ປຶກສາຫາລື ກ່ຽວກັບວຽກງານການສຶກສາໃນຂອບອາຊຽນ ຂອງ ສປປ ລາວ 2024-2025

L16.jpg
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການສຶກສາໃນຂອບອາຊຽນ ໄລຍະປີ 2024-2025 ໄດ້ຈັດຂຶ້ນໃນວັນທີ 11-12ກັນຍາ 2025 ທີ່ຜ່ານມາ, ທີ່ ຣີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງ ວຽງຈັນ, ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ຮສ. ປອ ນາງ ສີລິນທອນ ສັກລໍຄຳ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ ຊຶ່ງບັນດາທ່ານຫົວໜ້າກົມ, ຮອງກົມ, ຜູ້ອຳນວຍການສະຖາບັນ, ສູນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ບັນດາຫົວໜ້າພະພະແນກ, ຮອງຫົວໜ້າພະແນກ, ມະຫາວິທະຍາໄລແຫ່ງຊາດ ແລະ ວິຊາການທີ່ກ່ຽວຂ້ອງ ຈາກບັນດາກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ.
k16.jpg
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ ໃນຂອບອາຊຽນ ໃນໄລຍະ 2024-2025 ພ້ອມທັງເສີມສ້າງຄວາມເຂົ້າໃຈ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳຮ່ວມມືດ້ານການສຶກສາໃນຂອບອາຊຽນ ຂອງ ສປປ ລາວ ໃນຕໍ່ໜ້າ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຂອງກົມຮ່ວມມືກັບຕ່າງປະເທດ ກ່ຽວກັບຜົນຂອງກອງປະຊຸມສໍາຄັນຕ່າງໆຂອງອາຊຽນເຊັ່ນ: ກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 13; ກອງປະຊຸມເຈົ້າໜ້າທີ່ອາວຸໂສສຶກສາອາຊຽນຄັ້ງທີ 20; ກອງປະຊຸມເຈົ້າໜ້າທີ່ອາວຸໂສສຶກສາອາຊຽນ ບວກສາມ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມຕ່າງໆ. ນອກຈາກນັ້ນ, ບັນດາກົມວິຊາການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ກົມການສຶກສາກ່ອນໄວຮຽນ, ກົມການສຶກສານອກໂຮງຮຽນ, ກົມອາຊີວະສຶກສາ, ກົມການສຶກສາຊັ້ນສູງ, ມະຫາວິທະຍາໄລແຫ່ງຊາດ ແລະ ກົມປະກັນຄຸນນະພາບການສຶກສາ ກໍໄດ້ລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍວຽກງານຂອງຕົນ ພາຍໃຕ້ແຜນງານອາຊຽນດ້ານການສຶກສາ (2021-2025).
j16.jpg
ກອງປະຊຸມໃນຄັ້ງນີ້ ຍັງໄດ້ເຊີນຜູ້ຕາງໜ້າຈາກກົມອາຊຽນ, ກະຊວງການຕ່າງປະເທດມາໃຫ້ຂໍ້ມູນກ່ຽວກັບ 3 ຫົວຂໍ້ສຳຄັນຄື: ບົດບາດຂອງກົນໄກອາຊຽນ ແລະ ແນວທາງການສົ່ງເສີມການຮ່ວມມືດ້ານການສຶກສາໃນລະດັບພາກພື້ນ; ຂໍ້ລິເລີ່ມການເຊື່ອມໂຍງອາຊຽນ (Initiative for ASEAN Integration ຫຼື IAI) ໃນໄລຍະຜ່ານມາ ແລະ ຄວາມຄືບໜ້າໃນການຮ່າງແຜນງານ IAI ສະບັບທີ V 2026-2030 ແລະ ກອງທຶນການຮ່ວມມືອາຊຽນ (ASEAN Cooperation Fund) ໂດຍສະເພາະແມ່ນກອງທຶນຮ່ວມມືອາຊຽນ-ຈີນ (ASEAN-China Cooperation Fund) ແລະ ກອງທຶນເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ (Japan-ASEAN Integration Fund).
ກອງປະຊຸມຍັງໄດ້ຮັບຟັງການໃຫ້ຂໍ້ມູນຈາກກົມຮ່ວມມືກັບຕ່າງປະເທດ ກ່ຽວກັບຮ່າງບົດສະເໜີໂຄງການຮ່ວມມືຂອງອາຊຽນ ແລະ ໄດ້ສົນທະນາຮ່ວມກັນເປັນກຸ່ມ ເພື່ອລະດົມແນວຄວາມຄິດໃນການພັດທະນາຫົວຂໍ້ບົດສະເໜີໂຄງ ການກ່ຽວກັບວຽກງານການສຶກສາພາຍໃຕ້ຂອບອາຊຽນ.
#ສີປະເສີດ: ຮຽບຮຽງ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ