ສສກ-ຣັດເຊຍ ປຶກສາຫາລືກຽມສ້າງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ-ຣັດເຊຍ ຢູ່ ສປປ ລາວ

 550987801_1362796432514828_4044471943080659729_n.jpg

       ເມື່ອບໍ່ດົນມານີ້ ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຣັດຊູຮານັອບ ອຸດສະມານ ອັບດຸນ-ອາຊີເຢວິດ (RASSUKHANOV Usman Abdul-Azievich) ຫົວໜ້າກົມພັດທະນາລະບົບການສຶກສາແຫ່ງຊາດ ແລະ ການຮ່ວມມືກັບຕ່າງປະເທດ, ຄະນະຜູ້ແທນກະຊວງສຶກສາສະຫະພັນຣັດເຊຍ ທີ່ມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງສຶກສາທິການ ແລະ ກິລາ ເພື່ອກະກຽມສ້າງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ- ຣັດເຊຍ ຢູ່ ສປປ ລາວ, ມີຫົວໜ້າກົມ-ຮອງກົມ, ສະຖາບັນ ແລະ ຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມ.
ໃນການເຂົ້າຢ້ຽມຢາມຄັ້ງນີ້ ແມ່ນເພື່ອສືບຕໍ່ຈາກກອງປະຊຸມພົບປະທາງໄກ (ອອນລາຍ) ຄັ້ງວັນທີ 7 ກັນຍາ 2025 ແລະ ຄໍາເຊີນຂອງທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເພື່ອກະກຽມສ້າງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ-ຣັດເຊຍ ຢູ່ ສປປ ລາວ ແລະ ວາງແຜນຮ່ວມກັນໃຫ້ສໍາເລັດຕາມຄວາມມຸ້ງຫວັງ ແລະ ຄໍາໝັ້ນສັນຍາຮ່ວມກັນຂອງສອງປະທານປະເທດ ທີ່ໄດ້ຕົກລົງທີ່ຈະສ້າງໂຮງຮຽນດັ່ງກ່າວ, ຊຶ່ງສອງຝ່າຍເຫັນດີ ອອກແບບໂຮງຮຽນຄົບວົງຈອນ, ມີເນື້ອທີ່ 7.925 ແຮັກຕາ ສາມາດບັນຈຸນັກຮຽນໄດ້ 1.200 ຄົນ ມີການດໍາເນີນການຮຽນການສອນເປັນພາສາຣັດເຊຍ ນັບແຕ່ຊັ້ນປະຖົມເຖິງມັດທະຍົມຕອນປາຍ ຢູ່ນະຄອນຫຼວງວຽງຈັນ.
ນອກນັ້ນ, ຍັງຈະໄດ້ຂະຫຍາຍການສິດສອນພາສາຣັດເຊຍ ຢູ່ໂຮງຮຽນແຫ່ງອື່ນໆ ຕາມຄວາມເໝາະສົມຢູ່ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ; ທັງສອງຝ່າຍຍັງໄດ້ປຶກສາຫາລືຮ່ວມກັນທາງດ້ານສະຖານທີ່, ຕຶກອາຄານ, ການສ້າງຕໍາລາການຮຽນການສອນພາສາຣັດເຊຍ ແລະ ການສ້າງຄູສອນພາສາຣັດເຊຍ; ການວາງສີລາລຶກສອງຝ່າຍແມ່ນໃຫ້ຮີບຮ້ອນໃຫ້ທັນກັບເວລາສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ສປປ ລາວ ແລະ ສະຫະພັນຣັດເຊຍ. ພ້ອມນັ້ນທັງສອງຝ່າຍຈະໄດ້ມີການໂຄສະນາເຜີຍແຜ່ໃຫ້ພໍ່ແມ່ຜູ້ປົກຄອງຊຸກຍູ້ລູກຫຼານໃຫ້ກຽມໄປເຂົ້າຮຽນຢູ່ໂຮງຮຽນດັງກ່າວ, ຈາກນັ້ນທັງສອງຝ່າຍໄດ້ຮ່ວມລົງນາມເຊັ່ນບົດບັນທຶກເຫັນດີໃນເບື້ອງຕົ້ນ ວ່າດ້ວຍການສ້າງຕັ້ງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ-ຣັດເຊຍ ອີກດ້ວຍ.
ຂ່າວໂດຍ: ບຸນທະວີ ນະວົງສາ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.