Featured

ສສກ-ຮົງກາລີ ຫາລືສືບຕໍ່ຮ່ວມມືດ້ານການສຶກສາ ເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນ

 a776d979-76b7-4de9-b478-409c2c3af946-768x512.jpg

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານຮົງກາລີ ຫາລືສືບຕໍ່ຮ່ວມມືດ້ານການສຶກສາ ເພື່ອເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງຝ່າຍໃຫ່ນັບມື້ແໜ້ນແຟ້ນຫຍິ່ງຂຶ້ນ ແນໃສ່ເຮັດໃຫ້ວຽກງານການສຶກສາຂອງລາວໃຫ້ນັບມື້ກ້າວໜ້າຂຶ້ນ.

ເມື່ອວັນທີ 16 ຕຸລາ 2025 ທີ່ສໍານັກງານກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລາດໂລ ຕາກັກ ເອກອັກຄະລັດຖະທູດຮົງກາລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ມີຄະນະຮັບຜິດຊອບເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານທູດຮົງກາລີ ພ້ອມດ້ວຍຄະນະ ທີ່ໄດ້ມາຮ່ວມເຮັດວຽກ ແລະ ຢ້ຽມຢາມກະຊວງສຶກສາທິການ ແລະ ກິລາ ໃນຄັ້ງນີ້, ຊຶ່ງຖືເປັນການປະກອບສ່ວນຍົກສູງການພົວພັນຮ່ວມມື ໃນນາມເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາລີ ໂດຍສະເພາະແມ່ນການພົວພັນຮ່ວມມືດ້ານການສຶກສາ ກໍຄືການສຶກສາຊັ້ນສູງຂອງສອງປະເທດ. ປະເທດລາວ ແລະ ຮົງກາລີ ໄດ້ມີຮ່ວມມືແລກປ່ຽນດ້ານທຶນການສຶກສານຳກັນ ເລີ່ມແຕ່ຊຸມປີ 1970 ເປັນຕົ້ນມາ ຈົນມາຮອດໄລຍະປັດຈຸບັນ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງການຕ່າງປະເທດ ແລະ ການຄ້າຂອງຮົງກາລີ ໄລຍະປີ 2019-2022 ລັດຖະບານຮົງກາລີ ໄດ້ສະໜອງທຶນການສຶກສາ ໃຫ້ແກ່ລັດຖະບານລາວ ກໍຄື ນັກຮຽນ ແລະ ນັກສຶກສາລາວ ພາຍໃຕ້ທຶນການສຶກສາ ທີ່ມີຊື່ວ່າ Stipendium Hungaricum ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ປະມານ 100 ທຶນຕໍ່ປີ. ຜ່ານການຈັດຕັ້ງບົດບັນທຶກຄວາມເຂົ້າໃຈ ດ້ານທຶນການສຶກສາຮ່ວມກັນ ເຫັນວ່າໄດ້ຮັບຜົນສຳເລັດສູງ ແລະ ອີງໃສ່ຄວາມຮຽນຮ້ອງຕ້ອງການໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ມາໃນໄລຍະປີ 2023-2025 ລັດຖະບານຮົງກາລີ ໄດ້ໃຫ້ທຶນການສຶກສາ ແກ່ລັດຖະບານລາວ ກໍ່ຄື ນັກຮຽນ-ນັກສຶກາສລາວ ເພີ່ມຂຶ້ນເປັນ 150 ທຶນ ຕໍ່ປີ. ປັດຈຸບັນ ມີນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນຢູ່ປະເທດ ຮົງກາລີ ຈໍານວນ 300 ກວ່າຄົນ ແລະ ໃນສົກປີ 2025-2026 ມີນັກສຶກສາລາວໄດ້ຮັບທຶນໄປຮຽນທີ່ປະເທດຮົງກາລີຈຳນວນ 96 ຄົນ.

ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືອັນດີ ທີ່ມີມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຮົງກາລີ, ພ້ອມທັງສະແດງຄວາມພ້ອມໃນການສືບຕໍ່ຮ່ວມມືກັນດ້ານການສຶກສາ ໂດຍການສືບຕໍ່ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍທຶນການສຶກສາຮ່ວມກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີ ສຳລັບໄລຍະປີ 2026-2028 ໂດຍສຸມໃສ່ສາຂາວິຊາສະເພາະທາງດ້ານວິທະຍາສາດທຳມະຊາດ ເຊັ່ນ: ກະສິກຳ, ການແປຮູບຜະລິດຕະພັນ, ວິສະວະກຳນໍ້າ, ສິ່ງແວດລ້ອມ ແລະ ອື່ນໆ ທີ່ ສປປ ລາວ ມີທ່າແຮງ ແລະ ເປັນບູລິມະສິດຂອງລັດຖະບານ. ນອກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືເຖິງແຜນການຮ່ວມມືໃນຂົງເຂດ ວິທະຍາສາດ ແລະ ການກິລາ ຮ່ວມກັນໃນອະນາຄົດ.

ໂອກາດດຽວກັນ, ທ່ານ ລາດໂລ ຕາກັກ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ທັງສະແດງຄວາມຊົມເຊີຍທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່ ແລະ ໄດ້ແຈ້ງໃຫ້ຮັບຊາບກ່ຽວກັບທິດທາງແຜນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຂອງ ສປປ ລາວ ໃນຕໍ່ໜ້າ ກໍຄືແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ 10 (ໄລຍະ 2026-2030) ເພື່ອການຮ່ວມມືກັນພັດທະນາວຽກງານດັ່ງກ່າວໃນຕໍ່ໜ້າ.

ຂ່າວໂດຍ: ບົວລະພາ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •