ສົກຮຽນຜ່ານມາ ຂະແໜງການສຶກສາ ມີການຫັນປ່ຽນໃໝ່ ໄປສູ່ຄຸນນະພາບຫຼາຍຂຶ້ນກວ່າເກົ່າ
ໃນສົກຮຽນ 2024-2025 ຜ່ານມາ, ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ເຄື່ອນໄຫວວຽກງານຫຼາຍດ້ານທີ່ຕັ້ງໜ້າ ເລີ່ມແຕ່ຊັ້ນການສຶກສາກ່ອນໄວຮຽນ, ການສຶກສາສາມັນ, ອາຊີວະສຶກສາ ແລະ ການສຶກສາຂັ້ນສູງ ໄດ້ມີການຫັນປ່ຽນໃໝ່ ໄປສູ່ຄຸນນະພາບຫຼາຍຂຶ້ນກວ່າເກົ່າ ເປັນຕົ້ນ ໄດ້ພັດທະນາ, ປັບປຸງຄູ່ມືແນະນໍາການຈັດຕັ້ງປະຕິບັດຫ້ອງກຽມປະຖົມ, ກຸ່ມຮຽນຜ່ານການຫຼິ້ນ, ກຸ່ມພັດທະນາເດັກໃນຊຸມຊົມ ແລະ ເຄື່ອງມີຕິດຕາມຫ້ອງກຽມປະຖົມ.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ໃນວັນທີ 12 ມັງກອນ 2026 ໂດຍທ່ານໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ ຂອງກະຊວງສຶກສາທິການ ແລະ ກິລາ ສາມາດຍາດມາໄດ້ໃນສົກຮຽນ 2024-2025 ໂດຍສະເພາະຂະແໜງສຶກສາ ໄດ້ພັດທະນາຫຼັກສູດ ແລະ ແບບຮຽນສາມັນວິຊາຊີບ ໃນ 11 ສາຂາອາຊີບ ເຊັ່ນ: ເສີມສວຍ, ສ້ອງແປງ ແລະ ຕິດຕັ້ງໄຟຟ້າ, ສ້ອມແປງເຄື່ອງເຢັນ, ແປຮູບຜະລິດຕະພັນກະສິກໍາຂັ້ນພື້ນຖານ, ສ້ອມແປງລົດຈັກໄຟຟ້າ, ປຸງແຕ່ງອາຫານ, ຄອມພິວເຕີພື້ນຖານ, ປູກຝັງ, ຕັດຫຍິບ ແລະ ສ້ອມແປງລົດຈັກ. ພ້ອມກັນນີ້, ກໍ ໄດ້ຈັດຊຸດຝຶກອົບຮົມວິຊາຄູຊັ້ນປະຖົມ ໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ໂຮງຮຽນປະຖົມ ເຂດຫ່າງໄກສອກຫລີກ 4 ຊຸດ; ສ່ວນການສຶກສາຊັ້ນສູງ ໄດ້ມີການປັບປຸງຫລັກສູດການຮຽນການສອນ ຄືນໃໝ່ 27 ຫລັກສູດ; ຂົງເຂດກິລາ-ກາຍຍະກໍາ ໄດ້ເຂົ້າຮ່ວມແຂ່ງຂັນຫຼາຍປະເພດກິລາ ຢູ່ ລະດັບພາກພື້ນ ແລະ ສາກົນ ສາມາດຍາດໄດ້ຫຼຽນຕ່າງໆ ໃນຫຼາຍປະເພດກິລາ ຊຶ່ງມີບາງປະເພດກິລາທີ່ພົ້ນເດັ່ນ. ນອກຈາກນີ້, ຍັງໄດ້ຄົ້ນຄວ້າການປະຕິຮູບການສຶກສາ ໃນສາຍສາມັນສຶກສາ ຈາກລະບົບ 5+4+3 ເປັນ 6+3+3 ພ້ອມທັງໄດ້ແກ້ໄຂບັນຫາຄູອາສາສະໝັກ 4 ພັນກວ່າຄົນ ໄດ້ສໍາເລັດໂດຍພື້ນຖານ ແລະ ຈັດຕັ້ງຜັນຂະຫຍາຍດໍາລັດ ວ່າດ້ວຍລັດຖະກອນຄູ ມາດຕາ 13 ວ່າດ້ວຍການທົດແທນຄູທີ່ສູນເສຍ ໃນ 7 ຮູບແບບ. ອັນສໍາຄັນ ແມ່ນໄດ້ສໍາເລັດການຫັນປ່ຽນໂຄງສ້າງເງິນເດືອນ ຈາກລັດຖະກອນຄູ ມາເປັນໂຄງສ້າງເງິນເດືອນບໍລິຫານ ເພື່ອກະກຽມຍົກລະດັບເງິນເດືອນ, ເງິນອຸດໜູນຄູ ຕາມໂຄງສ້າງໃໝ່ທີ່ກະຊວງການເງິນໄດ້ກໍານົດ ແລະ ຈະຈັດຕັ້ງປະຕິບັດໃນເດືອນ 1 ປີ 2026 ນີ້.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຍັງໃຫ້ຮູ້ອີກວ່າ: ໃນປີ 2026 ນີ້, ຍັງຈະມີຫຼາຍສິ່ງທ້າທາຍທົດສອບນານາປະການຕໍ່ກັບວຽກງານການສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ກິລາ. ສະນັ້ນ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ຜັນຂະຫຍາຍໂຄງການການເມືອງ ສະບັບທີ III ຂອງພັກ, ລາຍງານການເມືອງ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ຂອງລັດຖະບານ ໃຫ້ເປັນຮູບປະທໍາ; ສືບຕໍ່ຈັດຕັ້ງປະຕິບັດດາແຜນການພັດທະນາວຽການສຶກສາ, ວິທະຍາສາດ ແລະ ກິລາ; ສຸມໃສ່ການປະຕິຮູບລະບົບການສຶກສາ ຈາກ 5+4+3 ເປັນ 6+3+3 ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້. ນອກຈາກນີ້, ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາຫ້ອງຄວບໃຫ້ຫຼຸດລົງ ຈົນກ້າວໄປເຖິງບໍ່ມີຫ້ອງຄວບ; ປັບປຸງສະຖານການສຶກສາ ຕາມທິດຍົກລະດັບເປັນສະຖາບັນການສຶກສາຄູພາກກາງ, ພາກເໜືອ ແລະ ພາກໃຕ້, ປັບປຸງໂຮງຮຽນກິນນອນຊົນເຜົ່າ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບຫຼາຍຂຶ້ນ.
