Featured

ຄະນະນຳກະຊວງ ສສກ ເຂົ້າອວຍພອນ ຄະນະນໍາກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

 617593444_1470547928406344_677821487925382998_n.jpg

ໃນວັນທີ 21 ມັງກອນ 2026 ນີ້, ຄະນະນຳກະຊວງສຶກສາທິການ ແລະ ກິລາ ນໍາໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ແລະ ສູນກາງສະຫະພັນແມ່ຍິງລາວ ນໍາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ຊຶ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ແຕ່ລະພາກສ່ວນ ໄດ້ສະແດງຄຳອວຍພອນອັນອົບອຸ່ນ ຕໍ່ຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດ ພະນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນສືບຕໍ່ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ສືບຕໍ່ປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບສຸກຕະຫຼອດໄປ.
ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບໃຈຕໍ່ 2 ພາກສ່ວນດັ່ງກ່າວ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ, ພ້ອມທັງອວຍພອນໃຫ້ແຕ່ພາກສ່ວນ ຈົ່ງມີສຸຂະພາບເຂັ້ມແຂງປະສົບຜົນສໍາເລັດທຸກໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
617575668_1470548285072975_2466735696465079810_n.jpg
ໂດຍ: ສຸກສົງການ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •