ສສກ ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ຍົກຍ້າຍແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ

ພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ຍົກຍ້າຍແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຂຶ້ນເມື່ອວັນທີ 9 ມັງກອນ 2026 ທີ່ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສະຖາບັນ, ສູນ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດັ່ງກ່າວ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການ-ຮັບອູດໜູນບໍານານ ທັງໝົດ ຈໍານວນ 5 ທ່ານ ໂດຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຕົກລົງເຫັນດີອະນຸມັດໃຫ້ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຜູ້ຊີ້ນຳລວມ ອອກພັກການ-ຮັບອູດໜູນບໍານານ, ທ່ານ ອຸດາລອນ ສີລາວົງ ຮອງຫົວໜ້າກົມສາມັນສຶກສາ, ທ່ານ ແສງອາລຸນ ແກ້ວໃສ ຮອງຫົວໜ້າກົມກິດຈະການນັກສຶກສາ, ທ່ານ ຫົງທອງ ຈັນທະວົງ ຮອງຫົວໜ້າກົມກິດຈະການນັກສຶກສາ, ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ອອກພັກການ-ຮັບອູດໜູນບໍານານ ແຕ່ວັນທີ 1 ມັງກອນ 2026. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານຂອງກົມກິດຈະການນັກສຶກສາ ລັດຖະມົນຕີ ຈໍນວນ 2 ທ່ານ ກະຊວງສຶກສາທິການ ແລະ ກິລາ ອະນຸມັດຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ດ້າຍ ລັດຕະນະໄພວັນ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ເປັນຮັກສາການຫົວໜ້າກົມກິດຈະການນັກສຶກສາ, ແຕ່ງຕັ້ງທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຜູ້ອຳນວຍການສູນການສຶກສາຮຽນຮ່ວມມາເປັນຮອງຫົວໜ້າກົມສາມັນສຶກສາ. ພ້ອມທັງມອບໃບຍ້ອງຍໍຂັ້ນກະຊວງ ໃຫ້ແກ່ພະນັກງານອອກພັກການ-ຮັບອຸດໜູນບໍານານ ຈຳນວນ 5 ທ່ານ, ຍິງ 1 ທ່ານ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ພະນັກງານອອກພັກການ-ຮັບອຸດໜູນບໍານານ ທັງ 5 ທ່ານ ໄດ້ປະກອບສ່ວນທຸ້ມເທເຫື່ອແຮງສະຕິປັນຍາເຂົ້າໃນການພັດທະນາວຽກງານຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ວຽກງານທີ່ຕົນຮັບຜິດຊອບໄດ້ເປັນຢ່າງດີ ແລະ ໄດ້ຮັບການພັດທະນາຂຶ້ນ, ຜົນງານຂອງທຸກທ່ານຈະຈາລຶກໄວ້ໃນກະຊວງສຶກສາທິການ ແລ ກິລາຕະຫຼອດໄປ. ເຖິງຢ່າງໃດກໍຕາມແຕ່ລະທ່ານຈະອອກພັກການຮັບອູດໜູນໄປແລ້ວ ກໍ່ຂໍໃຫ້ຍັງມີຄວາມໃກ້ສິດຕິດແທດ, ສືບຕໍ່ພົວພັນໃຫ້ທິດຊີ້ນໍາ, ໃຫ້ຄຳເຫັນແກ່ພະນັກງານຜູ້ສືບທອດໄປຕະຫຼອດ ເພື່ອເຮັດໃຫ້ວຽກງານໃນຂະແໜງການສຶກສາ ວິທະຍາສາດ ແລະ ກິລາເຮົາກ້າວໜ້າໄປເລື້ອຍໆ. ສ່ວນຜູ້ທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ ກໍຂໍໃຫ້ພ້ອມກັນສືບຕໍ່ນໍາພາ-ຊີ້ນຳວຽກງານໃນກົມກອງທີ່ຕົນດ້ວຍຄວາມຮັບຜິດຊອບສູງ, ອ້າຍນ້ອງໃນກົມກອງກໍຈົ່ງໃຫ້ຄວາມຮ່ວມມື ສາມັກຄີກັນຢ່າງໜັກແໜ້ນ, ໃຫ້ພ້ອມກັນຮີບຮ້ອນສ້າງເອກະສານມອບ-ຮັບໜ້າທີ່ວຽກງານຢ່າງລະອຽດ, ແບ່ງຄວາມຮັບຜິດຊອບວຽກງານພາຍໃນໃຫ້ສອດຄ່ອງ ເພື່ອຄວາມເປັນເອກະພາບກັນພາຍໃນກົມກອງຂອງຕົນຮັບຜິດຊອບ ທັງນີ້, ກໍເພື່ອເຮັດໃຫ້ວຽກງານການສຶກສາເດີນແມ່ນແລ່ນສະດວກ, ມີຄຸນນະພາບ, ເໝາະສົມ ແລະ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.
ຂ່າວ: ບົວລະພາ
