Featured

ພະນັກງານຫຼັກແຫຼ່ງ ສສກ ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII

 

ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ໃຫ້ພະນັກງານຫຼັກແຫຼ່ງພາຍໃນກະຊວງ ໃນວັນທີ 3 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກວິຊາຊີບການລົດໄຟ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງງສຶກສາທິການ ແລະ ກິລາ, ມີສະຫາຍຮອງເລຂາຄະນະບໍລິຫານງານພັກ, ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະຫ້ອງການ, ຄະນະກົມ, ຄະນະອຳນວຍການສະຖາບັນ, ສູນ, ຄະນະພະແນກ ຫຼື ທຽບເທົ່າຂອງແຕ່ລະຮາກຖານພັກ ຈຳນວນ 312 ສະຫາຍ, ຍິງ 119 ສະຫາຍ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຮຽກຮ້ອງໃຫ້ແຕ່ລະກົມພາຍໃນກະຊວງສຶກສາທິການ ແລະ ກິລາ ປັບປຸງແກ້ໄຂບັນດາແຜນວຽກຈຸດສຸມໃຫ້ມັນຈະແຈ້ງຂຶ້ນກວ່າເກົ່າ, ມີຍຸດທະສາດ, ມີແຜນວຽກ, ແຜນຄົນ ແລະ ແຜນການເງິນ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ພ້ອມທັງກໍານົດເວລາໃນການຈັດຕັ້ງປະຕິບັດວຽກງານຢ່າງລະອຽດ ແລະ ເມື່ອປະຕິບັດວຽກງານດສຳເລັດແລ້ວ ກໍໃຫ້ມີການສະຫຼຸບລາຍງານຕໍ່ຄະນະພັກ-ຄະນະນໍາກະຊວງ ຢ່າງເປັນລະບົບເພື່ອໃຫ້ເປັນມາດຖານ. ທັງນີ້ກໍເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ ເພື່ອຍົກສູງຄວາມສາມາດນໍາພາ-ຊີ້ນຳ ຢ່າງຮອບດ້ານຂອງຄະນະພັກທຸກຂັ້ນ, ປັບປຸງລະບົບການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້ຫັນປ່ຽນຢ່າງແຂງແຮງ ແລະ ມີຄຸນນະພາບສູງຂຶ້ນ ເພື່ອຮັບໃຊ້ພາລະກິດຂອງພັກຂອງຊາດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X, ໂດຍສະເພາະກອງປະຊຸມ ແມ່ນໄດ້ຮັບຮອງເອົາແຜນພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X (2026-2030) ຊຶ່ງແມ່ນເອກະສານຜັນຂະຫຍາຍລາຍງານການເມືອງຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໃຫ້ເປັນອັນລະອຽດ, ຫັນເປັນແຜນງານ, ໂຄງການ ແລະ ແຜນການລະອຽດໃນແຕ່ລະຂົງເຂດແນໃສ່ສູ້ຊົນເຮັດໃຫ້ບັນດາຄາດໝາຍ, ຕົວຊີ້ວັດຕ່າງໆສາມາດ ຮັບປະກັນການຈັດຕັ້ງປະຕິບັດຕົວຈິງ, ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ນອກນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ແຜນວຽກຈຸດສຸມ 2026-2030 ຂອງກົມສາມັນສຶກສາ, ກົມສ້າງຄູ, ກົມອາຊີວະສຶກສາ, ກົມຄຸ້ມຄອງວິທະຍາສາດ, ກົມຈັດຕັ້ງ ແລະ ພະນັກງານ ແລະ ກົມກິລາລະດັບສູງ.

ໃນໂອກາດນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນຕາມຄໍາຖາມເຈາະຈີ້ມຂອງສະຫາຍປະທານ ພ້ອມທັງໄດ້ຈັບມືແຂ່ງຂັນກັນ ແລະ ຮັບຮອງແຜນການໃນຕໍ່ໜ້າອີກດ້ວຍ.

627983607_122107120641228259_1502277480643214244_n.jpg626949338_122107120833228259_7154655167678997976_n.jpg

ພາບ-ຂ່າວ: ການຈະນາ