ສສກ ດຳເນີນກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ II ສະໄໝທີ X ພ້ອມຫາລືບັນຫາສຳຄັນປິ່ນອ້ອມ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ II ສະໄໝທີ X ເມື່ອວັນທີ 28 ຕຸລາ 2025 ໂດຍການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ມະຕິວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ, ຜ່ານຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະປະຈຳພັກ ແລະ ແຜນດຳເນີນງານຂອງ ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນສຸມໃສ່ ປຶກສາຫາລືຫຼາຍບັນຫາສຳຄັນ ເພື່ອຊອກຫາຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂ ໃນຕໍ່ໜ້າ ໂດຍສະເພາະບັນຫາປະກົດການຫຍໍ້ທໍ້ ໃນຂົງເຂດການສຶກສາ ເປັນຕົ້ນ ການຂາດແຄນຄູສອນ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ບັນຫາຢາແສບຕິດ ຢູ່ບັນດາໂຮງຮຽນ, ມະຫາວິທະຍາໄລ ແລະ ອື່ນໆ.
ນອກນັ້ນ, ກອງປະຊຸມຍັງໄດ້ຕົກລົງຮັບຮອງເອົາບາງບັນຫາສຳຄັນ ເປັນຕົ້ນ ຮ່າງແຜນດຳເນີນງານ ຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝ X ແລະ ການແບ່ງຄວາມຮັບຜິດຊອບ ຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ວຽກງານດ້ານການສຶກສາ ຢູ່ ສປປ ລາວ ກໍຄື ວຽກງານດ້ານຕ່າງໆ ພາຍໃນກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.




