ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII
ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 19 ພຶດສະພາ 2026 ຢູ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການລາຍງານ,ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາເນື້ອໃນ ສໍາຄັນ ຄື: ຜົນການນໍາພາ-ຊີ້ນໍາຂອງກົມການເມືອງ ແລະ ຄະນະເລຂາ ທິການສູນກາງພັກ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ຮ່າງບົດສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກວຽກງານສາມສ້າງ ຂອງຄະນະບໍລິຫານງານສູນກາງພັກ. ໃນນັ້ນ, ຈະຍົກລະດັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນວາລະແຫ່ງຊາດ; ຮ່າງມະຕິວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ.
ນອກຈາກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງສູນກາງພັກ ຈຳນວນໜຶ່ງ ເປັນຕົ້ນ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນໍາຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນ ຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ເມື່ອທົບທວນຄືນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກເຮົາໃນຫຼາຍສິບປີຜ່ານມາ, ພວກເຮົາ ເຫັນໄດ້ຢ່າງຊັດເຈນວ່າ ການນໍາພາພັດທະນາປະເທດຊາດ ໃຫ້ຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກລະດັບຄຸນະພາບຊີວິດຂອງປະຊາຊົນ ໃຫ້ສູງຂຶ້ນ ແລະ ບືນຕົວກ້າວຂຶ້ນເປັນປະເທດກໍາລັງພັດທະນາ ແມ່ນພາລະກໍາປະຫວັດສາດ ແຫ່ງການນໍາພາຂອງພັກຍຸກໃໝ່.ພັກເຮົາ ເວລາໃດກໍຢືນຢັນຢ່າງໜັກແໜ້ນວ່າ ການພັດທະນາແມ່ນຄວາມຈຳເປັນແຖວໜ້າ ຫຼື ຄວາມຈຳເປັນອັນດັບໜຶ່ງ ແລະ ເປັນໜ້າທີ່ປະຫວັດສາດໃນຍຸກໃໝ່ຂອງພັກ, ທັງເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງປະຊາຊົນເຮົາ. ການນໍາພາພັດທະນາຂອງພັກເຮົາ ຕ້ອງບັນລຸເຖິງການແກ້ໄຂບັນຫາພື້ນຖານກວມລວມ ນັ້ນຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາຂອງປະເທດຊາດໃຫ້ໄດ້; ຍູ້ກຳລັງການຜະລິດໃຫ້ຂະຫຍາຍຕົວ ເພື່ອມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝຂຶ້ນເລື້ອຍໆ ເພື່ອຮັບປະກັນໃຫ້ຈັງຫວະການເຕີບ ໂຕຂອງເສດຖະກິດແຫ່ງຊາດ ດຳເນີນໄປຢ່າງຕໍ່ເນື່ອງ, ເຮັດໃຫ້ປະເທດຊາດ ນັບມື້ນັບຈະເລີນກ້າວໜ້າ, ປະຊາຊົນມີຄຸນະພາບຊີວິດດີຂຶ້ນ, ສັງຄົມມີຄວາມຍຸຕິທຳຫລາຍຂຶ້ນ ແລະ ມີຄວາມສະ ຫງົບປອດໄພ.
ພັກເຮົາ ໄດ້ກໍານົດທິດນໍາສໍາຄັນໃນການພັດທະນາຄື: “ຕ້ອງຮັບປະກັນຄວາມຍືນຍົງ, ນໍາໃຊ້ທ່າແຮງດ້ານ ຊັບພະ ຍາກອນທີ່ມີໃຫ້ສົມສ່ວນ, ຄຸ້ມຄ່າ, ມີປະສິດທິຜົນ, ທັງຮັບ ປະກັນບໍ່ໃຫ້ບົກແຫ້ງ.ການພັດທະນາເສດຖະກິດ ຕ້ອງ ໄປຄຽງຄູ່ກັບການພັດທະນາຄົນ, ສ້າງຄົນໃຫ້ມີທັງຄວາມຮູ້ຄວາມສາມາດ, ມີຄວາມໜັກແໜ້ນ ທາງດ້ານທາດ ແທ້ການເມືອງ,ມີຄຸນສົມບັດສິນທໍາ,ມີຄວາມກະຕືລືລົ້ນ ແລະ ມີຄວາມບຸກບືນສູ້ຊົນສູງໃນການພັດທະນາ; ອັນສໍາຄັນຕ້ອງໃຫ້ຄົນໃນຊາດ ໄດ້ຮັບຜົນປະໂຫຍດຢ່າງສົມເຫດສົມ ຜົນ ຈາກການພັດທະນາ ເພື່ອໃຫ້ຄົນກາຍເປັນກໍາລັງ ແຮງທີ່ແທ້ຈິງ ຂອງການພັດທະນາ”.ເພື່ອບັນລຸທິດນໍານັ້ນ, ຕ້ອງກໍ່ສ້າງຮາກຖານການເມືອງ, ສ້າງຄວາມເຂັ້ມແຂງ ແຕ່ຮາກຖານຂຶ້ນມາ, ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍການພັດທະນາຢ່າງມີແຜນການ ແລະ ມີຈຸດສຸມທີ່ຈະແຈ້ງ. ຖ້າຄວາມທຸກຍາກຂອງປະຊາຊົນ ບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ, ພັກເຮົາ ຕ້ອງມີຄວາມຮັບຜິດຊອບ.
ພ້ອມກັນນັ້ນ, ສະຫາຍເລຂາທິການໃຫຍ່ ຍັງໄດ້ເນັ້ນໃຫ້ບັນດາສະຫາຍຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບການເມືອງ ສຸມສະຕິປັນຍາຄົ້ນຄວ້າ, ຄິດຫງໍາ, ຕຶກຕອງ ແລະ ປະກອບຄຳຄິດຄຳເຫັນ ຢ່າງມີຈຸດສຸມ, ກະທັດຮັດຕໍ່ເນື້ອໃນຕ່າງໆໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນ, ເປັນສະຕິປັນຍາລວມໝູ່ ຂອງສູນກາງພັກ ໃນການບູລະນະແນວທາງ, ນະໂຍບາຍ ເພື່ອເປັນທິດຊີ້ນໍາໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຈິງ ເຮັດໃຫ້ຄາດໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ ບັນລຸຜົນສໍາເລັດຢ່າງຈົບງາມ.