ສສກ ສະຫຼຸບບັ້ນແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມສະຫຼຸບບັ້ນແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ທີ່ຕິດພັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2024-2025 ໃນວັນທີ 20 ມີນາ 2026 ທີ່ຫ້ອງປະຊຸມໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ, ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ, ຫ້ອງການ, ກົມ, ສູນ, ສໍານັກພິມ, ບໍລິສັດລັດວິສາຫະກິດ, ພະແນກ, ຜູ້ບໍລິຫານການສຶກສາ, ຕາງຫນ້າກະຊວງອ້ອມຂ້າງ ແລະຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວມີຄຳເຫັນວ່າ: ບັ້ນແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເຊິ່ງພວກເຮົາດຳເນີນມາ ເປັນເວລາ 2 ປີ ແຕ່ປີ 2024-2025 ຜ່ານການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ; ຕະຫຼອດໄລຍະທີ່ຜ່ານມາ ຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ໄດ້ເລັ່ງໃສ່ສ້າງບັນດານິຕິກໍາ, ເຄື່ອງມື, ຄູ່ມືເສີມການສອນ ທີ່ເປັນບ່ອນອີງ ແລະ ທ່າແຮງໃຫ້ບັນດາກົມກອງ, ສະຖານການສຶກສາ ແລະ ກິລາ ເພື່ອໄປໝູນໃຊ້ເຂົ້າໃນການນຳພາ - ຊີ້ນໍາ ແລະ ເຄື່ອນໄຫວວຽກງານສະກັດກັ້ນ-ແກ້ໄຂບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ; ເຊິ່ງພື້ນຖານ ແມ່ນພວກເຮົາ ສາມາດຮັບປະກັນ ແລະ ເຮັດໃຫ້ບັນດາວຽກງານດັ່ງກ່າວ ດຳເນີນເປັນຂະບວນຟົດຟື້ນ ຢ່າງມີປະສິດທິຜົນ ເປັນຕົ້ນ ແມ່ນໄດ້ຖືເປັນບຸລິມະສິດໃນການນໍາພາ-ຊີ້ນໍາເຜີຍແຜ່, ເຊື່ອມຊຶມ ເນື້ອໃນຈິດໃຈຂອງວາລະແຫ່ງຊາດ ໃຫ້ແກ່ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ໃນຂັ້ນສູນກາງ, ຂັ້ນແຂວງ/ນະຄອນຫຼວງ, ຂັ້ນເມືອງ/ນະຄອນ ແລະ ຂັ້ນສະຖານການສຶກສາ ຢ່າງກວ້າງຂວາງ ແລະ ສຸມໃສ່ທຸກກຳລັງແຮງເຂົ້າໃສ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່ການເມືອງ, ພັນທະ ແລະ ຄວາມຮັບຜິດຊອບຂອງຄະນະພັກ ແລະ ຜູ້ບໍລິຫານການສຶກສາ ແລະ ກິລາ ໃນທຸກຂັ້ນ, ສະມາຊິກພັກ-ພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາ ທັງພາກລັດ ແລະ ເອກະຊົນ ພາຍໃນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ, ໄດ້ອອກນິຕິກຳຫຼາຍສະບັບເຊັ່ນ: ເອກະສານຂອບແນວຄວາມຄິດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ, ຂໍ້ຕົກລົງ ວ່າດ້ວຍມາດຕະຖານ ແລະ ເງື່ອນໄຂຂອງການສ້າງກົມກອງ, ສະຖານການສຶກສາ ແລະ ກິລາປອດຢາເສບຕິດ, ຄຳສັ່ງວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບໃນການຕ້ານ ແລະ ສະກັດກັ້ນຢາສູບໄຟຟ້າ ແລະ ຢາສູບຮູບແບບໃໝ່ ໃນສະຖານສາມັນສຶກສາ, ແຈ້ງການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ແຈ້ງການເພີ່ມທະວີການສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ ໃນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ແລະ ນິຕິກໍາອື່ນໆ ທີ່ຕິດພັນກັບວຽກງານດັ່ງກ່າວ.
ໃນກອງປະຊຸມ, ຍັງໄດ້ຮັບຟັງການລາຍງານບົດສະຫຼຸບ ການຈັດຕັ້ງປະຕິຍັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ບົດສະຫຼຸບການແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດປີ 2024-2025 ຂະແໜງການສຶກສາ ແລະ ກິລາ. ພ້ອມກັນນີ້, ຍັງໄດ້ມີການປະດັບຫຼຽນກາ ແລະ ໃບຍ້ອງຍໍຄື: ຫຼຽນກາກະຊວງປ້ອງກັນຄວາມສະຫງົບ ໃຫ້ກົມກອງ 5 ພາກສ່ວນ ແລະ ບຸກຄົນ 137 ທ່ານ, ຮັບໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບ ຈໍານວນ 9 ທ່ານ, ໃບຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ ຈໍານວນ 24 ພາກສ່ວນ.


ພາບ-ຂ່າວໂດຍ: ການຈະນາ


