ຫ້ອງການສຶກສາທິການ ແລະ ກິລາ (ສກນ) ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດການສອບເສັງຈົບຊັ້ນປະຖົມສຶກສາ ປ.5 ທົ່ວນະຄອນປະຈຳສົກຮຽນ 2024-2025 ໃນວັນທີ 26 ພຶດສະພາ 2025 ທີ່ໂຮງຮຽນປະຖົມສົມບູນຫຼວງພະບາງ.
ໂດຍການເປັນປະທານຂອງ ທ່ານ ສໍານານ ສົນທະນີ ຮອງເຈົ້ານະຄອນ-ຫຼວງພະບາງ , ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ , ມີຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແຂກຖືກເຊີນ, ຄະນະກໍາມະການເຝົ້າຫ້ອງສອບເສັງ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າພ້ອມພຽງ
![]() |
![]() |
ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້ານະຄອນ-ຫຼວງພະບາງ ສະບັບເລກທີ 513/ຈນ.ຫຼບ, ລົງວັນທີ 12 ພຶດສະພາ 2025 ວ່າດ້ວຍການອະນຸມັດຈັດການສອບເສັງຈົບຊັ້ນປະຖົມ ປ.5, ມັດທະຍົມຕອອນຕົ້ນ ມ.4 ແລະ ມັດທະຍົມປາຍ ມ.7 ປະຈຳສົກຮຽນ 2024-2025. ສໍາລັບການຈັດຕັ້ງການສອບເສັງຈົບຊັ້ນປະຖົມສຶກສາ ປ.5 ຄັ້ງນີ້ກໍເພື່ອເປັນການຈັດຕັ້ງປະຕິບັດຕາມຫຼັກສູດການຮຽນການສອນ, ການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນປະຖົມສຶກສາ ໂດຍເປັນເອກະພາບ ທາງດ້ານການປະຕິບັດໂຄງການຫຼັກສູດໃນຂອບເຂດ ທົ່ວນະຄອນຫຼວງພະບາງ ແລະ ເປັນການຕັດສິນຢັ້ງຢືນເຖິງຜົນການຮຽນຂອງນັກຮຽນ ແລະ ປະສິດທິຜົນຂອງຄູສອນ, ໃນສົກຮຽນ 2024-2025 ທົ່ວນະຄອນ-ຫຼວງພະບາງ ມີໂຮງຮຽນປະຖົມທັງໝົດ 94 ແຫ່ງ, ໂຮງຮຽນປະຖົມສົມບູນທັງໝົດ 76 ແຫ່ງ , ໂຮງຮຽນມູນລະປະຖົມ 18 ແຫ່ງ, ໂຮງຮຽນເອກະຊົນ 20 ແຫ່ງ ແລະ ມູນ 4 ແຫ່ງ, ປະກອບມີສູນສອບເສັງຈົບຊັ້ນ ປ.5 ທັງໝົດ 19 ສູນ, ມີຫ້ອງສອບເສັງ 88 ຫ້ອງ , ມີນັກສອບເສັງ 2.022 ຄົນ ,ຍິງ 968 ຄົນ, ສະເລ່ຍມີນັກສອບເສັງ 20 ຄົນ ຕໍ່ຫ້ອງ ແລະ ອະນຸກໍາມະການເຝົ້າຫ້ອງ 2 ຄົນຕໍ່ຫ້ອງ, ໃນນີ້ ສະເພາະ ສູນສອບເສັງ ປະຖົມຫຼວງພະບາງ ມີນັກສອບເສັງມາຈາກໂຮງຮຽນປະຖົມ 3 ແຫ່ງຄື: ປະຖົມສົມບູນຫຼວງພະບາງ, ປະຖົມສົມບູນສີຖານ ແລະ ປະຖົມສົມບູນອາໄພ ເຊີ່ງມີນັກສອບເສັງ ທັງໝົດ 273 ຄົນ, ຍິງ 147 ຄົນ, ສ່ວນການສອບເສັງ ແມ່ນ 2 ວັນ ລະຫວ່າງວັນທີ່ 26-27ພຶດສະພາ 2025 ໂດຍກໍານົດເອົາ 3 ວິຊາຫຼັກຄື: ພາສາລາວ - ວັນນະຄະດີ, ຄະນິດສາດ ແລະ ວິທະຍາສາດ-ສິ່ງແວດລ້ອມ.
![]() |
![]() |
ໂອກາດນີ້, ທ່ານ ສໍານານ ສົນທະນີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ພ້ອມທັງກ່າວເປີດ ແລະ ຕັດຫົວບົດສອບເສັງຢ່າງເປັນທາງການ ຊຶ່ງທ່ານຍັງໄດ້ເນັ້ນໜັກຫຼາຍບັນຫາພ້ອມທັງຮຽກຮ້ອງມາຍັງຄະນະກໍາມະການທຸກພາກສ່ວນ ທີ່ກ່ຽວຂ້ອງຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສປະຕິບັດລະບຽບວິໄນຂອງການສອບເສັງໃຫ້ຢ່າງເຂັ້ມງວດ, ມີຄວາມໂປ່ງໃສ, ຍຸຕິທໍາ ປະຕິບັດຕາມພາລະບົດບາດ, ຊື່ສັດບໍລິສຸດມີຈັນຍາບັນ ເພື່ອຊອກໃຫ້ໄດ້ນັກຮຽນທີ່ມີຄຸນນະພາບ ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດທີ່ດີ ແລະ ເປັນຜູ້ສືບທອດພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນອະນາຄົດ.




