Featured

ປະດັບຫຼຽນຊາວໜຸ່ມຕະລຸມບອນ-ຫຼຽນກາລະນຶກ 65 ປີ ໃຫ້ແກ່ກົມກອງກອງ ແລະ ບຸກຄົນດີເດັ່ນ ໃນຂະແໜງສຶກສາ-ກິລາ

         549180920_1361936509267487_360853956309195804_n.jpg

            ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະດັບຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65 ປີ ໃຫ້ແກ່ບັນດາກົມກອງກອງ ແລະ ບຸກຄົນດີເດັ່ນ ໃນຂະແໜງການສຶກສາ ແລະ ກິລາ ເມື່ອວັນທີ 19 ກັນຍາ 2025 ທີ່ຫ້ອງປະຊຸມສູນໄອຊີທີ ສສກ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸຸ່ມປະຊາຊົນປະວັດລາວ, ມີ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ສສກ, ສະຫາຍ ປອ ຈັນທະວົງ ປັນຍາສິລິ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງ ສສກ, ມີສະຫາຍອະດີດການນຳ ສສກ, ຄະນະໜ່ວຍພັກ ຄະນະບໍລິຫານງານຊາວໜຸ່ມກະຊວງ, ຄະນະບໍລິຫານງານຊາວໜຸ່ຮາກຖານທີ່ຂຶ້ນກັບກະຊວງ ຢ່າງພ້ອມພຽງ.

ໃນພິທີ, ກໍໄດ້ມີການຮັບຊົມວິດີໂອຊາວໜຸ່ມຕະລຸມບອນ, ກ່ອນທີ່ ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງ ສສກ ໄດ້ຂຶ້ນລາຍງານບົດສະຫຼຸບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຂອງຄະນະບໍລິຫາງງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສກ ໃນໄລຍະຜ່ານມາ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ. ຫຼັງຈາກນັ້ນ ກໍໄດ້ມີການຜ່ານຂໍ້ຕົກລົງຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ ຊຶ່ງເປັນການຍ້ອງຍໍສູງສຸດຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ສສກ ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນການອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຊີ້ນຳວຽກງານຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ຈຳນວນ 38 ສະຫາຍ; ຜ່ານຂໍ້ຕົກລົງ ວ່າດ້ວຍການມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນ ແລະ ກົມກອງ ສສກ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຄະນະຊາໜຸ່ມ ປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ ຈຳນວນ 135 ສະຫາຍ ແລະ 15 ກົມກອງ.
ໃນໂອກາດນີ້, ສະຫາຍ ທອງລີ ສີສຸລິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສສກ ທີ່ໄດ້ຫ້າງຫາກະກຽມຮອບດ້ານ ຈົນສາມາດຈັດພິທີປະດັບຫຼຽນຊາວໜຸ່ມຕະລຸມບອນ, ຫຼຽນກາລະນຶກ 65 ປີ ໃຫ້ແກ່ກົມກອງ ແລະ ບຸກຄົນດີເດັ່ນ ຂອງກະຊວງ ສສກ ຕາມກຳນົດເວລາ ຜ່ານການຮັບຊົມວິດີໂອ ແລະ ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ຜ່ານການຕິດຕາມຊ່ອງທາງຕ່າງໆ ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສກ ເຫັນວ່າ ມີຜົນງານຫຼາຍດ້ານ ເມື່ອທຽບໃສ່ຜົນງານ ແລະ ມາດຖານເງື່ອນໄຂ ຫຼຽນຊາວໜຸ່ມຕະລຸມບອນ ແລະ ຫຼຽນກາລະນຶກ 65 ປີ ເຫັນວ່າເໝາະສົມແລ້ວ.
ແນວໃດກໍຕາມ, ສະຫາຍ ກໍຍັງໄດ້ມີຄຳເຫັນແລກປ່ຽນ ແລະ ຊີ້ນຳບາງວຽກງານ ເປັນຕົນແມ່ນ ສືບຕໍ່ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງແນວຄິດ ປຸກລະດົມຂົນຂວາຍສະມາຊິກຊາວໜຸ່ມ ໃຫ້ມີຄວາມຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບຊາວໜຸ່ມ ແລະ ໜ້າທີ່ວຽກງານທີ່ຄະນະຊາວໜ່ມຂັ້ນຂອງຕົນວາງອອກ, ໃຫ້ຄະນະບໍລິຫານງານຊາວໜຸ່ມ ສສກ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ ມາເປັນແຜນພັດທະນາຊາວໜຸ່ມ-ເົຍາວະຊົນ ຫຼື ແຜນການເຄື່ອນໄຫວ 5 ປີ ປະຈຳທຸກໆປີ ແລະ ປະຈຳໄຕມາດ. ຈັດຕັ້ງວຽກງານຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ໃຫ້ສຳເລັດທັນຕາມກຳນົດເວລາຂອງທຸກໆປີ.
ໂດຍ: ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •