ພິທີມອບ-ຮັບໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ທີ່ຫ້ອງປະຊຸມກົມກິລາລະດັບສູງ (ຕຶກເຈົ້າອະນຸວົງ) ໃຫ້ກຽດມອບໂດຍ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຮັບແມ່ນ ທ່ານ ຄຳພະໄພວັນ ວົງໄຊ ຮອງປະທານ-ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ມີຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ນັກກິລາທີ່ສ້າງຜົນງານດີເດັ່ນ ເຂົ້າຮ່ວມຢ່າງພ້ອມພຽງ.



