Featured

5 ປີ ຜ່ານມາ ອົງຄະນະພັກ ສສກ ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ

 552937036_1364899465637858_4513470838104270961_n.jpg

        ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ (ຮ່າງ) ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕໍ່ກອງປະຊຸມຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນ ໄລຍະ 5 ປີຜ່ານມາ ໃນວັນທີ 25 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການສູນກາງພັກ ໃຫ້ຮູ້ວ່າ: ສະພາບການຂອງໂລກ ແລະ ພາກພື້ນ ໄດ້ສືບຕໍ່ຜັນແປໄປຢ່າງໄວວາ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ຍາກ, ມີທັງກາລະໂອກາດທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍນານາປະການ ແລະ ອື່ນໆ, ປະເທດຊາດພວກເຮົາ ກໍປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງໜັກໜ່ວງ, ການແຜ່ລະບາດຂອງພະຍາດໂຄວິດ-19, ໄພພິບັດທໍາມະຊາດ, ປະກົດການຫຍໍ້ທໍ້ໃນສັງຄົມ ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດ, ຊັບສິນ ແລະ ກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືການນໍາພາຂອງຄະນະພັກແຕ່ລະຂັ້ນ, ແຕ່ດ້ວຍແຕ່ດ້ວຍການຕັດສິນໃຈສູງຂອງສູນກາງພັກ ແລະ ລັດຖະບານ ປະເທດຊາດເຮົາ ຈຶ່ງສາມາດຜ່ານຜ່າຄວາມຫຍຸ້ງຍາກດ້ານຕ່າງໆ, ບໍ່ຕົກເຂົ້າໃນວິກິດການດ້ານເສດຖະກິດ-ການເງິນ, ສາມາດແແກ້ໄຂບັນດາບັນຫາຕ່າງໆ ໃຫ້ມີທ່າອ່ຽງດີຂຶ້ນເທື່ອລະກ້າວ. ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ IX, ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ກໍໄດ້ຮີບຮ້ອນນໍາພາ ຈັດຕັ້ງເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ຂອງຕົນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ຢ່າງກວ້າງຂວາງ ແລະ ທົ່ວເຖິງ, ຫັນເອົາເນື້ອໃນຂອງບັນດາມະຕິດັ່ງກ່າວ ມາເປັນແຜນງານ, ໂຄງການ ແລະ ແຜນການລະອຽດ ສອດຄ່ອງກັບແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໃນແຕ່ລະໄລຍະ, ເປັນເຈົ້າການນໍາພາຈັດຕັ້ງປະຕິບັດ ສາມາດຍາດໄດ້ຜົນສໍາເລັດທີ່ສໍາຄັນຫຼາຍດ້ານ, ສ້າງພື້ນຖານໃຫ້ແກ່ການກ້າວຂຶ້ນຢ່າງໜັກແໜ້ນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນຊຸມປີຕໍ່ໜ້າ ສາມາດຕີລາຄາການຈັດຕັ້ງຜັນຂະຫາຍມະຕິກອງປະຊຸມໃຫຍ່ ສະໄໝທີ IX ຂອງຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ.
      ຜົນສໍາເລັດທີ່ພົ້ນເດັ່ນຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແມ່ນມີຫຼາຍດ້ານ ເປັນຕົ້ນວຽກງານປັບປຸງ ແລະ ຂະຫາຍພັກ ໄດ້ເອົໃຈໃສ່ຕໍ່ວຽກງານປັບປຸງ ແລະ ຂະຫຍາຍພັກ ເພື່ອສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຮັບປະກັນການກຳອຳນາດໃຫ້ໝັ້ນຄົງ ໄດ້ປັບປຸງໃຫ້ການຈັດຕັ້ງຂອງພັກ ສອດຄ່ອງກັບກົງຈັກລັດບໍລິຫານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ປັດຈຸບັນທົ່ວອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ປະກອບມີ 182 ຮາກຖານພັກ ແລະ 1 ອົງຄະນະພັກ ທຽບເທົ່າອົງຄະນະພັກເມືອງ, ທຽບໃສ່ກັບ 5 ປີຜ່ານມາ ມີຄະນະພັກຮາກຖານ ເພີ່ມຂຶ້ນ 1 ຮາກຖານ, ໜ່ວຍພັກຮາກຖານ 8 ໜ່ວຍ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 12 ໜ່ວຍ, ມີສະມາຊິກພັກທັງໝົດ 3.333 ສະຫາຍ, ຍິງ 1.457 ສະຫາຍ; ທຽບໃສ່ກັບ 5 ປີຜ່ານມາຂະຫາຍສະມາຊິກພັກສົມບູນໄດ້ 464 ສະຫາຍ, ຍິງ 201 ສະຫາຍ, ສະມາຊິກພັກສາຮອງ 427 ສະຫາຍ, ຍິງ 212 ສະຫາຍ, ສະມາຊິກພັກທີ່ເປັນພະນັກງານບໍານານ 670 ສະຫາຍ, ຍິງ 246 ສະຫາຍ; ໄດ້ເອົາໃຈໃສ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ສ້າງພັກໃຫ້ເຂັ້ມແຂງ, ຮັບປະກັນລັກສະນະນໍາໜ້າໄດ້ 853 ເທື່ອໜ່ວຍພັກ; ໄດ້ອອກບັດໃຫ້ສະມາຊິກພັກທັງໝົດ ຈໍານວນ 2.563 ສະຫາຍ, ຍິງ 968 ສະຫາຍ, ຊີ້ນໍາປັບປຸງລະບອບ, ລະບຽບແບບແຜນວິທີເຮັດວຽກ, ວິທີການນໍາພາຂອງພັກ, ຂອງລັດ, ເອົາໃຈໃສ່ຍົກສູງຄຸນນະພາບແບບແຜນການເຄື່ອນໄຫວ ບົນຫຼັກການນໍາພາຂອງພັກ, ສ້າງຄວາມເປັນເອກະພາບພາຍໃນຄະນະພັກແຕ່ລະຮາກຖານພັກ, ກຳນົດແບບແຜນວິທີເຮັດວຽກຂອງຂັ້ນຕົນຢ່າງລະອຽດ ເປັນຕົ້ນແມ່ນການປະຕິບັດລະບອບປະຊຸມ ແລະ ສ່ອງແສງລາຍງານສະພາບການຕ່າງໆໃຫ້ມີລັກສະນະຕໍ່ເນື່ອງ ແລະ ເປັນປົກກະຕິ.
        ຂົງເຂດວິຊາສະເພາະທາງດ້ານການສຶກສາ ໄດ້ເອົາໃຈໃສ່ພັດທະນາວຽກງານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາໃຫ້ດີຂຶ້ນ ໂດຍໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງກົມການສຶກສາກ່ອນໄວຮຽນ ແລະ ສ້າງນິຕິກຳຕ່າງໆທີ່ກ່ຽວຂ້ອງ; ຈັດຕັ້ງປະຕິບັດກຸ່ມພັດທະນາເດັກໃນຊຸມຊົນ ເຮັດໃຫ້ການສຶກສາກ່ອນໄວຮຽນ ມີການຂະຫາຍຕົວຢ່າງກວ້າງຂວາງໃນແຕ່ລະທ້ອງຖິ່ນ, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກດ້ານສຸຂະອະນາໄມ ແລະ ສະໜອງອາຫານທ່ຽງໃນໂຮງຮຽນ ໃຫ້ແກ່ນັກຮຽນທີ່ມາຈາກຄອບຄົວທຸກຍາກ; ປັບປຸງຄຸນນະພາບຂອງການຮຽນການສອນໃນຊັ້ນປະຖົມສຶກສາ, ສະໜອງອຸປະກອນຮັບໃຊ້ການຮຽນການສອນ, ຝຶກອົບຮົມຄູ ແລະ ປັບປຸງພື້ນຖານໂຄງລ່າງຕ່າງໆ ລວມທັງສິ່ງອານວຍຄວາມສະດວກທາງດ້ານສຸຂະອະນາໄມ; ປັບປຸງພື້ນຖານໂຄງລ່າງໃຫ້ບັນດາໂຮງຮຽນມັດທະຍົມຈໍານວນໜຶ່ງໃນທົ່ວປະເທດ; ສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ ແລະ ນັກຮຽນຈາກຄອບຄົວທຸກຍາກຈານວນໜຶ່ງ; ຂະຫຍາຍການສະໜອງຫຼັກສູດ ແລະ ຈັດຕັ້ງການຮຽນການສອນສາມັນວິຊາຊີບ ໃນໂຮງຮຽນສາມັນກິນນອນຊົນເຜົ່າໃນທົ່ວປະເທດ ໃຫ້ມີຫຼາກຫຼາຍທາງເລືອກ ເພື່ອສົ່ງເສີມໃຫ້ນັກຮຽນມາເຂົ້າຮຽນ ໃນຊັ້ນມັດທະຍົມໃຫ້ຫຼາຍຂຶ້ນ; ໄດ້ຊີ້ນໍາວຽກງານລົບລ້າງການກືກໜັງສື ແລະ ສະໜອງການສຶກສາທຽບເທົ່າໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມ ລວມທັງສະໜອງການຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ຊາວໜຸ່ມ ແລະ ປະຊາຊົນໃນກຸ່ມເປົ້າໝາຍຕ່າງໆ ເພື່ອໃຫ້ເຂົາເຈົ້າສາມາດຫາວຽກເຮັດງານທຳ ແລະ ປະກອບອາຊີບດ້ວຍຕົນເອງ. ພິເສດແມ່ນໄດ້ພັດທະນາຂອບວຸດທິການສຶກສາທີ່ສາມາດເຊື່ອມຕໍ່ກັນລະຫວ່າງການສຶກສາໃນ ແລະ ນອກໂຮງຮຽນ ຊຶ່ງໄດ້ເຮັດໃຫ້ປະຊາກອນໜຸ່ມ, ຜູ້ປະລະການຮຽນໃຫ້ໄດ້ຮັບການບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບໄດ້ 176.720 ຄົນ ຫຼື ເທົ່າກັບ 118%; ໄດ້ຊີ້ນໍາສົ່ງເສີມສະຖາບັນສ້າງຄູ ໃຫ້ເຮັດໜ້າທີ່ໃນການກໍ່ສ້າງຄູ, ຝຶກອົບຮົມຄູປະຈຳການ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສຶກສາສຶກສານິເທດ; ສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນສາທິດໃນວິທະຍາໄລຄູ, ໄດ້ຝຶກອົບຮົມຄູໃນການນໍາໃຊ້ຫຼັກສູດດ້ານການຮຽນການສອນທີ່ປັບປຸງໃໝ່ ແລະ ການນໍາໃຊ້ລະບົບໄອທີເຂົ້າມາຊ່ວຍໃນການຮຽນການສອນ.
        ພ້ອມນັ້ນ, ຍັງໄດ້ກຳນົດນົດເງື່ອນໄຂ ແລະ ມາດຕະຖານນັກສຶກສາ ທີ່ຈະເຂົ້າຮຽນໃນສາຍສ້າງຄູ ພ້ອມທັງຄັດເລືອກ ແລະ ສະໜອງທຶນການສຶກສາທີ່ເໝາະສົມສໍາລັບຜູ້ທີ່ເຂົ້າຮຽນຄູ ໂດຍສະເພາະໃນສາຍວິຊາວິທະຍາສາດທຳມະຊາດ; ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນສ້າງຄູ ແລະ ຄະນະສຶກສາສາດຂອງມະຫາວິທະຍາໄລ; ໄດ້ຊີ້ນໍາບັນດາສະຖານອາຊີວະສຶກສາ ປັບປຸງການເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໂດຍການປັບປຸງໂຄງລ່າງພື້ນຖານ, ສະໜອງອຸປະກອນເຕັກນິກ, ສະໜອງເບ້ຍລ້ຽງ, ສະໜອງການຝຶກອົບຮົມໄລຍະສັ້ນ ທີ່ມີຫຼາກຫຼາຍລະດັບປະກາສະນີຍະບັດວິຊາຊີບທີ່ແຕກຕ່າງກັນ, ສົ່ງເສີມ ແລະ ຮ່ວມມືກັບບັນດາສະຖານປະກອບການໃນການສ້າງຫຼັກສູດທີ່ຫຼາກຫຼາຍ ແລະ ສ້າງສີມືແຮງງານໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫາດແຮງງານ ພ້ອມທັງຂະຫຍາຍສະຖານອາຊີວະສຶກສາ ແລະ ໄດ້ສໍາເລັດການສ້າງຕັ້ງວິທະຍາໄລເຕັກນິກວິຊາຊີບການລົດໄຟ; ນໍາພາປັບປຸງຄຸນນະພາບຂອງການຮຽນການສອນ, ການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ ຢູ່ບັນດາມະຫາວິທະຍາໄລ, ສະຖາບັນ ທັງພາກລັດ ແລະ ເອກະຊົນ ແລະ ໄດ້ມີການສະໜອງຫຼັກສູດທີ່ຫຼາກຫຼາຍ ແລະ ມີຫຼາຍລະດັບ, ໂດຍປັດຈຸບັນມີຫຼັກສູດປະລິນຍາເອກ ຈໍານວນ 13 ຫຼັກສູດ, ປະລິນຍາໂທ ຈໍານວນ 101 ຫຼັກສູດ, ປະລິນຍາຕີ ແລະ ຕໍ່ເນື່ອງປະລິນຍາຕີ ຈໍານວນ 387 ຫຼັກສູດ, ຫຼັກສູດຊ່ຽວຊານ ຂັ້ນ I ຈໍານວນ 13 ຫຼັກສູດ, ຫຼັກສູດຊ່ຽວຊານ ຂັ້ນ II ຈໍານວນ 12 ຫຼັກສູດ ແລະ ອະນຸປະລິນຍາ ແລະ ຕໍ່ເນື່ອງອະນຸປະລິນຍາ ຈໍານວນ 21 ຫຼັກສູດ ແລະ ອື່ນໆ; ໄດ້ແຕ່ງຕັ້ງຂັ້ນສາດສະດາຈານ ຈໍານວນ 10 ທ່ານ, ຂັ້ນສາດສະດາຈານກຽດຕິຄຸນ ຈໍານວນ 2 ທ່ານ, ຂັ້ນຮອງສາດສະດາຈານ ຈໍານວນ 77 ທ່ານ, ຂັ້ນອາຈານ ຈໍານວນ 164 ທ່ານ, ຂັ້ນຜູ້ຊ່ວຍອາຈານ ຈໍານວນ 279 ທ່ານ. ພ້ອມດຽວກັນນີ້, ກໍໄດ້ອະນຸມັດໃຫ້ສະຖານການສຶກສາພາກເອກະຊົນ ຍົກຖານະຈາກວິທະຍາໄລເປັນສະຖາບັນການສຶກສາຊັ້ນສູງ ໄດ້ທັງໝົດ 8 ແຫ່ງ (ນະຄອນຫວງວຽງຈັນ 7 ແຫ່ງ, ແຂວງສະຫວັນນະເຂດ 1 ແຫ່ງ).
           ຄຽງຄູ່ກັນນັ້ນ, ວຽກງານໃນຂົງເຂດວິທະຍາສາດ ກໍໄດ້ຊີ້ນຳປັບປຸງລະບົບການຄຸ້ມຄອງມະຫາພາກຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ດ້ວຍການສ້າງ ແລະ ປັບປຸງນິຕິກຳ, ສ້າງພື້ນຖານໂຄງລ່າງການຄົ້ນຄ້ວາ, ພັດທະນາບຸກຄະລາກອນທາງດ້ານວິທະຍາສາດ, ບໍລິການວຽກງານວິທະຍາສາດ ແລະສ້າງກົນໄກການຮ່ວມມືພັດທະນາວຽກງານວິທະຍາສາດກັບຂະແໜງການທີ່ກ່ຽວຂ້ອງທັງພາຍໃນ, ພາກພື້ນ ແລະ ສາກົນ; ຊຸກຍູ້ສົ່ງເສີມການຄົ້ນຄວ້າສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳຂອງຍຸກອຸດສະຫະກຳ 4.0 ທັງວິທະຍາສາດທຳມະຊາດ ແລະ ສັງຄົມ.
ວຽກງານໃນຂົງເຂດກິລາ-ກາຍະກຳ ໄດ້ຊີ້ນໍາສົ່ງເສີມວຽກງານກິລາ-ກາຍະກຳ ແຕ່ສູນກາງຮອດທ້ອງຖິ່ນ ເຮັດໃຫ້ພົນລະເມືອງລາວທຸກເພດທຸກໄວຫັນມາອອກກາລັງກາຍ ແລະ ຫັດກາຍຍະບໍລິຫານນັບມື້ນັບຫຼາຍຂຶ້ນ ໂດຍການເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳການແຂ່ງຂັນກິລາປະຈຳປີ, ກິລາວັນບຸນປະເພນີ ແລະ ກິລາ ວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ, ສໍາລັບກິລາລະດັບສູງ ກໍໄດ້ຮັບການປັບປຸງດ້ານການຄຸ້ມຄອງ-ບໍລິຫານ, ຄຸນນະພາບຂອງຄູຝຶກ ແລະ ນັກກິລາ ກໍມີຄຸນນະພາບດີຂຶ້ນເປັນກ້າວໆ, ໄດ້ເຂົ້າຮ່ວມການແຂ່ງຂັນລະດັບສາກົນ ສາມາດຍາດໄດ້ຫຼຽນຕ່າງໆຈໍານວນຫຼວງຫຼາຍທັງຢູ່ພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ວຽກງານອື່ນໆທີ່ປິ່ນອ້ອມກໍ່ໄດ້ມີຜົນສຳເລັດຕາມແຜນການທີ່ວາໄວ້.
ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •