເຮົາໃນທົ່ວປະເທດ.
ໂຄງການ SEA-PLM ໄດ້ກາຍເປັນເຄື່ອງມືທີ່ສໍາຄັນຂອງການວັດຜົນການຮຽນຮູ້ຂອງນັກຮຽນຊັ້0ປະຖົມສຶກສາໃນ ສປປ ລາວ ເພາະມັນໄດ້ສະໜອງຂໍ້ມູນທີ່ໜ້າເຊື່ອຖື ເພື່ອຊ່ວຍໃຫ້ພວກເຮົາເຂົ້າໃຈ ເຖິງລະດັບຄວາມຮູ້ພື້ນຖານ ດ້ານການອ່ານ ແລະ ຄິດໄລ່ເລກ ຂອງນັກຮຽນຊັ້ນປະຖົມສຶກສາ ປີທີ 5 ໃນສະພາບການທີ່ທົ່ວໂລກພວມຜະເຊີນກັບສິ່ງທ້າທາຍຮອບດ້ານ ລວມທັງຂົງເຂດສຶກສາ, ຊຶ່ງພວກເຮົາຍຶດຖືເອົາການສຶກສາເປັນເສົາຄໍ້າທີ່ ສໍາຄັນຂອງການພັດທະນາຊັບພະຍາກອນມະນຸດ, ຜົນໄດ້ຮັບຈາກລາຍງານສະບັບນີ້ ຈະເປັນຫຼັກຖານ ຊ່ວຍໃຫ້ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈສະພາບການພັດທະນາການສຶກສາວ່າ ຈຸດໃດທີ່ຄວນປັບປຸງ ເພື່ອໃຫ້ພວກເຮົາຮູ້ວ່າ ນະໂຍບາຍການສຶກສາທີ່ພວກເຮົາຈັດຕັ້ງປະຕິບັດຜ່ານມານັ້ນ ມີປະສິດທິຜົນພຽງໃດ; ການວາງແຜນການຫັນປ່ຽນການສຶກສາສາຍສາມັນ ຈາກລະບົບ 5+4+3 ມາເປັນ 6+3+3 ຂໍ້ມູນເຫຼົ່ານີ້ຈະຖືກນໍາໄປໃຊ້ໃນການປັບປຸງຫຼັກສູດ ເຈາະຈົງໃສ່ທັກສະການອ່ານ ແລະ ຄິດໄລ່ຂັ້ນພື້ນຖານ (Foundational Literacy and Numeracy) ໃຫ້ເຂັ້ມແຂງ, ການພັດທະນາຄູ ແລະ ການອອກແບບກິດຈະກຳການຮຽນການສອນ ທີ່ເນັ້ນໃສ່ນັກຮຽນເປັນໃຈກາງ, ການສອນຖືກກັບລະດັບເໝາະສົມກັບນັກຮຽນ ແລະ ການຫຼຸດຜ່ອນຄວາມແຕກໂຕນ ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນ, ບໍ່ວ່າຈະຢູ່ເຂດຫ່າງໄກ ສອກຫຼີກ ຫຼື ນັກຮຽນຍິງ-ຊາຍ, ນັກຮຽນທີ່ບໍ່ເວົ້າພາສາລາວ ລ້ວນແຕ່ໄດ້ຮັບໂອກາດໃນການ ເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມກັນ.
ສຳລັບກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບົດລາຍງານລະດັບຊາດ SEA-PLM 2024, ຈຸດເດັ່ນຂອງຜົນໄດ້ຮັບຂອງການຄົ້ນພົບ ແລະ ຄຳແນະນຳທີ່ສຳຄັນ, ການນຳສະເໜີກ່ຽວກັບຜົນຂອງການວິເຄາະລະດັບລາຍການ ແລະ ຄຳແນະນຳທີ່ສຳຄັນ ພ້ອມທັງສົນທະນາຫົວຂໍ້ທີ່ສຳຄັນ ເປັນຕົ້ນແມ່ນການຄາດຄະເນກ່ຽວກັບການປະຕິຮູບ ແລະ ການວາງແຜນລະບົບການສຶກສາ, ການວາງງົບປະມານ ແລະ ການຕິດຕາມກວດກາການແກ້ໄຂບັນຫາຜົນໄດ້ຮັບການຮຽນຮູ້ທີ່ບໍ່ດີ; ການຄາດຄະເນກ່ຽວກັບການເສີມສ້າງຄວາມສາມາດຂອງຄູຜ່ານການພັດທະນາວິຊາຊີບຢ່າງຕໍ່ເນື່ອງທີ່ມີປະສິດທິພາບເພື່ອປັບປຸງຜົນໄດ້ຮັບການຮຽນຮູ້ຂອງນັກຮຽນ; ວິທີການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ພໍ່ແມ່ ແລະ ຊຸມຊົນເພື່ອສະໜັບສະໜູນ ແລະ ຕິດຕາມການຮຽນຮູ້ຂອງນັກຮຽນ; ການແລກປ່ຽນປະສົບການກ່ຽວກັບການເສີມສ້າງຄວາມສາມາດຂອງຄູ, ການຄຸ້ມຄອງໂຮງຮຽນ ແລະ ວິທີແກ້ໄຂດິຈິຕອນເພື່ອເລັ່ງການຮຽນຮູ້ຂັ້ນພື້ນຖານ; ຄວາມຄາດຫວັງໃນການເສີມຂະຫຍາຍນະໂຍບາຍພາກພື້ນ ແລະ ການຮ່ວມມືດ້ານວິຊາການລະຫວ່າງບັນດາປະເທດທີ່ເຂົ້າຮ່ວມເພື່ອສົ່ງເສີມຜົນໄດ້ຮັບການຮຽນຮູ້ໃນພາກພື້ນ; ການສິດສອນໃນລະດັບທີ່ເໝາະສົມ - ປະສົບການຂອງປະເທດກຳປູເຈຍ ແລະ ຄວາມພ້ອມຂອງໂຮງຮຽນ ແລະ ການຫັນປ່ຽນໄປສູ່ຊັ້ນປະຖົມ.
659273126_122120177313228259_6002274178242116042_n.jpg655013674_122120176419228259_7481264502762367654_n.jpg
ພາບ-ຂ່າວ: ບົວລະພາ
 
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ